秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງລົດໄຟລາວ-ຈີນເຮັດໃຫ້ທ່າແຮງ “ການເຊື່ອມໂຍງເຊື່ອມຈອດ” ຂອງປະເທດລາວນັບມື້ນັບພົ້ນເດັ່ນຂຶ້ນ

2022-01-12 16:54:30 cri

ວັນ​ທີ 10 ມັງ​ກອນ​ນີ້, ລົດ​ໄຟ​ລາວ-ຈີນ “ຂະ​ບວນ​ດ່ວນ​ລ້ານ​ຊ້າງ” ທີ່​ເປັນ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ທຳ​ອິດ​ທີ່​ແລ່​ນ​ດ້ວຍ​ຄວາມ​ໄວ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງນັ້ນ ໄດ້​ແລ່ນ​ອອກ​ຈາກ​ນະ​ຄອນ​ຄຸນ​ມີງ​ປະ​ເທດ​ຈີນ ແລະ​ມຸ່ງ​ໜ້າ​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ. ​ລົດ​ໄຟ​ຖ້ຽວ​ນີ້​ໄດ້​ຂົນ​ສົ່ງ​ດອກ​ໄມ້, ຜັກ​ສົດ ແລະ​ສິນ​ຄ້າ​ອື່​ນໆ​ຂອງ​ແຂວງຢຸນ​ນານ​​ປະ​ເທດ​ຈີນ ໄປ​ຮອດ​ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ ໂດຍ​ນຳ​ໃຊ້​ເວ​ລາ​ພຽງ​ແຕ່ 26 ຊົ່ວ​ໂມງ​ເທົ່າ​ນັ້ນ ເຊິ່ງ​ໄດ້ຫຼຸດ​ເວ​ລາ​ການ​ຂົນ​ສົ່ງ​ສິນ​ຄ້າລະ​ຫວ່າງ​ລາວ-ຈີນ​ໄດ້ຫຼາຍ ແລະ​ເປັນ​ການ​ສະ​​ທ້ອນໃຫ້​ເຫັນ​ວ່າ: ​ທາງ​ລົດ​ໄຟລາວ-ຈີນ​ໄດ້ເຮັດ​ໃຫ້​ທ່າ​ແຮງ “​ການເຊື່ອມ​ໂຍງ​ເຊື່ອມ​ຈອດ” ຂອງ​ປະ​ເທດ​ລາວ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.

