秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັນຍາ RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການ ຈະຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນເຂົ້າກັນ ແລະສ້າງຜົນປະໂຫຍດຕົວຈິງໃຫ້ກັບປະຊາຊົນ

2022-01-10 16:53:32 cri

ວັນ​ທີ 1 ມັງ​ກອນ​ປີ 2022, ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ​ເກີດ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ. 10 ປະ​ເທດ​ອາ​ຊຽນ ກັບ​ຈີນ, ຍີ່​ປຸ່ນ, ສ.ເກົາຫຼີ, ອົ​ສ​ຕ​ຣາ​ລີ ແລະ​ນິວ​ຊີ​ແລນ ໄດ້​ຮ່ວມ​ມື​ກັນ ເພື່ອ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຢູ່​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ.

ສັນ​ຍາ RCEP ມີ​ເນື້ອ​ໃນ​ຢ່າງຫຼວງຫຼາຍ ເຊິ່ງ​ລວມ​ທັງ​ການ​ຄ້າສິນ​ຄ້າ, ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ຄ້າ, ການ​ຄ້າ​ການ​ບໍ​ລິ​ການ, ການ​ລົງ​ທຶນ, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ, ການ​ຈັດ​ຊື້​ຂອງ​ລັດ​ຖະ​ບານ ແລະ​ອື່ນໆ. ໃນ​ນັ້ນ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ກໍ​ຄື​ການຫຼຸດ​ພາ​ສີ. ພາຍຫຼັງສັນ​ຍາ RCEP ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ, ສິນ​ຄ້າຫຼາຍກວ່າ 90% ພາຍ​ໃນ​ພາກ​ພື້ນຈະ​​ບັນ​ລຸ​ການປອດ​ພາ​ສີ​ໃນ​ທີ່​ສຸດ ເຊິ່ງ​ລວມ​ທັງ​ການ​ປອ​ດ​ພາ​ສີ​ໃນ​ທັນ​ທີ ແລະ​ປອດ​ພາ​ສີ​ໂດຍ​ແບ່ງ​ເປັນ​ແຕ່​ລະ​ໄລ​ຍະ​ພາຍ​ໃນ 10 ປີ.

ບຸກ​ຄົນ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ຂອງ​ປະ​ເທດ​ອາ​ຊຽນ​ເຫັນ​ວ່າ: ເຂດ​ການ​ຄ້າ​ເສ​ລີ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ ຈະ​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ກັບ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ຕົນ ພ້ອມ​ທັງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ອາ​ຊຽນ, ເລັ່ງ​​ຂະ​ບວນ​ການ​ເຊື່ອມ​ໂຍງເສດ​ຖະ​ກິດ​ອາ​ຊຽນ​ເຂົ້າ​ກັນ ​.

​ໃນ​ປີ 2022, ກະ​ຊວງ​ການ​ຄ້າ​ກຳ​ປູ​ເຈຍ ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽ​ນຄາດ​ຄະ​ເນ​ວ່າ: ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ ແລະ​ອື່ນໆ​ຂອງ​ກຳ​ປູ​ເຈຍ ຈະ​ໄດ້​ຮັບ​ນະ​ໂຍ​ບາຍ​ສິດ​ທິ​ພິ​ເສດ​ດ້ານ​ພາ​ສີ​​ຕາມ​ຂອບ​ສັນ​ຍາ RCEP . ​ສັນ​ຍາ RCEP ຈະ​ຊຸກ​ຍູ້ໃຫ້​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ ຫຼື GDP ຂອງ​ກຳ​ປູ​ເຈຍ​ເພີ່ມ​ຂຶ້ນ​ປະ​ມານ 2%, ການ​ສົ່ງ​ອອກ​ຈະ​ເພີ່ມ​ຂຶ້ນ 7,3% ແລະ​ການ​ລົງ​ທຶນ​ຈະ​ເພີ່ມ​ຂຶ້ນ 23,4%.

