秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງກູອ້າຍຫຼີງ ນັກກິລາສະກີຈີນທີ່ທັງງາມທັງເກັ່ງ

2022-01-14 15:44:12 cri

ນາງກູອ້າຍຫຼີງ ນັກກິລາສະກີຈີນທີ່ທັງງາມທັງເກັ່ງ_fororder_001

ນາງ​ກູ​ອ້າຍຫຼີງ (Gu Ailing) ເປັ​ນ​ນັກ​ກິ​ລາ​ຈີນ​ຄົນ​ໜຶ່ງ​ທີ່​ມີ​ຄວາມ​ສາ​ມາດ​ສູງ ແລະ​ໄດ້​ຮັບຫຼຽນ​ຄຳຫຼາຍ​ຄັ້ງ: ເປັນ​ນັກ​ກິ​ລາ​ຈີນ​ຜູ້​ອຳ​ອິດ​ທີ່​ໄດ້​ຮັບຫຼຽນ​ຄຳ​ໃນ​ງານ​ກິ​ລາ​ສ່ຽງ​ອັນ​ຕະ​ລາຍ ຫຼື X Games ລະ​ດັບ​ໂລກ; ເປັນ​ນັກ​ກິ​ລາ​ຈີນ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບຫຼຽນ​ຄຳ​ໃນ​ການເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ສະ​ກີລີ​ລາ​ໃນ​ລາຍ​ການ​ຟ​ຣີ​ສະ​ໄຕ​ຢູ່​ສະ​ໜາມ​ຮູບ​ໂຕ U ​ຂອງ​ງານ​ກິ​ລາ X Games ເປັນ​ຄັ້ງ​ທຳ​ອິດ; ເປັນ​ນັກ​ກິ​ລາ​ຈີນ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບ 2 ຫຼຽນ​ຄຳ​ໃນ​ການ​ເຂົ້າ​ຮ່ວມ​ງານ​ກິ​ລາ X Games ​ລະ​ດູ​ໜາວ​ເປັນ​ຄັ້ງ​ທຳ​ອິດ. ນ​ອກ​ນີ້, ນາງ​ກູ​ອ້າຍຫຼີງຍັງ​ເປັນ​ຜູ້​ທີ່​ຮຽນ​ເກັ່ງ ເຊິ່ງ​ໄດ້​ຄະ​ແນນ​ສູງ​ໃນ​ການ​ເສັງ SAT ຫຼື​ການ​ສອບ​ເສັງ​ເພື່ອ​ປະ​ເມີນ​ຄວາມ​ຮູ້​ຂອງ​ນັກ​ຮຽນ​ມັດ​ທະ​ຍົມ ແລະ​ໄດ້​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​ແຕນ​ຟ​ອດ​ອາ​ເມ​ຣິ​ກາ.

ນາງກູອ້າຍຫຼີງ ນັກກິລາສະກີຈີນທີ່ທັງງາມທັງເກັ່ງ_fororder_002

ນາງ​ກູ​ອ້າຍຫຼີງ ເກີດ​ໃນເດືອນ​ກັນ​ຍາ ​ປີ 2003 , ເປັນ​ລູກ​ຊອດ​ຈີນ ​ກັບ​ອາ​ເມ​ຣິ​ກາ ເຊິ່ງ​ພໍ່​ເປັນ​ຄົນ​ອາ​ເມ​ຣິ​ກາ ແລະ​ແມ່​ເປັ​ນ​ຄົນ​ຈີນ. ໃນ​ເວ​ລາ​ທີ່​ນາງ ກູ​ອ້າຍຫຼີງ​ມີ​ອາ​ຍຸ​​ໄດ້ພຽງ​ 3 ປີ, ແມ່​ຂອງລາວ ທີ່​ເປັນ​ຄູ​ຝຶກ​ສະ​ກີ​​ບາງ​ເວ​ລາ ໄດ້​ພານາງ​ກູ​ອ້າຍຫຼີງ​ໄປຫຼິ້ນ​ຢູ່​ສະ​ໜາມ​ສະ​ກີ​ເລື້ອຍໆ. ໃນ​ເວ​ລາ​ທີ່ນາງ​ກູ​ອ້າຍຫຼີງ​ມີ​ອາ​ຍຸ 8 ປີ, ຄູ​ຝຶກ​ມື​ອາ​ຊີບ​ທີ່​ກຳ​ລັງ​ຝຶກ​ຊ້ອມ​ຢູ່​ສະ​ໜາມ​ສະ​ກີ​ນັ້ນ ໄດ້​ສັງ​ເກດ​ເຫັນ​ພອນ​ສະ​ຫວັນ​ຂອງນາງ​ກູ​ອ້າຍຫຼີງ ແລະ​​ໄດ້​ເຊີນ​ລາວເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ທິມ​ສະ​ກີ. ຫຼັງ​ຈາກ​ນັ້ນ, ນາງ​ກູ​ອ້າຍຫຼີງໄດ້​ເລີ່ມ​​ເປັນ​ນັກ​ກິ​ລາ​ສະ​ກີ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ນາງກູອ້າຍຫຼີງ ນັກກິລາສະກີຈີນທີ່ທັງງາມທັງເກັ່ງ_fororder_004

ຍ້ອນ​ມີ​ພອນ​ສະ​ຫວັນ ແລະ​ມີ​ຄວາມ​ພະ​ຍາ​ຍາມຫຼາຍກວ່າ​ຄົນ​ອື່ນ, ປັດ​ຈຸ​ບັນ, ນາງ​ກູ​ອ້າຍຫຼີງໄດ້​ຮັບຫຼຽນ​ຄຳຫຼາຍກວ່າ 50 ຫຼຽນ​ແລ້ວ. ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022 ໃກ້​ຈະ​ໄຂ​ຂຶ້ນ​ແລ້ວ, ນາງ​ກູ​ອ້າຍຫຼີງຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສະ​ກີ​ຟ​ຣີ​ສະ​ໄຕ 3 ລາຍ​ການ ຄື: ລານ​ສະ​ກີ​ໂດດ, ສະ​ກີ​ລີ​ລາ​ຢູ່​ສະ​ໜາມ​ຮູບ​ໂຕ U ແລະສະ​ກີຫຼົບຫຼີກ​ສິ່ງ​ກີດ​ຂວາງ​ຢູ່​ເທິງ​ຄ້ອຍ. ນາງ​ກູ​ອ້າຍຫຼີງກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ມັກ​ກິ​ລາ​ປະ​ເພດ​ນີ້ຫຼາຍ ແລະ​ຫວັງ​ວ່າ​ຈະ​ແບ່ງ​ປັນ​ຄວາມ​ຮັກ ແລະ​ປະ​ສົບ​ການຂອງ​ຕົນ​ໃຫ້ກັບ​ເພື່ອນ​ມິດ​ຊາວ​ຈີນ ກໍ​ຄື​ຊາວ​ໂລກ ໂດຍ​ຜ່ານງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ”

ຄຳ​ເຫັນ

0