ວັນທີ 1 ມັງກອນປີ 2022, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ເກີດມີຜົນບັງຄັບໃຊ້ຢ່າງເປັນທາງການ. ໃນຖານະເປັນສັນຍາການຄ້າເສລີທີ່ກວມເອົາປະຊາກອນ ແລະຂະໜາດເສດຖະກິດປະມານ 1/3 ຂອງໂລກ, ເມື່ອສັນຍາ RCEP ເກີດມີຜົນບັງຄັບໃຊ້ ຈະເຮັດໃຫ້ສິນຄ້າຫຼາຍກວ່າ 90% ພາຍໃນພາກພື້ນແຫ່ງນີ້ເລີ່ມປອດພາສີເທື່ອລະກ້າວ. ໃນມື້ທຳອິດຂອງປີໃໝ່ 2022, ສັນຍາ RCEP ໄດ້ສ້າງຄວາມອົບອຸ່ນໃຫ້ກັບເສດຖະກິດໂລກ ທີ່ກຳລັງຕົກຢູ່ໃນສະພາບຄວາມໜາວກະດ້າງ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.
10 ປະເທດອາຊຽນ ທີ່ເປັນຜູ້ລິເລີ່ມສັນຍາ RCEP ຈະໄດ້ຮັບໂອກາດການເຕີບໂຕດ້ານການຄ້າ ແລະການລົງທຶນຈາກສັນຍາການຄ້າເສລີສະບັບດັ່ງກ່າວຢ່າງແນ່ນອນ ແລະຊ່ວຍເລັ່ງການຟື້ນຟູເສດຖະກິດຂອງພາກພື້ນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄວຂຶ້ນ.
ທ່ານບຸນເລີດ ຫຼວງປະເສີດ, ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວກ່າວວ່າ: ພາຍໃຕ້ຂອບສັນຍາ RCEP , ເສັ້ນທາງລົດໄຟລາວ-ຈີນຈະເສີມຂະຫຍາຍບົດບາດທີ່ສຳຄັນກວ່າເກົ່າ ເຂົ້າໃນການສົ່ງເສີມການຄ້າ ແລະການລົງທຶນຢູ່ລາວ.
ທ່ານໂລກຽນຊວນ, ປະທານສະພາການຄ້າຊາວຈີນຕ່າງດ້າວປະຈຳມາເລເຊຍກ່າວວ່າ: ສັນຍາ RCEP ຈະຊ່ວຍຊູກຍູ້ການຟື້ນຟູເສດຖະກິດຂອງມາເລເຊຍພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານຮ່ວງກວາງຟອງ, ເຈົ້າໜ້າທີ່ສະພາອຸດສາຫະກຳ ແລະການຄ້າຫວຽດນາມກ່າວວ່າ: ຄາດວ່າສັນຍາ RCEP ຈະກາຍເປັນແຮງຂັບເຄື່ອນອັນໃຫມ່ ສຳລັບເສດຖະກິດຫວຽດນາມ ແລະຊຸກຍູ້ການພັດທະນາ ແລະການຟື້ນຟູເສດຖະກິດຫວຽດນາມ.
ສິ່ງທີ່ຕ້ອງກ່າວເຖິງນັ້ນກໍຄື, ພາຍຫຼັງເຊັນສັນຍາ RCEP ແລ້ວ, ຈີນ ທີ່ເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ຂອງໂລກ ແລະຍີ່ປຸ່ນ ທີ່ເປັນກຸ່ມເສດຖະກິດໃຫຍ່ອັນດັບ 3 ຂອງໂລກ ໄດ້ບັນລຸເປົ້າໝາຍການຫຼຸດພາສີລະຫວ່າງກັນເປັນຄັ້ງທຳອິດໃນປະຫວັດສາດ. ສິນຄ້າປອດພາສີເຊິ່ງກັນລະກັນລະຫວ່າງຈີນກັບຍີ່ປຸ່ນ ຈະກວມເອົາ 86% ໃນທີ່ສຸດ ເຊິ່ງລວມທັງເຄື່ອງໃຊ້ປະຈຳວັນ, ລົດ, ເຄື່ອງໃຊ້ໄຟຟ້າ ແລະອື່ນໆ. ຕາມການຄາດຄະເນຂອງພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຍີ່ປຸ່ນໃຫ້ຮູ້ວ່າ: ສັນຍາ RCEP ອາດຈະຊຸກຍູ້ໃຫ້ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຕົວຈິງຂອງຍີ່ປຸ່ນເພີ່ມຂຶ້ນປະມານ 2,7%.