ອີງ​ຕາມ “​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ” ຂອງ​ສັນ​ຍາ RCEP , ຂໍ​ພຽງ​ແຕ່​ມູນ​ຄ່າ​ເພີ່ມ​ຂອງ​ສິນ​ຄ້າ​ທີ່​ມາ​ຈາກ​ທຸກ​ຂັ້ນ​ຕອນ​ປຸງ​ແຕ່ງ​ນັ້ນ ແມ່ນ​ເປັນ​ຂອງ 15 ປະ​ເທດ​ສະ​ມາ​ຊິກ ແລະ​ມູນ​ຄ່າ​ເພີ່ມ​ທັງ​ໝົດແມ່ນຫຼາຍກວ່າ 40%, ຈະ​ໄດ້​ຮັບ​ນະ​ໂຍ​ບາຍ​ພິ​ເສດ​ດ້ານ​ພາ​ສີ. ນັກ​ວິ​ເຄາະ​ເຫັນ​ວ່າ: ນີ້​ຈະ​ເຮັດ​ໃຫ້​ການ​ຈໍ​ລະ​ຈອນ​ຊັບ​ພະ​ຍາ​ກອນ​ການ​ຜະ​ລິດ​ພາຍ​ໃນ​ພາກ​ພື້ນ​​ແຫ່ງນີ້​ມີ​ປະ​ສິດ​ທິ​ພາບ ແລະ​ມີ​ຄວາມ​ໂລ່ງ​ລ່ຽນຫຼາຍກວ່າ​ເກົ່າ ແລະ​ຈະ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ເຂົ້າ​ກັນຕື່ມ​ອີກ.

​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຣາ​ມອນ ໂລ​ເປ​ສ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ແລະ​ອຸດ​ສາ​ຫະ​ກຳ​ຟິ​ລິບ​ປິນ ໄດ້​ເລັ່ງຊຸກ​ຍູ້​ໃຫ້​ສະ​ພາ​ສູງ​ຟິ​ລິບ​ປິນອະ​ນຸ​ມັດ​ສັນ​ຍາ RCEP ໂດຍ​ໄວ ໂດຍ​ເຫັນ​ວ່າ: ການ​ເຂົ້າ​ເປັນ​ສະ​ມາ​ຊິກສັນ​ຍາ RCEP ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ກັບ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງຟິ​ລິບ​ປິນ. ພາຍຫຼັງ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງສັນ​ຍາ RCEP ແລ້ວ, ການ​ສົ່ງ​ອອກ​ໝາ​ກ​ໄມ້, ຜະ​ລິດ​ຕະ​ພັນ​ທະ​ເລ, ເສື້ອ​ຜ້າ, ເຈ້ຍ​ຂອງ​ຟິ​ລິບ​ປິນ​ ​ທີ່​ສົ່ງ​ໄປ​ປະ​ເທດ​ຈີນ ແລະ​ປະ​ເທດ​ອື່ນໆໃນອາ​ຊີ​ຕາ​ເວັນ​ອອກ ຈະໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງຫຼວງຫຼາຍ.

ເວົ້າ​ສຳ​ລັບ​ປະ​ຊາ​ຊົນ​ສາ​ມັນ​ທົ່ວ​ໄປ​ແລ້ວ, RCEP ກໍ​ໝາຍ​ເຖິງ​ຄວາມ​ສະ​ດວ​ກ​ທີ່ຫຼາຍກວ່າ​ເກົ່າ ເຊັ່ນ: ປະ​ເທດ​ສະ​ມາ​ຊິກ​ຕ່າງໆໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່​າ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກກ​ວ່າ​ເກົ່າ ​ ສຳ​ລັບ​ນັກ​ລົງ​ທຶນ, ພະ​ນັກ​ງານ​ບໍ​ລິ​ສັດ, ຜູ້​ໃຫ້​ບໍ​ລິ​ການ​ຕາມ​ສັ​ນ​ຍາ ແລະ​ຜູ້​​ເຮັດ​ທຸ​ລະ​ກິດ​ປະ​ເພດ​ຕ່າງໆຂອງ​ບັນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ. ນອກ​ນີ້, ສິ່ງ​ທີ່​ໜ້າ​ຄອງ​ຄອຍ​ທີ່​ສຸດ​ສຳ​ລັບ​ຜູ້​ບໍ​ລິ​ໂພກ​ປະ​ເທດ​ຕ່າງໆ​ກໍ​ຄື: ສາ​ມາດ​ຊື້ສິນ​ຄ້າ​ນຳ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ດີ​ດ້ວຍ​ລາ​ຄາ​ທີ່​ຖືກກວ່າ​ເກົ່າ. ​ຕາມ​ຂ່າວ​ລາຍ​ງານ​ວ່າ: ເບຍ​ລາວ, ​ເຂົ້າຫອ​ມລາວ, ໝາກ​ພ້າວ ແລະ​ສິນ​ຄ້າ​ອື່ນໆ​ທີ່​ຈີນ​ນຳ​ເຂົ້າ​ຈາກບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ນັ້ນ ຈະ​ປອດ​ພາ​ສີ​ເທື່ອ​ລະ​ກ້າວ. ພ້ອມ​ດຽວ​ກັນ​ນັ້ນ, ເຄື່ອງ​ຈັກ, ແຜ່ນ​ແພ, ເສື້ອ​ຜ້າ ທີ່​ຈີນ​ສົ່ງ​ອອກ​ສູ່​ອາ​ຊຽນ​ນັ້ນ ກໍ​ຈະ​ປອ​ດ​ພາ​ສີ​ເທື່ອ​ລະ​ກ້າວ​ເຊັ່ນ​ກັນ.

