覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາຍການສີແສງແຫ່ງຍຸກ: ສະພາບການກະກຽມດ້ານສະໜາມກິລາສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ

2022-01-10 16:19:25 cri

ລາຍການສີແສງແຫ່ງຍຸກ:  ສະພາບການກະກຽມດ້ານ ສະໜາມກິລາສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ_fororder_速滑馆考察
 

    ວັນທີ 4 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຢ້ຽມຢາມສະໜາມກິລາສະເກັດຄວາມໄວແຫ່ງຊາດ

 

    ວັນທີ 4 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປ ເຖິງສະໜາມກິລາສະເກັດຄວາມໄວແຫ່ງຊາດ,ສູນສື່ມວນຊົນຫຼັກ ຂອງງານກິລາໂອລິມປິກລະ ດູຫນາວປັກກິ່ງ, ງານກິລາໂອລິມປິກຄົນພິການລະດູຫນາວປັກກິ່ງ ແລະແຫ່ງອື່ນໆ ເພື່ອຮັບຮູ້ສະພາບວຽກງານກະກຽມການແຂ່ງຂັນ ຂອງງານກິລາໂອລິມປິກລະດູຫນາວປັກກິ່ງ ແລະງານກິລາ ໂອລິມປິກຄົນພິການ ລະດູຫນາວປັກກິ່ງ 2022, ທັງຢ້ຽມຢາມແລະຢື້ຢາມຖາມຂ່າວເຖິງນັກກິລາ, ຄູຝຶກ, ພະນັກງານຄຸ້ມຄອງການດຳເນີນງານ, ພະນັກງານບໍລິການແລະຮັບປະກັນ, ພະນັກງານຄົ້ນຄວ້າວິທະຍາສາດ, ນັກຂ່າວ, ອາສາສະຫມັກເປັນຕົ້ນ, ທັງໄດ້ອວຍພອນໄຊອັນປະເສີດໃຫ້ເຂົາເຈົ້າເນື່ອງໃນໂອກາດປີໃຫມ່ສາກົນ.
 

ລາຍການສີແສງແຫ່ງຍຸກ:  ສະພາບການກະກຽມດ້ານ ສະໜາມກິລາສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ_fororder_媒体中心交谈
 

ທ່ານສີຈິ້ນຜິງໂອ້ລົມກັບນັກຂ່າວຈີນທີ່ກຳລັງເຮັດວຽກຢູ່ສູນສື່ມວນຊົນຫຼັກ

 

   ພວກເຮົາຈົ່ງມາຕິດຕາມການເຄື່ອນໄຫວ ຂອງທ່ານສີຈິ້ນຜິງໃນຄັ້ງນີ້ິເພື່ອຮັບຮູ້ສະພາບການກະກຽມງານກິລາໂອລິມປິກລະດູຫນາວປັກກິ່ງ.
 

 ງານກິລາໂອລິມປິກລະດູຫນາວປັກກິ່ງຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 4 ກຸມພາຫນ້ານີ້. ກ່ອນປີໃຫມ່ສາກົນ 2022 ຈະຫມູນວຽນມາເຖິງ, ທ່ານສີຈິ້ນ ຜິງໄດ້ກ່າວເຖິງອີກຄັ້ງຫນຶ່ງໃນເວລາກ່າວຄຳອວຍພອນປີໃຫມ່ສາກົນ 2022ວ່າ:

“ພວກເຮົາຈະພະຍາຍາມຈົນສຸດຄວາມສາມາດເພື່ອຈັດງານມະຫາກຳກິລາໂອລິມປິກທີ່ໜ້າປະທັບໃຈຄັ້ງໜຶ່ງໃຫ້ກັບໂລກ.”
 

ລາຍການສີແສງແຫ່ງຍຸກ:  ສະພາບການກະກຽມດ້ານ ສະໜາມກິລາສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ_fororder_运动员交流
 

ທ່ານສີຈິ້ນຜິງຢື້ຢາມຖາມຂ່າວເຖິງນັກກິລາ, ຄູຝຶກທີ່ກຳລັງຝຶກຊ້ອມຢູ່ໃນສະຫນາມກິລາ

ທຸກມື້ນີ້, ສະໜາມແຂ່ງຂັນກິລາແຫ່ງຕ່າງໆໄດ້ສ້າງສຳເລັດໝົດແລ້ວ, ວຽກງານຈັດຕັ້ງການແຂ່ງຂັນ,ວຽກງານການບໍລິການແລະຮັບປະກັນກໍ ໄດ້ຮັບການຊຸກຍູ້ປະຕິບັດໄປຢ່າງໝັ້ນທ່ຽງ, ວຽກງານກະກຽມງານກິລາ ໂອລິມປິກລະດູໜາວກໍໄດ້ດຳເນີນໄປຢ່າງໜັກແໜ້ນແລະເປັນລະບຽບ.
 