​ທາງ​ລົດ​ໄຟ​ລາ​ວ-ຈີນ​ທີ່​ເຊື່ອ​ມ​ຈອດ​ກັນ​ລະ​ຫວ່າງນະ​ຄອນ​ຄຸນ​ມີງ​ກັບ​ນະ​ຄອນຫຼວງ​ວຽງ​ຈັນ​ນັ້ນ ເປັນ​ເສັ້ນ​ທາງ​ສຳ​ຄັນ​​ຂອງ​ແຂວງ​ຢຸນ​ນານ​​ປະ​ເທດຈີນ​ ມຸ່ງ​ໜ້າໄປ​ສູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ໄດ້ຫຼຸ​ດ​ເວ​ລາ ແລະ​ຕົ້ນ​ທຶນການ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​ລຽບ​ຕາມ​ເສັ້ນ​ທາງ​ສາຍ​ນີ້ຢ່າງ​ຫຼວງຫຼາຍ. ​ແຕ່​ກ່ອນ, ວິ​ສາ​ຫະ​ກິດ​ຕ່າງໆ​ຂອງ​ຈີນໄດ້​ຂົ​ນ​ສົ່ງ​ປຸຍ​ເຄ​ມີ, ຫົວ​ອາ​ຫານ​ສັດ ແລະ​ສິນ​ຄ້າ​ອື່ນໆ​ໄປ​ສູ່​ປະ​ເທດ​ລາວ ແລະ​ປະ​ເທດ​ໄທ​ຜ່ານ​ທາງ​ບົກ ແລະ​ທາງ​ທະ​ເລ​ນັ້ນ ຕ້ອງ​ໃຊ້​ເວ​ລາ​ເຖິງ 15 ມື້​ຂຶ້ນ​ໄປ ເຊິ່ງ​ເຮັດ​ໃຫ້​ການ​ຂົນ​ສົ່ງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ແລະ​ມີ​​ຄ່າຫຼຸ້ຍຫຼ້ຽນຫຼາຍ. ແຕ່​ປັດ​ຈຸ​ບັນ, ເວ​ລ​າ​ການ​ຂົນ​ສົ່ງ​ສິນ​ຄ້າ​ໄດ້ຫຼຸດ​ລົງ​ ແລະ​ໃຊ້​ເວ​ລາ​ພຽງ​ແຕ່ 26 ຊົ່ວ​ໂມງ​ເທົ່າ​ນັ້ນ, ​ຕົ້ນ​ທຶນການ​ຂົນ​ສົ່ງ​ສິນ​ຄ້າ​ກໍ​ໄດ້ຫຼຸດ​ລົງ​ຢ່າງ​ຫຼວງຫຼາຍ. ວັນ​ທີ 4 ທັນ​ວາ ປີ 2021, ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້​າ​ລາວ-ຈີນ​ຖ້ຽວທຳ​ອິດ​ໄດ້​​ແລ່ນ​ອອກ​ຈາກ​ນະ​ຄອນ​ຄຸນ​ມີງ ເຊິ່ງ​ເປັນ​ການ​ເປີດ​ສາກ​​ໃຫ້​ກັບການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ຊາຍ​ແດນ​ໂດຍ​ຜ່ານ​​ທາງ​ລົດ​ໄຟ​ລາວ-ຈີນ. ຫຼັງ​ຈ​າກ​ນັ້ນ, ນະ​ຄອນກວາງ​ໂຈ່ວ, ນະ​ຄ​ອນ​ເສີງ​ຕູ່, ນະ​ຄອນ​​ຈຸ່ງກິ່ງ, ນະ​ຄອນ​ຊຽງ​ໄ​ຮ້ ແລະ​ອື່ນໆ 10 ກວ່າ​ນະ​ຄອນ​ຂອງ​ຈີນ ​ກໍໄດ້​ເປີດ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ລາ​ວ-ຈີນ ໂດຍ​ຜ່ານ​ນະ​ຄອນ​ຄຸນ​ມີງ ແລ້ວ​ມຸ່ງ​ໜ້າ​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ. ສ່ວ​ນ​ຂາ​ກັບ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຂະ​ບວນ​ຕ່າງໆ​ ກໍ​ໄດ້​​ແລ່ນ​ອອກ​ຈາກ​ນະ​ຄອນຫຼວງ​ວຽງ​ຈັນ ແລະ​ມຸ່ງ​ໜ້າ​ໄປ​ສູ່​ນະ​ຄອ​ນ​ຕ່າງໆ​ຂອງ​​ປະ​ເທດ​ຈີນ​ເຊັ່ນ​ດຽວ​ກັນ.

ທ່ານ​ສູ​ຊ່າວ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຂົນ​ສົ່ງ​ຕູ້​ຄອນ​ເທນ​ເນີ​ທາງ​ລົດ​ໄຟ​​ສາ​ກົນຈີນ​ຈຳ​ກັດ ຫຼື CRI​ntermodal ສາ​ຂາ​ນະ​ຄອນ​ຄຸນ​ມີງ​ກ່າວ​ວ່າ: ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ລາວ-ຈີນ​ທີ່​ແລ່ນ​ອອກ​ຈາກ​ນະ​ຄອນ​ຄຸນ​ມີງໄດ້​ເພີ່ມ​ຈຳ​ນວນ​ຖ້ຽວ  ແລະ​ໃນ​ມື້​ທີ່​ມີ​ຖ້ຽວ​ລົດຫຼາຍ​ທີ່​ສຸດ​ມີ​ເຖິງ 6 ຖ້ຽວ. ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ, ສິນ​ຄ້າ​ທີ່​ຂົນ​ສົ່ງ​ສ່ວນຫຼາຍ​ແມ່ນ​ຢາງ​ພາ​ລາ, ປຸຍ​ເຄ​ມີ ແລ​ະເຄື່ອງ​ໃຊ້​ປະ​ຈຳ​ວັນ, ແຕ່​ປັ​ດ​ຈຸ​ບັນ ປະ​ເພດ​ສິນ​ຄ້າ​ໄດ້​ເພີ່ມ​ຂຶ້ນ ເຊິ່ງ