ໃນປີ 2021 ທີ່ຫາກໍຜ່ານພົ້ນໄປ, ເນື່ອງຈາກວ່າເຊື້ອພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດຢູ່ທົ່ວໂລກຢ່າງຂະໜາດໃຫຍ່, ອາເມຣິກາ ແລະເອີຣົບໄດ້ເຂົ້າສູ່ໄລຍະທີ່ມີການແຜ່ລະບາດຢ່າງຮ້າຍແຮງທີ່ສຸດຮອບໃໝ່, ໃນນັ້ນ, ອາເມຣິກາໄດ້ສ້າງສະຖິຕິໂລກຄັ້ງໃໝ່ ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຫຼາຍກວ່າ 1.000.000 ກໍລະນີ ເຊິ່ງໄດ້ເຮັດໃຫ້ເສດຖະກິດອາເມຣິກາ ແລະເອີຣົບເສື່ອມໂຊມລົງຕື່ມອີກ ແລະເຮັດໃຫ້ການຟື້ນຟູເສດຖະກິດຕ້ອງປະເຊີນກັບຄວາມບໍ່ແນ່ນອນ ແລະຄວາມສ່ຽງ. ໃນໄລຍະທີ່ເສດຖະກິດໂລກຕົກຢູ່ໃນສະພາບຄວາມຫຍຸ້ງຍາກຢູ່ນັ້ນ, ເມື່ອສັນຍາ RCEP ມີຜົນບັງຄັບໃຊ້ ຈະເສີມຂະຫຍາຍບົດບາດທີ່ສຳຄັນທີ່ສຸດໃນການນຳພາການຟື້ນຟູເສດຖະກິດໂລກ.
ຕາມການປະເມີນຂອງກອງປະຊຸມການຄ້າ ແລະການພັດທະນາຂອງອົງການສະຫະປະຊາຊາດ ຫຼື UNCTAD , ສັນຍາ RCEP ຈະເຮັດໃຫ້ຍອດມູນຄ່າການຄ້າພາຍໃນພາກພື້ນເພີ່ມຂຶ້ນປະມານ 265 ຕຶ້ຢວນ, ໃນໄລຍະນັ້ນ, ອາຊີຕາເວັນອອກຈະກາຍເປັນ “ສູນກາງການຄ້າຂອງໂລກແຫ່ງໃໝ່”. ສ່ວນ 15 ປະເທດທີ່ໄດ້ລົງນາມໃນສັນຍາ RCEP ຈະນຳໃຊ້ເຂດການຄ້າເສລີຂະໜາດໃຫຍ່ຂອງພາກພື້ນ ເພື່ອບັນລຸເປົ້າໝາຍການພັດທະນາປະເທດຕົນ ແລະພາກພື້ນໄດ້ຢ່າງວ່ອງໄວ, ເຮັດໃຫ້ອາຊີກັບຄືນສູ່ຖານະໃຈກາງຂອງເວທີເສດຖະກິດໂລກ ພ້ອມດຽວກັນນີ້ ກໍຈະເປັນການເລັ່ງການເຄື່ອນຍ້າຍສູນກາງເສດຖະກິດໂລກໄປສູ່ອາຊີ.
ຄຳເຫັນ
0