ເຂດແຂ່ງຂັນຢຽນຊິ້ງນະຄອນຫຼວງປັກກິ່ງເປັນ ໜຶ່ງໃນເຂດແຂ່ງຂັນກິລາ ຫິມະແຫ່ງຕ່າງໆຂອງງານກິລາໂອລິມປິກລະດູໜາວ2022, ສູນສະກີຫິມະພູເຂົາ ແຫ່ງຊາດກໍແມ່ນສ້າງຕັ້ງຢູ່ທີ່ນີ້. ເລີ່ມແຕ່ວັນທີ 15 ພະຈິກປີ2021 ເປັນຕົ້ນ ມາ,ສູນສະກີຫິມະພູເຂົາແຫ່ງຊາດ ໄດ້ເລີ່ມປະຕິບັດວຽກງານຜະລິດຫິມະ ເພື່ອການແຂ່ງຂັນກິລາສະກີຫິມະພູເຂົາຢ່າງເປັນທາງການ.
 

ພະນັກງານຂອງທີມງານຮັບປະກັນການດຳເນີນງານຂອງສະໜາມກິລາແຫ່ງນີ້ໄດ້ໃຫ້ຮູ້ວ່າ: “ມາຮອດວັນທີ 1 ມັງກອນນີ້, ພວກເຮົາໄດ້ຜະລິດຫິມະສຳເລັດ ແລ້ວປະມານ 76%, ພາຍຫຼັງຜະລິດຫິມະໃຫ້ສຳເລັດໃນວັນທີ 10 ມັງກອນນີ້ ແລ້ວ, ຄວາມໜາຂອງຫິມະຢູ່ໃນເລນແຂ່ງຂັນສະເລ່ຍແລ້ວຢູ່ລະຫວ່າງ 1,5ແມັດ ຫາ 2 ແມັດ, ລົດໂລຢຽບຫິມະໃຫ້ແຫນ້ນກໍຈະເຮັດວຽກຕະຫຼອດ 24 ຊົ່ວໂມງຢ່າງບໍ່ຢຸດເຊົາ. ”
 

ລາຍການກິລາສະກີຫິມະພູເຂົາຖືກເອີ້ນກັນວ່າ “ໄຂ່ມຸກເທິງມຸງກຸດງານກິລາ ໂອລິມປິກລະດູໜາວ”, ອີງຕາມມາດຕະຖານເລນແຂ່ງຂັນ ກິລາສະກີຫິມະພູເຂົາ ຂອງງານກິລາໂອລິມປິກລະດູໜາວ, ເພື່ອຮັບປະກັນໃຫ້ນັກກິລາສາມາດ ສະກີ ດ້ວຍຄວາມໄວສູງ, ພື້ນຜິວຂອງເລນຫິມະຕ້ອງຮັກສາໃຫ້ຢູ່ໃນສະພາບເປັນກ້າມ, ສະນັ້ນ, ການຜະລິດຫິມະໃນຖານະເປັນຂອດທຳອິດໃນການສ້າງ ເລນແຂ່ງຂັນ ໃນສະພາບຫິມະເປັນກ້າມນັ້ນຈິ່ງມີຄວາມສຳຄັນເປັນພິເສດ.
 

ຜູ້ເຮັດວຽກຜະລິດຫິມະໃຫ້ຮູ້ວ່າ: “ຜູ້ເຮັດວຽກ 20 ຄົນແຕ່ລະມື້ຕ້ອງໄດ້ ແບ່ງເປັນສອງຈຸຜັດປ່ຽນກັນເຮັດວຽກຕະຫຼອດ 24 ຊົ່ວໂມງ. ” ເພື່ອຮັບປະກັນໃຫ້ ຫິມະທີ່ຜະລິດອອກມາສາມາດຕົກລົງໃສ່ເລນແຂ່ງຂັນໃຫ້ຫຼາຍ ເທົ່າທີ່ຈະ ຫຼາຍໄດ້, ຜູ້ເຮັດວຽກຜະລິດຫິມະຕ້ອງກວດເບິ່ງສະພາບການຜະລິດ ຫິມະ ຢູ່ພື້ນທີ່ຕົວຈິງໃນທຸກໆຊົ່ວໂມງ.
 

