覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສັ້ນທາງລົດໄຟຈີນ-ລາວ

2022-01-11 14:37:35 cri


 

ເສັ້ນທາງລົດໄຟຈີນ-ລາວ_fororder_中老铁路通车
 

   ວັນທີ 3 ທັນວາປີ2021, ທ່ານສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ແລະທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວໄດ້ຈັດການພົບ ປະກັນຜ່ານທາງວິດີໂອ ພ້ອມທັງໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ພິທີເປີດນຳໃຊ້ ເສັ້ນທາງລົດໄຟຈີນ-ລາວຢ່າງເປັນທາງການ.
 

ທິດເຫນືອເສັ້ນທາງລົດໄຟຈີນ-ລາວທິດເໜືອເລີ່ມແຕ່ນະຄອນຄຸນມິງ ແຂວງຢູນນານ ສປ ຈີນໄປຈົນເຖິງນະຄອນຫຼວງວຽງຈັນ ສປປ ລາວ, ມີຄວາມຍາວ ທັງ ໝົດ 1.035 ກິໂລແມັດ, ນັບຕັ້ງແຕ່ເລີ່ມລົງມືກໍ່ສ້າງໃນເດືອນທັນວາ ປີ 2016 ຈົນຮອດການເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາປີ2021 ລວມທັງ ໝົດໄດ້ໃຊ້ເວລາ 5 ປີເຕັມໆ. ປະມຸກລັດສອງປະເທດຈີນ-ລາວ ໄດ້ເປັນ ສັກຂີພິຍານໃຫ້ແກ່ການເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວດ້ວຍຕົນເອງ, ຍິ່ງ ເປັນການສະແດງໃຫ້ເຫັນເຖິງຄວາມໝາຍພິເສດຂອງເສັ້ນທາງລົດໄຟສາຍນີ້ຢ່າງພົ້ນເດັ່ນ.
 

ເສັ້ນທາງລົດໄຟຈີນ-ລາວ_fororder_12月3日澜沧号列车shilia万象站
 

 ວັນທີ 3 ທັນວາປີ2021, ລົດໄຟ “‍‍‍‍‍ຂະບວນລ້ານຊ້າງ” ອອກຈາກສະຖານີນະຄອນຫຼວງວຽງຈັນ.

 

ທ່ານສີຈິິ້ນຜິງກ່າວວ່າ: “ປີ2015, ຂ້າພະເຈົ້າໄດ້ຮ່ວມກັບຜູ້ນຳປະເທດລາວ ເຮັດຂໍ້ຕົກລົງອັນສຳຄັນໃນການຮ່ວມກັນສ້າງເສັ້ນທາງລົດໄຟຈີນ-ລາວ. ນັບຕັ້ງ ແຕ່ລົງມືກໍ່ສ້າງເປັນເວລາ 5 ປີມານີ້, ສອງຝ່າຍຈີນ-ລາວໄດ້ຮ່ວມແຮງຮ່ວມ ໃຈກັນ ແລະປະສານສົມທົບກັນຢ່າງແໜ້ນແຟ້ນ, ໄດ້ບຸກເບີກເສັ້ນທາງແລະ ສ້າງຂົວທ່າມກາງພູຜາແມ່ນ້ຳ,ໂດຍສາມາດເຮັດສຳເລັດໜ້າທີ່ການກໍ່ສ້າງດ້ວຍຄຸນນະພາບສູງແລະມີລະດັບສູງ, ໄດ້ນຳໃຊ້ການກະທຳຕົວຈິງເພື່ອອະທິບາຍເນື້ອໃນ ອັນເລິກເຊິ່ງຂອງຈິດໃຈຄູ່ຮ່ວມຊາຕາກຳຈີນ-ລາວ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ທ່າ ແຮງພິເສດຂອງລະບອບສັງຄົມນິຍົມສອງປະເທດທີ່ເຕົ້າໂຮມກຳລັງແຮງ ສັງລວມເພື່ອປະຕິບັດພາລະກິດອັນຍິ່ງໃຫຍ່.”
 

ເດືອນພະຈິກປີ2017, ທ່ານສີຈິ້ິນຜິງໄດ້ເດີນທາງໄປຢ້ຽມຢາມປະເທດລາວ. ພາຍໃຕ້ການເປັນສັກຂີພິຍານຂອງຜູ້ນຳສອງປະເທດ, ຜູ້ແທນຂອງສອງປະເທດ ໄດ້ລົງນາມໃນເອກະສານຮ່ວມມືຕ່າງໆເຊັ່ນ: ການສ້າງແລວເສດຖະກິດຈີນ-ລາວ, ການກໍ່ສ້າງພື້ນຖານໂຄງລ່າງ ແລະອື່ນໆ. ເສັ້ນທາງລົດໄຟຈີນ-ລາວໄດ້ກາຍເປັນ ໂຄງການສັນຍາລັກທີ່ສອງຝ່າຍຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນ ນະພາບສູງ.
 

