何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ຍີ່​ປຸ່ນ: ຖານ​ທັບ​ອາ​ເມ​ຣິ​ກາ​ປະ​ຈຳ​ແຂວງ​ໂອະ​ກິ​ນະ​ວະ​ປະ​ເທດ​ຍີ່​ປຸ່ນ​ມີ​ອັດ​ຕາ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ສູງ​ທີ່​ສຸດ​ໃນ​ໂລກ

2022-01-09 14:23:24 CRI

ສື່​ຍີ່​ປຸ່ນ: ຖານ​ທັບ​ອາ​ເມ​ຣິ​ກາ​ປະ​ຈຳ​ແຂວງ​ໂອະ​ກິ​ນະ​ວະ​ປະ​ເທດ​ຍີ່​ປຸ່ນ​ມີ​ອັດ​ຕາ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ສູງ​ທີ່​ສຸດ​ໃນ​ໂລກ_fororder_0109日美

ວັນ​ທີ 8 ມັງ​ກອນ​ນີ້, ແຂວງ​ໂອະ​ກິ​ນະ​ວະ​ປະ​ເທດ​ຍີ່​ປຸ່ນ​​ທີ່​ມີ​ຖານ​ທັບ​ອາ​ເມ​ຣິ​ກາຫຼາຍ​ແຫ່ງ​ໄດ້​ລາຍ​ງານ​ວ່າ​ມີ​ຜູ້​ຕິດເຊື້ອ​ພະ​ຍາດ​ໂຄວິດ-19​ທີ່​ເພີ່ມ​ໃໝ່ 1759 ກໍ​ລະ​ນີ, ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​​ສູງ​ສຸດອີກ​ຄັ້ງ​ໃໝ່​ເປັນ​ມື້​ທີ 3 ລຽ​ນ​ຕິດ​ນັບແຕ່​ການ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ. ມື້​ດຽວ​ກັນ, ຖານ​ທັບ​ອາ​ເມ​ຣິ​ກາ​ປະ​ຈຳ​ແຂວງ​ໂອະ​ກິ​ນະ​ວະ​ໄດ້​ລາຍ​ງານ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່ 302 ກໍ​ລະ​ນີ, ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ເຊັ່ນ​ກັນ.

ສື່ມວນ​ຊົນ​ຍີ່​ປຸ່ນ​ລາຍ​ງານ​ວ່າ, ຖານ​ທັບ​ອາ​ເມ​ຣິ​ກາ​ເປັນ​ແຫຼ່ງກຳ​ເນີດ​ທີ່​ເຮັດ​ໃຫ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ໃໝ່​ຢູ່​ແຂວງ​ໂອະ​ກິ​ນະ​ວະ​, ອັດ​ຕາ​ຜູ້​ຕິດ​ເຊື້ອ​ພະ​ພະ​ຍາດ​ໂຄວິດ-19 ຢູ່ ຖານ​ທັບ​ອາ​ເມ​ຣິ​ກາ​ປະ​ຈຳ​ແຂວງ​ໂອະ​ກິ​ນະ​ວະ​​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ຂອງ​ໂລກ.

ວັນ​ທີ 8 ມັງ​ກອນ​ນີ້, ໜັງ​ສື​ພິມ ເດີ​ຣິວ​ກິວ ຊິມ​ໂປ ​ແຂວງ​ໂອະ​ກິ​ນະ​ວະ​​ປະ​ເທດ​ຍີ່​ປຸ່ນ​ລາຍ​ງານ​ຂ່າວ​ວ່າ, ​ເມື່ອ​ຄິດ​ໄລ່​ຕາມ​ຈຳ​ນວນ​ຄົນ​ຢູ່ ຖານ​ທັບ​ອາ​ເມ​ຣິ​ກາ​ປະ​ຈຳ​ແຂວງ​ໂອະ​ກິ​ນະ​ວະ​ ແລະ ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລ້ວ, ອັດ​ຕາ​ຜູ້​ຕິດ​ເຊື້ອ​ພະ​ຍາ​ໂຄວິດ-19 ຢູ່​ໃນ​ອັນ​ດັບ​ສູງ​ສຸດ​ຂອງ​ໂລກ, ເທົ່າ​ກັບ​ວ່າ ໃນ​ອາ​ທິດ​ໜຶ່ງ​ທີ່​ຜ່ານ​ມາ, ສະ​ເລ່ຍ​ແລ້ວ​ໃນ​ແຕ່​ລະ 1 ແສນ​ຄົນ​ກໍ​ມີ ຜູ້​ຕິດ​ເຊື້ອ​ພະ​ຍາ​ດ​ໂຄວິດ-19 ທີ່​ເພີ່​ມ​ໃໝ່ 1905,3 ຄົນ.

ຄຳ​ເຫັນ

0