ຢູ່ແຫ່ງນີ້, ໃນລະດູໜາວ ລົມພັດມາບາງຄັ້ງບາງຄາວຈະມີຄວາມໄວເຖິງ ລະດັບ 11 ຫຼື 103-117ກິໂລແມັດຕໍ່ຊົ່ວໂມງ, ອຸນຫະພູມຕ່ຳສຸດເຖິງຕິດລົບ 30 ອົງສາ, ທີມງານຮັບປະກັນການດຳ ເນີນງານພາກສະໜາມຂອງສູນສະກີຫິມະພູເຂົາແຫ່ງຊາດໄດ້ເຝົ້າປະຕິບັດໜ້າທີ່ຢູ່ທີ່ນີ້. ເຂົາເຈົ້າກ່າວວ່າ: “ເຖິງຈະລຳບາກແດ່, ແຕ່ເມື່ອຄິດເບິ່ງແລ້ວ, ງານກິລາ ໂອລິມປິກລະດູໜາວປັກກິ່ງປີ 2022 ແມ່ນເປັນການປະກອບສ່ວນເພື່ອປະເທດ ຊາດ,” “ໃນຕໍ່ໜ້າ,ຂ້ອຍຈະບອກລູກວ່າ, ງານກິລາໂອລິມປິກລະດູໜາວ2022, ພໍ່ໄດ້ມີສ່ວນຮ່ວມແລ້ວ!”
 

ການຜະລິດນ້ຳກ້ອນ ເປັນການສະແດງໃຫ້ເຫັນແບບສັງລວມເຖິງກຳລັງຕົວຈິງດ້ານ ເຕັກໂນໂລຊີຂອງສະໜາມກິລາງານກິລາໂອລິມປິກລະດູໜາວ. ພື້ນຜິວນ້ຳ ກ້ອນທີ່ີມື່ນກ້ຽງແລະໝັ້ນທ່ຽງ ເປັນຂໍກຸນແຈທີ່ສຳຄັນທີ່ສຸດໃນການແຂ່ງຂັນ ກິລາຫິມະແລະນ້ຳກ້ອນທີ່ມີລະດັບສູງ. ຄວາມຫຼຸດລື່ນກັນດ້ານອຸນຫະພູມຂອງ ພື້ນຜິວນ້ຳກ້ອນໃນສະໜາມກິລາຍິ່ງໜ້ອຍເທົ່າໃດ, ພື້ນຜິວນ້ຳກ້ອນກໍຈະຍິ່ງຮາບພຽງເທົ່ານັ້ນ, ຄວາມແຂງຂອງນ້ຳກ້ອນກໍຈະຍິ່ງສະໝ່ຳສະເໝີກວ່າ. ຕາມມາດຕະຖານຂອງ ສະຫະພັນກິລາສະເກັດສາກົນ, ຄວາມຫຼຸດລື່ນກັນດ້ານອຸນຫະພູມຂອງ ພື້ນຜິວນ້ຳ ກ້ອນແມ່ນບໍ່ໃຫ້ເກີນ 1.5℃.
 

ໃນຖານະເປັນສະໜາມແຂ່ງຂັນກິລາສະເກັດຄວາມໄວຂອງງານກິລາໂອລິມປິກລະດູໜາວປັກກິ່ງ, ສະໜາມກິລາສະເກັດຄວາມໄວແຫ່ງຊາດຫຼື ຊື່ເອີ້ນອີກ ຊື່ຫນຶ່ງວ່າ:  ສາຍໂບນ້ຳກ້ອນ “The Ice Ribbon” ເປັນສະໜາມກິລາສັນຍາ ລັກໃນເຂດແຂ່ງຂັນຫຼັກປັກກິ່ງ ແລະເປັນສະໜາມແຂ່ງຂັນກິລານ້ຳກ້ອນ ທີ່ສ້າງຂຶ້ນໃໝ່ພຽງແຫ່ງດຽວຂອງງານກິລາໂອລິມປິກລະດູໜາວປັກກິ່ງ2022, ເຊິ່ງໄດ້ອອກແບບພື້ນຜິວນ້ຳກ້ອນທີ່ໃຫຍ່ກວ່າໝູ່ໃນອາຊີ, ເນື້ອທີ່ພື້ນຜິວນ້ຳກ້ອນມີເຖິງ 12.000 ຕາແມັດ. ຕາມປົກກະຕິແລ້ວແມ່ນສາມາດຮອງຮັບໄດ້ຫຼາຍກວ່າ 2000 ຄົນຫຼິ້ນກິລານ້ຳກ້ອນທຸກປະເພດເຊັ່ນໄອສຮອກກີ, ສະເກັດຄວາມໄວ, ສະເກັດ ລີລາ, ເຄີລີງ ແລະອື່ນໆໄດ້ໃນເວລາດຽວກັນເລີຍ. ພື້ນຜິວນ້ຳກ້ອນຢູ່ທີ່ນີ້ຖືກເອີ້ນກັນວ່າ ເປັນ “ນ້ຳກ້ອນທີ່ີໄວທີ່ສຸດ.”
 