ຜົນ​ສຳ​ເລັດອັນ​ພົ້ນ​ເດັ່ນ​ຂອງ​ສັນ​ຍາ RCEP ຍັງ​ມີ​ອີກຫຼາຍ​ຢ່າງ ເຊັ່ນ: ລະ​ດັບ​ເປີດ​ປະ​ຕູ​ສູ່​ພາຍນອກດ້ານການ​ຄ້າ​ການ​ບໍ​ລິ​ການ​​ຢູ່​ໃນ​ລະ​ດັບ​ນຳ​ໜ້າ​ໝູ່, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ມີ​ການ​ພັດ​ທະ​ນາ, ​ຂໍ້​ມູນ​ຫັນ​ເປັນ​ເສ​ລີ ແລະ​ອື່ນໆ. ສະ​ນັ້ນ, ບໍ່​ວ່າ​ຈະ​ເປັນ​ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ຂັ້ນ​ສູງ, ວິ​ສາ​ຫະ​ກິດ​ການ​ຄ້າ, ວິ​ສາ​ຫະ​ກິດ​ຂ​າຍ​ຍ່ອຍ ຫຼື​ວ່າ​ເປັນ​ປະ​ຊາ​ຊົນ​ທົ່ວ​ໄປ, ຕ່າງ​ກໍ​ມີ​ຄວາມ​ຫວັງຢ່າງຫຼວງຫຼາຍ ຕໍ່​ກັບ​ການ​ປ່ຽນ​ແປງ​ທີ່​ເກີດ​ຈາກ​ສັນ​ຍາ RCEP . ນີ້​ກໍ​ສົມ​ກັບ​ຄຳ​ເວົ້າ​ຂອງທ່ານ​ວິ​ລະ​ສັກ ສົມ​ພົງ, ກົງ​​ສຸນ​ໃຫຍ່​ຂອງ​ສະ​ຖາ​ນກົງ​ສຸນ​ລາວ​ປະ​ຈຳ​ນະ​ຄອນ​ນານ​ໜິງ​​ປະ​ເທດ​ຈີນໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: “ສັນ​ຍາ RCEP ໄດ້​ກວມ​ເອົາ​ກຸ່ມ​ເສດ​ຖະ​ກິດ​​ຂະ​ໜາດ​ໃຫຍ່ ແລະ​ຕະຫຼາດ​ທີ່ກວ້າງ​ຂວາງ. ​ການ​ທີ່​ສັນ​ຍາ RCEP ​ມີ​ຜົນ​ບັງ​ຄັບ​ໃຊ້ ຈະ​ຊຸກ​ຍູ້​ຂະ​ບວນ​ການ​ເຊື່ອມ​ໂຍງເສດ​ຖະ​ກິດຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ເຂົ້າ​ກັນ ແລະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ ແລະ​ກາຍ​ເປັນ​ແຮງ​ຂັ​ບ​ເຄື່ອນ​ທີ່​ສຳ​ຄັນ​ສຳ​ລັບ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາກ​ພື້ນຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.”

ຄຳ​ເຫັນ

0