刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພົບ​ກັບ​ທ່ານ​ສີ​ຈິ້ນ​ຜິງ ຕອນ​ທີ 7: "ທ່ານ​ເປັນ​ຜູ້​ນຳ​ທີ່​ແທ້​ຈິງ​ຂອງ​ປະ​ເທດ​ໃຫຍ່"

2022-01-10 16:17:01 cri

ທ່ານ ພານເຫວີຍຫຼຽນ ເປັນຄົນຕ່າງປະເທດຢູ່ແຂວງຟູຈ້ຽນ ຜູ້ທຳອິດທີ່ໄດ້ຮັບໃບອະນຸຍາດໃຫ້ຄົນຕ່າງປະເທດພັກເຊົາຢູ່ຈີນຢ່າງຖາວອນຫຼື ບັດຂຽວ, ປັດຈຸບັນ ທ່ານເປັນສາສະດາຈານມະຫາວິທະຍາໄລ ເຊ້ຍເມີນ. ໃນພາບປະທັບໃຈຂອງທ່ານພານເຫວີຍຫຼຽນ, ສະຫາຍ ສີຈິ້ນຜິງ ເປັນຄົນທີ່ເປັນກັນເອງ ເຂົ້າຫາໄດ້ງ່າຍ, ມີຄວາມຕັ້ງໃຈ ແລະມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ.ຕອນທີ່ທ່ານຫາກໍ່ໄປເຮັດວຽກຢູ່ນະຄອນເຊ້ຍເມີນແຂວງຟູຈ້ຽນ, ພໍດີຢູ່ໃນໄລຍະທີ່ ສະຫາຍສີຈິ້ນຜິງກຳລັງເຮັດ ວຽກຢູ່ແຂວງຟູຈ້ຽນ. ໃນໄລຍະທີ່ ທ່ານພານເຫວີຍຫຼຽນ ເປັນພະຍາດມະເຮັງ, ທ່ານສີຈິ້ນຜິງ ເຄີຍໄດ້ແຕ່ງຄົນເດີນທາງໄປຮົງກົງ ເພື່ອຢ້ຽມຢາມແລະໃຫ້ກຳລັງໃຈແກ່ ທ່ານພານເຫວີຍຫຼຽນຕ້ອງມີຈິດໃຈທີ່ເຂັ້ມແຂງແລະບໍ່ຕ້ອງທໍ້ຖອຍ, ຫວັງໃຫ້ລາວຈະຟື້ນຟູສຸຂະພາບໃຫ້ແຂງແຮງ ແລະກັບຄືນເມືອ “ບ້ານ” ໂດຍໄວ. ໃນໄລຍະ 30 ກວ່າປີ ຜ່ານມາທ່ານພານເຫວີຍຫຼຽນໄດ້ເປັນສັກຂີພິຍານ ໃຫ້ກັບການປ່ຽນແປງຢ່າງໃຫຍ່ຫລວງໃນດ້ານການພັດທະນາຈີນ. ທ່ານ ພານເຫວີຍຫຼຽນ ເຫັນວ່າ ການທີ່ພົບກັບທ່ານສີຈິ້ນຜິງຖືວ່າ ເປັນປະສົບການອັນປະເສີດເລີດລ້ຳທີ່ສຸດໃນຊີວິດຂອງຕົນ.

 

ຄຳ​ເຫັນ

0