ສະນັ້ນ “ນ້ຳກ້ອນທີ່ີໄວທີ່ສຸດ” ແມ່ນໄດ້ມາແນວໃດ?
 

ສະໜາມກິລາສະເກັດຄວາມໄວແຫ່ງຊາດຫຼື “ສາຍໂບນ້ຳກ້ອນ”ເປັນສະໜາມກິລາແຫ່ງທຳອິດໃນໂລກ ທີ່ນຳໃຊ້ເຕັກນິກຜະລິດນ້ຳກ້ອນທີ່ທັນສະໄໝແລະເປັດມິດກັບສິ່ງແວດລ້ອມທີ່ສຸດຢູ່ໃນໂລກປັດຈຸບັນ, ແລະຄ່າປ່ອຍກາກບອນດີອົກຊິດແມ່ນເກືອບເປັນສູນ. ເມື່ອ ທຽບກັບເຕັກນິກດັ້ງເດີມແລ້ວ, ວິທີການຜະລິດນ້ຳກ້ອນຊະນິດ ນີ້ບໍ່ພຽງ ແຕ່ສາ ມາດຍົກສູງປະສິດທິພາບໄດ້ຫຼາຍກວ່າ 20%ເທົ່ານັ້ນ, ອຸນຫະພູມຂອງນ້ຳກ້ອນ ກໍຈະສະໝ່ຳສະເໝີກວ່າ, ຄວາມຫຼຸດລື່ນກັນດ້ານອຸນຫະພູມ ກໍສາມາດຄວບຄຸມ ໃຫ້ຢູ່ລະດັບບໍ່ເກີນ0,5℃ໂດຍພື້ນຖານ, ແລະຈະມີຜົນດີຫຼາຍກວ່າເກົ່າຕໍ່ນັກກິລາໃຫ້ ໄດ້ຮັບ ຜົນງານທີ່ດີ.
 

ການສ້າງ  “ນ້ຳກ້ອນທີ່ີໄວທີ່ສຸດ” ເປັນໂຄງການທີ່ເປັນລະບົບ, ຕ້ອງການ ໃຫ້ຫຼາຍພາກສ່ວນປະສານງານກັນ,ປັບປຸງຄ່າຕົວຈຳແນກ (parameter)ຂອງໜ່ວຍຈັກເຮັດຄວາມເຢັນ, ຄວບຄຸມຄວາມແຂງແລະຄວາມບໍລິສຸດຂອງນ້ຳພ້ອມດ້ວຍອຸນຫະພູມ ແລະຄວາມຊຸ່ມພາຍໃນສະໜາມກິລາແລະອື່ນໆຢ່າງຖືກຕ້ອງອະອຽດ.
 