​ລ​ວມ​ທັງ​ເຄື່ອງ​ຈັກ, ເຄື່ອງ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັ​ນ, ​ຜະ​ລິດ​ຕະ​ພັນການ​ສື່​ສານ, ລົດ, ແຜ່ນ​ແພ ແລະ​ອື່ນໆ ແລະ​ມູນ​ຄ່າ​ຂອງ​ສິນ​ຄ້າ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ເມື່ອ​ຮອດວັນ​ທີ 3 ມັງ​ກອນ​ປີ 2022 ຄື​ວັນ​ຄົບ​ຮອບ 1 ເດືອນ​ຂອງ​ການເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ, ​ ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ລາວ-ຈີນ​ກໍ​ໄດ້​ມີ​ທັງ​ໝົດ​ເຖິງ 380 ຖ້ຽວ, ​ໄດ້​ຂົນ​ສົ່ງ​ສິນ​ຄ້າ 170.000 ໂຕນ. ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ກາ​ຍ​ເປັນ​ເສັ້ນ​ທາງ​ທາ​ງ​ບົກ​ທີ່​ສຳ​ຄັນ​ທີ່​ເຊື່ອມ​​ຈອດ​ກັນ​ລະ​ຫວ່າງ​ປະ​ເທດ​ຈີນ​ກັບ​ປະ​ເທດ​ລາວ ກໍ​ຄື​ບັນ​ດາ​ປະ​ເທດອ​າ​ຊ​ຽນ.

ຜູ້​ຂຽນ​ເອງ​ເຫັນ​ວ່າ: ຄຽງ​ຄູ່​ກັບ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ມີ​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ມັງ​ກອນ ປີ 2022 ເປັນ​ຕົ້ນ​ໄປ, ພາກ​ພື້ນ​ແຫ່ງ​ນີ້​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕ່າງໆ​ທີ່​ເປັນປະ​ໂຫຍດ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ເຊິ່ງ​ຈະ​ເຮັດ​ໃຫ້​ການ​ຄ້າ​ສິນ​ຄ້າ​ປະ​ເພ​ດ​ຈັ​ບ​ຕ້ອງ​ໄດ້ ແລະ​ການ​ຄ້າ​ການ​ບໍ​ລິ​ການ​ສະ​ດວກກວ່າ​ເກົ່າ, ຕ່ອງ​ໂສ້​ການ​ຜະ​ລິດ ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ຈະ​ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນຫຼາຍ​ຂຶ້ນກວ່າ​ເກົ່າ, ການ​ລົງ​ທຶນ​ພາຍ​ໃນ​ພາກ​ພື້ນ​ແຫ່ງ​ນີ້​ກໍ​ຈະ​​ຄຶກ​ຄັກ​ຍິ່ງໆ​ຂຶ້ນ. ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເຊື່ອມ​ຕໍ່​​ກັບຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ​ຢູ່​ທິດ​ເໜືອ ແລະ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຢູ່​ທິດ​ໃຕ້. ສັນ​ຍາ RCEP ກຳ​ລັງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເທື່ອ​ລະ​ກ້າວ ເຊິ່ງ​ຈະ​ຊ່ວຍຍົກ​ສູງ​ທ່າ​ແຮງ​ດ້ານ​ທີ່​ຕັ້ງ​ຂອງ​ປະ​ເທດ​ລາວ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍ​ຫັນ​ທ່າ​ແຮງ​ນີ້​ເປັນ​ທ່າ​ແຮງ​ດ້ານ​ການ​ພັດ​ທະ​ນາ ແລະ​ເຮັດ​ໃຫ້​ປະ​ເທດ​ລາວ​ກາ​ຍ​ເປັນ​ຈຸດ​ສູນ​ກາງ​ດ້ານ​ຄົມ​ມະ​ນາ​ຄົມ​ທາງ​ບົກ​ຂອງ​ການ​ໄປ​ມາ​ຫາ​ສູ່​ກັນ ແລະ​ການ​ຂົນ​ສົ່ງ​ສິນ​ຄ້າລະ​ຫວ່າງຈີນ-ອາ​ຊຽນ ​ທັງ​ເປັນ​ການ​ເຊື່ອ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ. ປະ​ເທດ​ອາ​ຊຽນ​ນັບ​ມື້​ນັບຫຼາຍກວ່າ​ເກົ່າ​ກຳ​ລັງ​ພິ​ຈາ​ລະ​ນາ​ການ​ຂົນ​ສົ່ງເຂົ້າ​ສູ່​ປະ​ເທດ​ຈີນ​ໂດຍ​ຜ່ານ​ ປະ​ເທດ​ລາວ. ສະ​ນັ້ນ, ຜູ້​ຂຽນ​ເອງ​ຈຶ່ງ​ເຊື່ອ​ໝັ້ນ​ວ່າ: ປະ​ເທດ​ລາວ​ຈະ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​​ຂອງ​ຕົນ ຄື​: ​ຫັນ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ” ​ເປັນ “ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ” ໃຫ້​ປະ​ສົບ​ຜົນ​ສຳ​ເລັດຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0