秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມໂຣແມັນຕິກແບບຈີນຢູ່ໃນສິລະປະແກະສະຫຼັກນ້ຳກ້ອນ

2022-01-11 15:18:03 cri

ຄວາມໂຣແມັນຕິກແບບຈີນຢູ່ໃນສິລະປະແກະສະຫຼັກນ້ຳກ້ອນ_fororder_001

ເມື່ອ​ຮອ​ດ​ຍາມລະ​ດູ​ໜາວ, ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ພາກ​ເໜືອ​ຂອງ​ຈີນ​ມັກ​ເຮັດຮູບ​ແກະ​ສະຫຼັກ​ນ້ຳ​ກ້ອນ ດ້ວຍ​ສີ​ໄມ້​ລາຍ​ມື​ທີ່​ປາ​ນີດ​ສວຍ​ງາມ ເພື່ອ​ປະ​ດັບ​ປະ​ດາ​ຢູ່​ຕາມ​ສວນ​ສ​າ​ທາ​ລະ​ນະ ແລະ​ຖະ​ໜົນ​ຫົນ​ທາງ​ຕ່າງໆ ເຊິ່ງ​ໄດ້​ສ້າງ​ບັນ​ຍາ​ກາດ​ລະ​ດູ​ໜາວ​ໃນ​ຍາມ​ລາ​ຕີ​ທີ່​ໂຣ​ແມັນ​ຕິກ ແລະ​ມີ​ສະ​ເໜ່ໃຫ້​ກັບ​ຕົວ​ເມືອງ.

ພາກ​ຕາ​ເວັ​ນ​ອອກ​ສຽງ​ເໜືອ​ຂອງ​ຈີນ ​ເປັນ​ບ່ອນ​​ພັດ​ທະ​ນາ​ສິ​ລະ​ປະແກະ​ສະຫຼັກ​ນ້ຳ​ກ້ອນ​ໄດ້​ດີ​ທີ່​ສຸດ​ຢູ່ປະ​ເທດ​ຈີນ. ໃນ​ນັ້ນ, ງານ​ວາງ​ສະ​ແດງ​ຮູບແກະ​ສະຫຼັກ​ນ້ຳ​ກ້ອນ​ແມ່ນ​ມີ​ຊື່​ສຽງ​ໂດ່ງ​ດັງ​ທີ່​ສຸດ. ແຕ່​ລະ​ປີ ມີ​ນັກ​ທ່ອ​ງ​ທ່ຽວ​ຈຳ​ນວນຫຼວງຫຼາຍ​ໄປ​ທ່ຽວ​ຊົມ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ ແລະ​ຂະ​ໜາດ​ຂອງ​ງານ​ວາງ​ສະ​ແດງ​ກໍໄດ້​ຂະ​ຫຍາຍກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.  ​ເນື່ອງ​ໃນ​ໂອ​ກາດ​ທີ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃກ້​ຈະ​​ຈັດ​ຂຶ້ນ, ຮູບ​ແກະ​ສະຫຼັກ​ນ້ຳ​ກ້ອນ​ກ່ຽວ​ກັບ​ງານ​ກິ​ລາ​ດັ່ງ​ກ່າວ​ ກໍ​ໄດ້​ກາຍ​ເປັນ​ສ່ວນປະ​ກອບ​ທີ່​ສຳ​ຄັນ​ຂອງ​ງານ​ວາງ​ສະ​ແດງຮູບ​ແກະ​ສະຫຼັກນ້ຳ​ກ້ອນ​ໃນ​ປີ​ນີ້.

ຄຳ​ເຫັນ

0