ນັກສຶກສາໃນ ຊຸດ“ຮັບໃບສັ່ງຈອງການຜະລິດນ້ຳກ້ອນ” ທີ່ໄດ້ເຂົ້າຮ່ວມ ວຽກງານຜະລິດນ້ຳກ້ອນເພື່ອສະໜາມກິລາສະເກັດຄວາມໄວແຫ່ງຊາດນັບແຕ່ຕົ້ນຈົນຈົບຂະບວນການນັ້ນໄດ້ເວົ້າດ້ວຍຄວາມປະທັບໃຈວ່າ:  “ທຳອິດ ຂ້ອຍຄິດວ່າການ ຜະລິດນ້ຳກ້ອນໜ້າຈະບໍ່ໄດ້ຍາກຫຼາຍດອກ, ຄິດວ່າ ຫົດນ້ຳໃສ່ພື້ນແລ້ວ ຫຼຸດ ອຸນຫະພູມໃຫ້ຕ່ຳລົງກໍຈະກາຍເປັນນ້ຳກ້ອນໄດ້ເລີຍ, ແຕ່ທີ່ຈິງແລ້ວ, ຕ້ອງຫົດ ນ້ຳໃສ່ພື້ນໃຫ້ເປັນກ້າມກ່ອນ, ພົ່ນນ້ຳສີ, ແລ້ວຫົດນ້ຳຊ້ຳແລ້ວຊ້ຳອີກ, ເພື່ອໃຫ້ ເປັນຊັ້ນຕໍ່ຊັ້ນແລ້ວບັນລຸເຖິງຄວາມໜາອັນແນ່ນອນຈິ່ງໄດ້. ລວມທັງການປັບພື້ນ ຜິວນ້ຳກ້ອນໃຫ້ຮາບພຽງ,ຕ້ອງປັບຢ່າງຕໍ່ເນື່ອງ.”
 

ລາຍການສີແສງແຫ່ງຍຸກ:  ສະພາບການກະກຽມດ້ານ ສະໜາມກິລາສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ_fororder_制冰人员交谈

ທ່ານສີຈິ້ນຜິງໄດ້ໂອ້ລົມຢ່າງສະ ໜິດສະໜົມ ກັບທີມງານຮັບປະກັບການດຳເນີນງານຂອງງານໂອລິມປິກລະດູໜາວ ທີ່ກຳລັງເຮັດວຽກຢູ່ໃນສະໜາມກິລາ
 

ວຽກງານກະກຽມງານກິລາໂອລິມປິກລະດູໜາວແມ່ນລຳບາກຫຼາຍ, ແຕ່ີກໍ ເປັນຕາເຮັດເພາະເປັນວຽກທີ່ມີຄຸນປະໂຫຍດ. ທ່ານສີຈິ້ນຜິງໄດ້ໂອ້ລົມຢ່າງສະ ໜິດສະໜົມ ກັບທີມງານຮັບປະກັບການດຳເນີນງານຂອງງານໂອລິມປິກລະດູ ໜາວ ທີ່ກຳລັງເຮັດວຽກຢູ່ໃນສະໜາມກິລາທັງໃຫ້ກຳລັງໃຈແກ່ເຂົາເຈົ້າວ່າ:
 

“ວຽກງານຂອງພວກທ່ານລຳບາກຫຼາຍ, ສູ້ໆເດີ, ຍັງອີກ 1 ເດືອນ. ຂ້າພະເຈົ້າເຄີຍເວົ້າວ່າ: ການຈັດງານຄັ້ງນີ້ຢ່າງສະດວກກໍຖືວ່າເປັນການຈັດງານ ໄດ້ຢ່າງສຳເລັດຜົນແລ້ວຄື ການຈັດງານຄັ້ງນີ້ໃຫ້ດີຢ່າງແທ້ຈິງ, ເພື່ອສະແດງ ໃຫ້ເຫັນເຖິງທິດສີຂຽວ, ປອດໄພແລະລຽບງ່າຍ, ກໍຖືວ່າເປັນງານທີ່ໜ້າປະທັບໃຈ ຖືວ່າໄດ້ຮັບຜົນສຳເລັດແລ້ວ.”
 

ຍັງອີກ 20 ກວ່າມື້, ໄຟສັກສິດໂອລິມປິກກໍຈະສະຫວ່າງສະໄຫວຂຶ້ນຢູ່ເທິງທ້ອງຟ້ານະ ຄອນຫຼວງປັກກິ່ງອີກຄັ້ງໜຶ່ງ, ພວກເຮົາຄອງຄອຍວ່າ ນັກກິລາຫິມະແລະນ້ຳກ້ອນທີ່ມາຈາກແຫ່ງຕ່າງໆໃນທົ່ວໂລກຈະສະແດງໃຫ້ເຫັນເຖິງຈິດໃຈໂອລິມປິກຄື “ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ ແລະມີຄວາມສາມັກຄີຫຼາຍກວ່າເກົ່າ” ຢູ່ບົນເວທີຂອງງານກິລາໂອລິມປິກລະດູ ໜາວປັກກິ່ງ.

 

 

 

 

 

 

ຄຳ​ເຫັນ

0