刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່ ແລະອັດ​ຕາ​ຜົນ​ກວດ​ເປັນ​ບວກ​ຢູ່​ຟິ​ລິບ​ປິນ​ສ້າງ​ສະ​ຖິ​ຕິ​ສູ​ງ​ສຸດ​ອີກ​ຄັ້ງໃໝ່​​ເປັນຫຼາຍ​ມື້​ລຽນ​ຕິດ

2022-01-11 16:03:28 cri

 

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟິ​ລິບ​ປິນ​ແຈ້ງ​ຂ່າວ​ວ່າ: ມາ​ຮອດ​ເວ​ລາ 16 ໂມງ​ຂອງວັນ​ທີ 10 ມັງ​ກອນ​ນີ້​, ຟິ​ລິບ​ປິນ​ມີ​ຜູ້​ເປັນ​ພະ​ຍາດ​ໂຄ ວິດ-19 ​ເພີ່ມ​ໃໝ່ໃນ​ມື້​ດຽວເຖິງ 33.169 ຄົນ ​ເຊິ່ງເປັນ​ຕົວ​ເລກ​ສະ​ຖິ​ຕິ​ສູງ​ສຸດ​ອີກ​ຄັ້ງ​ໃໝ່​ນັບ​ແຕ່​ຟິ​ລິບ​ປິນ​​ມີເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຍັງ​ມີ​ຂ່າວ​ໃນວັນ​ທີ 11 ມັງ​ກອນ​ນີ້​ໄດ້​ລາຍ​ງານວ່າ: ທ່ານ​ເອ​ດູ​ອາ​ໂດ ອາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຟິ​ລິບ​ປິນ​ໄດ້ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ອີກ​ຄັ້ງ​ໜຶ່ງ.

ນັບ​ແຕ່​ວັນ​ທີ 8 ມັງ​ກອນ​ນີ້​ເປັນ​ຕົ້ນ​ມາ, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ຕໍ່​ມື້ ແລະອັດ​ຕາ​ຜົນ​ກວດ​ເປັນ​ບວກ​​ຢູ່ຟິ​ລິບ​ປິນ​​ໄດ້ສ້າງ​ສະ​ຖິ​ຕິ​ສູ​ງ​​ສຸດອີກ​ຄັ້ງໃໝ່​​ເປັນຫຼາຍ​ມື້​ລຽນ​ຕິດ ເຊິ່ງ​​ສ້າງ​ຄວາມ​ກົດ​ດັນ​ອັນ​ໃຫຍ່ຫຼວງ​ໃຫ້​ກັບ​ວຽກ​ງານຕ້ານ​ພະ​ຍາດ​ຢູ່​ຟິ​ລິບ​ປິນ. ຊ່ຽວ​ຊານ​ດ້ານ​ການ​ແພດ​ໄດ້ສະ​ເໜີ​ໃຫ້​ປະ​ຊາ​ຊົນ​ກັກ​ບໍ​ລິ​ເວນ​ຕົນ​ເອງ​ຢູ່​ໃນ​ເຮືອນຕາມ​ທີ່​ຄວນ, ຖ້າບໍ່​ມີ​ຄວາມ​ຈຳ​ເປັນ​ບໍ່​ຄວນອອກນອກ​ເຮືອນ ເພື່ອຫຼຸດ​ຄວາມ​ສ່ຽງ​ທີ່​ຈະ​ຕິດ​ເຊື້ອ.

ຄຳ​ເຫັນ

0