ໃນໄລຍະຢ້ຽມຢາມປະເທດລາວ, ທ່ານສີຈິ້ິນຜິງໄດ້ຂຽນບົດຄວາມລົງໃນ ສື່ມວນຊົນລາວໂດຍມີຫົວຂໍ້ວ່າ: “ຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ທີ່ມີ ຄວາມໝາຍຍຸດທະສາດ”. ບົດຄວາມໄດ້ລະບຸເຖິງເສັ້ນທາງລົດໄຟຈີນ-ລາວວ່າ: “ສອງຝ່າຍຕ້ອງເພີ່ມທະວີການວາງແຜນເປັນເອກະພາບກັນແລະປະສານງານກັນ, ພະຍາຍາມສູ້ຊົນສ້າງເສັ້ນທາງລົດໄຟໃຫ້ສຳເລັດແລະເປີດນຳໃຊ້ໂດຍໄວ, ເພື່ອ ເຮັດໃຫ້ປະເທດລາວເຊື່ອມໂຍງເຊື່ອມຈອດເຂົ້າກັບປະເທດອ້ອມແອ້ມກໍຄືທົ່ວໂລກ.”
 

ຜູ້ວາງແຜນທາງທະເລຂອງລາວຜູ້ໜຶ່ງເຄີຍກ່າວວ່າ: ເອີຣົບ, ຈີນແລະ ປະເທດອື່ນໆຫຼາຍປະເທດລ້ວນແຕ່ໄດ້ຜ່ານຈາກແມ່ນ້ຳແລະທະເລເພື່ອພັດທະນາຕົວເມືອງແລະການຄ້າ, ແຕ່ປະເທດລາວເປັນປະເທດທີ່ບໍ່ມີຊາຍແດນຕິດກັບ ທະເລພຽງປະເທດດຽວໃນອາຊີຕາເວັນອອກສຽງໃຕ້, ມີແຕ່ແມ່ນ້ຳຂອງເທົ່ານັ້ນ, ແຕ່ລຳນ້ຳຂອງກໍບໍ່ເໝາະສົມກັບການເດີນເຮືອ. ປະເທດລາວຕ້ອງສ້າງ “ແມ່ນ້ຳ ສາຍຫຼັກ” ຂອງຕົນ, ຄື: ຜ່ານຈາກເສັ້ນທາງລົດໄຟເພື່ອແກ້ໄຂຈຸດອ່ອນທີ່ທາງທຳມະ ຊາດບໍ່ສາມາດອຳນວຍເງື່ອນໄຂສະດວກໃນການຂົນສົ່ງທາງນ້ຳໃຫ້ກັບພວກເຮົາ. ເພາະສະນັ້ນ, ລາວຈິ່ງໄດ້ວາງຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດ.
 

ໃນຖານະເປັນໂຄງການສຳຄັນໃນການເຊື່ອມຕໍ່ກັນລະຫວ່າງຂໍ້ລິເລີ່ມ “ໜຶ່ງ ແລວໜຶ່ງເສັ້ນທາງ”ຂອງຈີນ ກັບຍຸດທະສາດ “ຫັນປະເທດທີ່ບໍ່ມີຊາຍແດນຕິດ ກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ”ຂອງປະເທດລາວ, ເສັ້ນທາງ ລົດໄຟຈີນ-ລາວມີຄວາມໝາຍສຳຄັນໃນດ້ານຍຸດທະສາດແລະຄວາມໝາຍຕົວຈິງຕໍ່ປະເທດລາວ ທັງສາມາດເຮັດໃຫ້ຈຸດອ່ອນດ້ານການພັດທະນາຂອງເຂດຊາຍ ແດນຈີນຫັນເປັນທ່າແຮງດ້ານການພັດທະນາ.
 

ເສັ້ນທາງລົດໄຟຈີນ-ລາວ_fororder_景洪境内中老铁路1.3
 

ວັນທີ 3 ທັນວາປີ2021, ເສັ້ນທາງລົດໄຟຈີນ-ລາວຕອນຢູ່ເມືອງຊຽງຮຸ່ງແຂວງຢູນນານປະເທດຈີນ.

