刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ອອງ​ຊານ​ຊູ​ຈີ ຖືກຕັດ​ສິນ​ຕັດ​ອິດ​ສະ​ລະ​ພາບ​ເປັນ​ເວ​ລາ 4 ປີ​ຂຶື້ນ​ໄປ

2022-01-10 16:02:21 cri

ທ່ານ​ນາງ​ອອງ​ຊານ​ຊູ​ຈີ ຖືກຕັດ​ສິນ​ຕັດ​ອິດ​ສະ​ລະ​ພາບ​ເປັນ​ເວ​ລາ 4 ປີ​ຂຶື້ນ​ໄປ_fororder_微信图片_20220110135428

ຕອນ​ເຊົ້າ​ຂອງ​ວັນ​ທີ 10 ມັງ​ກອນ​ນີ້, ສານ​ມຽນ​ມາ​ໄດ້ເປີດ​ສານ​ອີກ​ຄັ້ງ​ໜຶ່ງ​ເພື່ອ​ຕັດ​ສິນ​ຄະ​ດີ​​ທ່ານ​ນາງ​ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ໃນ​ຂໍ້​ຫາ​ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​​ການ​ຄ້າຂາ​ເຂົ້າ​ຂາ​ອອກ ໂດຍ​ໄດ້​ຕັດ​ສິນ​ວ່າ ຂໍ້ກ່າວຫາ ຂອງ​ທ່ານມີຫຼັກຖານ​ຢືນ​ຢັນຢ່າງຄົບຖ້ວນ ​ຈິ່ງ​ໄດ້​ຕັດ​ອິ​ດ​ສະ​ລະ​ພາບ​ທ່ານ​ເປັນ​ເວ​ລາຫຼາຍກວ່າ 4 ປີ.

ວັນ​ທີ 6 ທັນ​ວາ​ປີ 2021 ທີ່​ຜ່ານ​ມາ, ທ່ານ​ນາງ​ອອງ​ຊານ​ຊູ​ຈີ ແລະ​ທ່ານ​ວິນ​ມິນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ຕ່າງ​​ກໍ່ໄດ້​ຖືກ​ສານ​ຕັດ​ສິນ​​ຕັດ​ອິດ​ສະ​ລະ​ພາບ​ພວກ​ທ່ານ ເປັນ​ເວ​ລາ 4 ປີ ດ້ວຍ​ຂໍ້​ກ່າວ​ຫາ​​ລະ​ເມີດ​ມາດ​ຕາ 505 b ໃນ​ກົດ​ໝາຍອາ​ຍາ ແລະ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພ​ພິ​ບັດ​ທຳ​ມະ​ຊາດ, ຕອນ​ຄ່ຳ​ມື້​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ​ມຽນ​ມາ​ໄດ້​ປະ​ກາດ​ວ່າ ໄດ້ຫຼຸດ​ເວ​ລາ​ຕັດ​ອິດ​ສະ​ລະ​ພາບ​ໃຫ້​ກັບ​ສອງ​ທ່ານ 2 ປີ ແລະ​ຮຽກ​ຮ້ອງ​ໃຫ້​ສອງ​ທ່ານ​ສືບ​ຕໍ່ຕິດ​ຄຸກແບບ​ກັກ​ບໍ​ລິ​ເວນ​ຕໍ່​ໄປ.

​ນັບແຕ່​ເດືອນ​ກຸມ​ພາ​ປີ 2021 ເປັນ​ຕົ້ນ​ມາ, ທ່ານ​ນາງ​ອອງ​ຊານ​ຊູ​ຈີ ຖືກ​ກ່າວ​ຫາ 10 ກວ່າ​ຂໍ້, ນອກ​ຈາກ​ຂໍ້​ກ່າວ​ຫາ 3 ຂໍ້​ທີ່​ໄດ້​ຕັດ​ສິນ​ໄປ​ແລ້ວ​ນັ້ນ, ຍັງ​ມີ​ຂໍ້​ກ່າວ​ຫາຫຼາຍ​ຂໍ້​ພວມ​ຢູ່​ໃນ​ໄລ​ຍະ​ພິ​ຈາ​ລະ​ນາ​ຂອງ​ສານ.

ຄຳ​ເຫັນ

0