郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ທ່ອງ​ທ່ຽວ​ຕົ້ນ​ຕໍ​ຂອງ​ໄທ​ມີ​ສະ​ພາບ​ພະ​ຍາດ​ໂຄວິດ-19ທີ່​ແຜ່​ລະ​ບາດ​ແຮງ​ຂຶ້ນ​ອີກ,ລັດ​ຖະ​ບານຫ້າມ​ບໍ່​ໃຫ້​ດື່ມ​ເຫຼົ້າ​ພາຍ​ໃນ​ຮ້ານ

2022-01-10 17:07:58 cri

ເຂດ​ທ່ອງ​ທ່ຽວ​ຕົ້ນ​ຕໍ​ຂອງ​ໄທ​ມີ​ສະ​ພາບ​ພະ​ຍາດ​ໂຄວິດ-19ທີ່​ແຜ່​ລະ​ບາດ​ແຮງ​ຂຶ້ນ​ອີກ,ລັດ​ຖະ​ບານຫ້າມ​ບໍ່​ໃຫ້​ດື່ມ​ເຫຼົ້າ​ພາຍ​ໃນ​ຮ້ານ_fororder_1776867919

ຕາມ​ສະ​ຖິ​ຕິ​ຫຼ້າ​ສຸດ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ປະ​ກາດ​ນັ້ນ, ປັດ​ຈຸ​ບັນ ເຂດ​ທ່ອງ​ທ່ຽວ​ຕົ້ນ​ຕໍ​ຂອງ​ໄທ​ມີ​ສະ​ພາບ​ພະ​ຍາດ​ໂຄວິດ-19​ແຜ່​ລະ​ບາດ​ແຮງ​ຂຶ້ນ​ອີກ,​ ​ວັນ​ທີ9ມັງ​ກອນນີ້,ຢູ່ແຂວງ ຊົນ​ບູ​ຣີ ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້921ກໍ​ລະ​ນີ ເຊິ່ງ​ຫຼາຍກວ່າ​ນະ​ຄອນ​ຫຼວງ​ບາງກອກ,ແຫຼ່ງ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັດ ຕົ້ນ​ຕໍ​ແມ່ນ​ ​ພັດ​ທະ​ຍາ​ແລະຮ້ານ​ອາ​ຫານຕາມ​ຫາດ​ບາງ​ແສນ. ອົງ​ການ​ປ້ອງ​ກັນ​ພະ​ຍາດ​ທ້ອງ​ຖິ່ນໄດ້​ ກວດ​ກາ​ຮ້ານ​ອາ​ຫານ​ຕ່າງໆ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ ໂດຍ​ຮຽກ​ຮ້ອງໃຫ້ຮ້ານ​ອາ​ຫານກວດ​ເຊື້ອ​ໂຄວິດ-19ໂດຍ​ໄວ​ສຳ​ລັບ​ຜູ້​ເຮັດ​ວຽກ​ໃນ​ຮ້ານ​ແລະ​ລູກ​ຄ້າ​ທັງ​ໝົດ​ໃນ​ແຕ່​ລະມື້,ແລະ​ຈຳ​ກັດ​ເວ​ລາ​ດື່ມ​ເຫຼົ້າ​ໃນ​ຮ້ານ​ແມ່ນກ່ອນ​ເວ​ລາ21ໂມງ. ຮ້ານ​ບັນ​ເທີງ,ຮ້ານ​ເຫຼົ້າ,ຮ້ານ​ຮ້ອງ​ເພງ​ທີ່​ເປັນ​ສະ​ຖານ​ທີ່​ບັນ​ເທີງ​ໃນ​ກາງ​ຄືນ ຕ້ອງ​ສອດ​ຄ່ອງ​ກັບ​ມາດ​ຕະການ​ປ້ອງ​ກັນ​ແລ​ະ​ຄວບ​ຄຸມ​ພະ​ຍາດ​ຂອງ​ລັດ​ຖະ​ບານ ​ຈຶ່ງ​ຈະໄດ້​ຮັບ​ອະ​ນຸ​ມັດ​ໃຫ້​ສາ​ມາດ​ເປີດ​ທຸ​ລະ​ກິດໄດ້​ຄືນ​ໃນ​ວັນ​ທີ16ມັງ​ກອນນີ້.

ມື້​ດຽວ​ກັນ ຢູ່​ແຂວງ ພູ​ເກັດ ໄດ້​ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້ ​635 ກໍ​ລະ​ນີ,ເຖິງວ່າ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ໄປ​ທ່ຽວ​ປະ​ເທດ​ໄທ​ນັ້ນ​ລ້ວນ​ແຕ່​ໄດ້​ສັກ​ວັກ​ຊິນ2ເຂັມ​ແລ້ວກໍ​ຕາມ, ແຕ່​ນັກ​ທ່ອງ​ທ່ຽວຕ່າງ​ປະ​ເທດ​ທີ່​ເຂົ້າ​ໄປ​ທ່ຽວ​ພູ​ເກັດ​ໃນ​ຫວ່າງ​ມໍ່​ໆ​ມານີ້ ແຕ່​ລະ​ມື້​ໄດ້​ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ100ກໍ​ລະ​ນີ, ​ລວມທັງ​ໝົດ​ແລ້ວ ແຂວງ​ພູ​ເກັດ​ມີລາຍ​ງານຜູ້​ຕິດ​ໄວ​ຣັດ ໂອ​ມີ​ຄ​ຣອນ ເຖິງ​234ກໍ​ລະ​ນີ, ນັກ​ທ່ອງ​ທ່ຽວ​ທີ່​ຕິດ​ເຊື້ອ​ພະ​ຍາດທັງ​ໝົດ​ ລ້ວນ​ແຕ່​ໄດ້​ຮັບ​ການ​ປິ່​ນ​ປົວ​ຢູ່​ໂຮງ​ໝໍ​ທ້ອງ​ຖິ່ນ​ແລ້ວ.

ຄຳ​ເຫັນ

0