 

ຂໍຍົກຕົວຢ່າງວ່າ: ເມືອງຊຽງຮຸ່ງຂອງກິ່ງແຂວງສິບສອງພັ່ນນາເປັນເມືອງ ນ້ອຍຢູ່ເຂດຊາຍແດນຂອງແຂວງຢູນນານຈີນ, ຖ້າວ່າສ້າງທາງລົດໄຟຄວາມໄວ ສູງໄປເຖິງເມືອງນັ້ນ ແມ່ນບໍ່ກຸ້ມຄ່າ. ແຕ່ຖ້າວ່າເບິ່ງຈາກພາກສ່ວນລວມແລະ ແງ່ມູມອັນກວ້າງຂວາງຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ແລ້ວ, ຊຽງຮຸ່ງພັດເປັນ ຂອດສຳຄັນບົນເສັ້ນທາງລົດໄຟຈີນ-ລາວ. ພາຍຫຼັງເສັ້ນທາງລົດໄຟຈີນ-ລາວ ເປີດນຳໃຊ້ແລ້ວ, ເວລາການເດີນທາງຈາກນະຄອນຄຸນມິງ ຫາ ເມືອງຊຽງຮຸ່ງ ກໍຈະຫຼຸດລົງເຫຼືອປະມານ 3 ຊົ່ວໂມງປາຍເທົ່ານັ້ນ, ແຫ່ງທ່ອງທ່ຽວທີ່ມີຊື່ສຽງ ແຫ່ງຕ່າງໆຂອງແຂວງຢູນນານເຊັ່ນ: ສິບສອງພັ່ນນາກໍຈະສາມາດສິ້ນສຸດປະ ຫວັດສາດທີ່ບໍ່ມີທາງລົດໄຟໄປເຖິງ.
 

ເສັ້ນທາງລົດໄຟຈີນ-ລາວ_fororder_11月20日中老铁路试运行
 

ວັນທີ 20 ພະຈິກປີ2021, ເສັ້ນທາງລົດໄຟຈີນ-ລາວຕອນຢູ່ປະເທດຈີນທົດລອງເປີດນຳໃຊ້.

 

ເດືອນເມສາປີ 2019, ຢູ່ນະຄອນຫຼວງປັກກິ່ງ,  ທ່ານສີຈິ້ິນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ແລະ ທ່ານບຸນຍັງວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລໍາວ, ປະທານປະເທດລາວໃນເວລານັ້ນໄດ້ຮ່ວມກັນລົງນາມ ໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວລະຫວ່າງພັກກອມມູນິດຈີນກັບພັກປະຊາຊົນປະຕິວັດລາວ. ເອກະສານສະບັບນີ້ໄດ້ລະບຸເປັນພິເສດວ່າ: ຈະຖືເສັ້ນທາງລົດໄຟຈີນ-ລາວເປັນບ່ອນອີງ, ເພື່ອດຳເນີນການຮ່ວມມືເສດ ຖະກິດການຄ້າໂດຍຖືເອົາການເຊື່ອມໂຍງເຊື່ອມຈອດ, ການຮ່ວມມືດ້ານຄວາມສາ ມາດການຜະລິດແລະການລົງທຶນເປັນຈຸດສຸມ.
 

ສິ່ງທຄວນກ່າວເຖິງນັ້ນແມ່ນ, ໂຄງປະກອບທໍລະນີຂອງພື້ນທີ່ລຽບຕາມເສັ້ນ ທາງລົດໄຟຈີນ-ລາວແມ່ນມີຄວາມສະຫຼັບສັບຊ້ອນ, ເງື່ອນໄຂດິນຟ້າອາກາດ ມັກຈະປ່ຽນແປງຢູ່ເລື້ອຍໆ, ມີສັດປ່າເຄື່ອນໄຫວໄປມາເປັນປະຈຳ, ສະເພາະແຕ່ທາງ ລົດໄຟຕອນຢູ່ປະເທດລາວກໍຕ້ອງອອກແບບກໍ່ສ້າງຂົວແລະອຸມົງຕາມແລວທາງລົດໄຟກວມຫຼາຍກວ່າ 62%, ໃນນັ້ນ, ອຸມົງທີ່ມີຄວາມຍາວຫຼາຍກວ່າ 5 ກິໂລແມັດ ມີ 10 ແຫ່ງ,  ຂົວທີ່ຍາວຫຼາຍກວ່າ 500 ແມັດ ມີ 32 ແຫ່ງ, ຍັງຕ້ອງຂ້າມແມ່ນ້ຳຂອງ 2 ຄັ້ງ, ມັນຈິນຕະນາການບໍ່ໄດ້ເລີຍວ່າ ການກໍ່ສ້າງ ຈະຫຍຸ້ງຍາກສ່ຳໃດ.
 

