尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຍົກ​ລະ​ດັບ​ຄຳ​ເຕືອນ​ລ່ວງ​ໜ້າ​ໃຫ້​ລະ​ມັດ​ລະ​ວັງ​ລ່ວງ​ໜ້າ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2022-01-07 15:07:23 cri

ໄທ​ຍົກ​ລະ​ດັບ​ຄຳ​ເຕືອນ​ລ່ວງ​ໜ້າ​ໃຫ້​ລະ​ມັດ​ລະ​ວັງ​ລ່ວງ​ໜ້າ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_2843551570322409855

      ວັນ​ທີ 6 ມັງ​ກອນ​ນີ້, ສູນ​​ບໍ​ລິ​ຫານ​ສະ​ຖາ​ນະ​ການການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໄທ​ໄດ້​​ເປີດເຜີຍ​ໃຫ້​ຮູ້​ວ່າ: ໃນ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ, ຢູ່​ປະ​ເທດ​ໄທ​ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້ 5.775 ກໍ​ລະ​ນີ​ແລະ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ຕໍ່​ມື້ 11 ກໍ​ລະ​ນີ. ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເມື່ອ​ທຽບ​ກັບ 3.899 ກໍ​ລະ​ນີ​ທີ່​ໄດ້​ເປີດ​ເຜີຍ​ໃນ​ມື້​ກ່ອນ​ນີ້.

      ຄຽງ​ຄູ່​ກັບ​ໄລ​ຍະ​ວັນ​ພັກ​ປີ​ໃໝ່​ສາ​ກົນ​ໄດ້​ສິ້ນ​ສຸດ​ລົງ,ໃນ​ສອງ​ມື້​ຜ່ານ​ມາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ໄທ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ເນື່ອງ​ຈາກວ່າ​ໃນ​ໄລ​ຍະ​ວັນ​ພັກ​ມີ​ຜູ້​ຄົນ​ສັນ​ຈອນ​ແລະ​ມີ​ກິດ​ຈະ​ກຳ​ສັງ​ສັນຫຼາຍ​ຂຶ້ນ,​ປ​ະ​ຊາ​ຊົນທ້ອງ​ຖິ່ນ​ມີ​ຄວາມ​ເປັນ​ຫ່ວງ​ໂດຍ​ທົ່ວ​ໄປ​ວ່າ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ໄທ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ຈະ​ຮ້າຍ​ແຮງ​ຂຶ້ນ​​ຕື່ມ.

      ເນື່ອງ​ຈາກ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໄດ້ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ໄດ້​ປະ​ກາດ​ໃນ​ມື້​ດັ່ງ​ກ່າວ​ວ່າ: ຈະ​ຍົກ​ລະ​ດັບ​​​ຄຳເຕືອນລ່ວງ​ໜ້າ​​ໃຫ້​ລະ​ມັດ​ລະ​ວັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈາກລະ​ດັບ 3 ​ເປັນ​ລະ​ດັບ 4 (ສູງ​ສຸດ​ແມ່ນ​​ລະ​ດັບ 5).

ຄຳ​ເຫັນ

0