陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກລັດຖະມົນຕີກຳປູເຈຍສິ້ນສຸດການຢ້ຽມຢາມມຽນມາ

2022-01-09 16:48:59 cri

ນາຍົກລັດຖະມົນຕີກຳປູເຈຍສິ້ນສຸດການຢ້ຽມຢາມມຽນມາ_fororder_微信图片_20220109164259

 

ວັນທີ 8 ມັງກອນນີ້ຕາມເວລາທ້ອງຖິ່ນ,ທ່ານຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍໄດ້ສິ້ນສຸດການຢ້ຽມຢາມມຽນມາທີ່ດຳເນີນເປັນເວລາສອງວັນ,ພ້ອມທັງ ໄດ້ຮ່ວມກັບຝ່າຍມຽນມາອອກຖະແຫຼງການຮ່ວມ.

 

ໃນຖະແຫຼງການ,ຝ່າຍທະຫານມຽນມາໃຫ້ຄຳໝັ້ນສັນຍາວ່າຈະເລື່ອນເວລາປິດການຢຸດຍິງຈາກເດືອນກຸມພາປີ 2022 ໄປຮອດທ້າຍປີ 2022,ພ້ອມທັງຍິນດີ ຕ້ອນຮັບທູດພິເສດກ່ຽວກັບບັນຫາມຽນມາຂອງອາຊຽນເຂົ້າຮ່ວມການເຈລະຈາສັນຕິພາບລະຫວ່າງຝ່າຍທະຫານມຽນມາແລະກຳລັງປະກອບອາວຸດທ້ອງຖິ່ນຂອງຊົນເຜົ່າສ່ວນໜ້ອຍ,ຝ່າຍກຳປູເຈຍສະແດງວ່າສະໜັບສະໜູນຕໍ່ເລື່ອງນີ້,ພ້ອມທັງ ຮຽກຮ້ອງຝ່າຍຕ່າງໆບັນລຸການຢຸດຍິງເພື່ອຜົນປະໂຫຍດຂອງປະເທດຊາດແລະ ປະຊາຊົນ,ແລະຮັກສາຄວາມອົດທົນໃຫ້ຫຼາຍທີ່ສຸດ.

 

ເພື່ອຍົກສູງປະສິດທິພາບຂອງການຊ່ວຍເຫຼືອດ້ານມະນຸດສະທຳແກ່ມຽນມາ, ສອງຝ່າຍສະໜັບສະໜູນການຈັດກອງປະຊຸມພິເສດທີ່ປະກອບດ້ວຍທູດພິເສດ ກ່ຽວກັບບັນຫາມຽນມາຂອງອາຊຽນ ເລຂາທິການໃຫຍ່ອາຊຽນ ຜູ້ຕາງໜ້າສູນ ຊ່ວຍເຫຼືອດ້ານມະນຸດທຳແລະການຄຸ້ມຄອງໄພພິບັດຂອງອາຊຽນ ສະພາກາແດງ ມຽນມາແລະອົງການຈັດຕັ້ງທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ,ເພື່ອຮັບມືກັບວິກິດການມະນຸດສະທຳທີ່ມຽນມາປະເຊີນ.ສອງຝ່າຍຍອມຮັບວ່າ,ການສ້າງກົນ ໄກແລະໂຄ່ງລ່າງທີ່ເໝາະສົມໃຫ້ແກ່ແຜນການສັກວັກຊິນປ້ອງກັນພະຍາດໂຄວິດ-19,ພ້ອມທັງໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳຢ່າງມີປະສິດທິຜົນໃຫ້ແກ່ຜູ້ທີ່ມີຄວາມຕ້ອງການໂດຍບໍ່ມີການຈຳແນກນັ້ນແມ່ນມີຄວາມສຳຄັນທີ່ສຸດ.

ຄຳ​ເຫັນ

0