ຜູ້ກໍ່ສ້າງເສັ້ນທາງລົດໄຟຈີນ-ລາວ 20.000 ກວ່າຄົນໄດ້ບຸກບືນສູ້ຊົນເຮັດ ວຽກທັງເວນທັງຄືນ, ເຈາະອຸມົງ, ສ້າງຂົວ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ນານາໃນດ້ານທໍລະນີສາດ, ໃນທີ່ສຸດກໍສາມາດສ້າງເສັ້ນທາງລົດໄຟທີ່ຄົນກັບ ສິ່ງແວດລ້ອມຢູ່ຮ່ວມກັນໄດ້ຢ່າງກົມກຽວສາຍໜຶ່ງໃຫ້ສຳເລັດ.
 

ເສັ້ນທາງລົດໄຟຈີນ-ລາວເປັນພາກສ່ວນສຳຄັນຂອງເຄືອຂ່າຍທາງລົດໄຟອາຊີ. ຕາມວິໄສທັດຂອງທາງລົດໄຟອາຊີຄື: ສາຍຕາເວັນອອກຜ່ານຫວຽດນາມ ແລະກຳປູເຈຍ, ສາຍກາງຜ່ານລາວ,ໄທ,ມາເລເຊຍ, ສາຍຕາເວັນຕົກຜ່ານ ມຽນມາ, ໄທ, ໃນທີ່ສຸດນັບແຕ່ເໜືອຮອດໃຕ້ແມ່ນໄດ້ເຊື່ອມຕໍ່ນະຄອນຄຸນມິງ ປະເທດຈີນເຂົ້າກັບສິງກະໂປ, ເຮັດໃຫ້ທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ເຊື່ອມ ໂຍງເຊື່ອມຈອດເຂົ້າກັບທາງລົດໄຟຄວາມໄວສູງຂອງຈີນ, ປະເທດພາຍໃນພາກພື້ນ ນີ້ຈະໄດ້ຮັບກາລະໂອກາດອັນໃໝ່ໃນປະຫວັດສາດ.
 

ໃນບາດກ້າວຕໍ່ໄປ, ບັນດາຝ່າຍຍັງຈະຄົ້ນຄວ້າການເລີ່ມປະຕິບັດໂຄງການ ກໍ່ສ້າງເພື່ອເຊື່ອມຕໍ່ເສັ້ນທາງລົດໄຟຈີນ-ລາວແລະໄທເຂົ້າກັນ, ເພື່ອເຊື່ອມໂຍງ ເຊື່ອມຈອດເຂົ້າກັບເຄືອຂ່າຍເສັ້ນທາງລົດໄຟຂອງມາເລເຊຍແລະສິງກະໂປ, ເຊື່ອມຕໍ່ ເຂົ້າກັບທາງລົດໄຟຄວາມໄວສູງຈີນ-ເອີຣົບ ເພື່ອບັນລຸເປົ້າໝາຍໃຫ້ມີລະບົບຄົມ ມະນາຄົມທີ່ສາມາດຂ້າມພູຜາແມ່ນ້ຳແລະໄປເຖິງທະເລໄດ້.

 

ໃນເວລາກ່າວຄຳປາໄສໃນພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວເມື່ອວັນທີ 3 ທັນວາປີ2021, ທ່ານສີຈິ້ນຜິງກ່າວວ່າ: “ເສັ້ນທາງລົດໄຟຈີນ-ລາວເປັນໂຄງ ການແບບຢ່າງ ແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຂອງສອງ ປະເທດ. ພາຍຫຼັງ ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ແລະເຊື່ອມຈອດເຂົ້າກັບທາງ ລົດໄຟຈີນແລ້ວ,ນັບແຕ່ນະຄອນຄຸນມິງຫານະຄອນຫຼວງວຽງຈັນ ພູຜາຈະບໍ່ສູງອີກ, ຫົນທາງຈະບໍ່ຍາວອີກ. ໃນຕໍ່ໜ້ານີ້, ສອງຝ່າຍຍັງຕ້ອງ ໄດ້ສືບຕໍ່ສູ້ຊົນພະຍາຍາມ ຮ່ວມກັນຮັກສາ ແລະນຳໃຊ້ເສັ້ນທາງລົດໄຟ, ກໍ່ສ້າງພັດທະນາແລວທາງລົດ ໄຟໃຫ້ກາຍເປັນເສັ້ນທາງຄຳ,ນຳເອົາຜົນປະໂຫຍດຕົວຈິງມາຍັງປະຊາຊົນສອງຊາດ.”‍‍‍‍

ຄຳ​ເຫັນ

0