ບ້ານຮວ້າອູ່
ຢູ່ທ່າມກາງສາຍພູອູ່ເມີງທີ່ນອນຢູ່ໃນພູພຽງຢຸນກຸ້ຍຂອງຈີນ, ມີບ້ານເຜົ່າມົ້ງແຫ່ງໜຶ່ງຕັ້ງຢູ່ລຽບຕາມຕີນພູຜາສູງຊັນ ມີຊື່ວ່າ ບ້ານຮວ້າອູ່. ເມື່ອຕົ້ນປີ 2021, ກ່ອນໄລຍະບຸນກຸດຈີນ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງກຸ້ຍໂຈ່, ໂດຍໄດ້ໄປຢ້ຽມຢາມບ້ານຮວ້າອູ່ເປັນບ່ອນທຳອິດໃນການສຳຫຼວດກວດກາວຽກງານຄັ້ງນີ້. ດັ່ງນັ້ນ, ບ້ານຮວ້າອູ່ຈຶ່ງໄດ້ຮັບຄວາມສົນໃຈຫຼາຍຂຶ້ນ.
ຍ້ອນຕັ້ງຢູ່ເຂດຫ່າງໄກສອກຫຼີກ, ບ້ານຮວ້າອູ່ຈຶ່ງຫ່າງເຫີນຈາກພາຍນອກ ແລະ ຢູ່ໃນສະພາບທຸກຍາກທີ່ສຸດ. ຄຽງຄູ່ກັບບັ້ນລຶບລ້າງຄວາມທຸກຍາກຂອງຈີນໄດ້ຮັບໄຊຊະນະຢ່າງຮອບດ້ານ, ບ້ານແຫ່ງນີ້ໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື. ຫຼັງຈາກຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ປະຊາຊົນບ້ານຮວ້າອູ່ໄດ້ສືບຕໍ່ບຸກບືນສູ້ຊົນເພື່ອພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.
ເມື່ອຫວນຄືນເຖິງປະສົບການໃນວັນທີ 3 ກຸມພາປີ 2021, ນາງເຜີງຢີ້ ສາວເຜົ່າມົ້ງຂອງບ້ານຮວ້າອູ່ມີຄວາມປະທັບໃຈທີ່ສຸດ.
ນາງເຜີງຢີ້ເວົ້າວ່າ: “ຄວາມເວົ້າຂອງທ່ານປະທານສີຈິ້ນຜິງໄດ້ກາຍເປັນພະລັງແຮງຕໍ່ຈິດໃຈຫຼາຍ, ເຮັດໃຫ້ຄົນທີ່ບໍ່ມີຄວາມໝັ້ນໃຈກໍມີຈິດໃຈທີ່ເຂັ້ມແຂງຂຶ້ນ, ແລະມີຄວາມຫ້າວຫັນຢາກລົງມືເຮັດວຽກ.”
ບ້ານນ້ອຍໆແຫ່ງນີ້ໄດ້ຟົດຟື້ນຂຶ້ນຍ້ອນການມາຢ້ຽມຢາມຂອງທ່ານປະທານສີຈິ້ນຜິງ, ພາຍນອກກໍໄດ້ມີຄວາມຮັບຮູ້ເພີ່ມຂຶ້ນຕໍ່ບ້ານນ້ອຍໆທີ່ຕັ້ງຢູ່ສ່ວນເລິກຂອງເຂດພູດອຍແຫ່ງນີ້.
ບ້ານຮວ້າອູ່ຖືກຂະໜານນາມວ່າ ເປັນ“ລະບຽງຮູບແຕ້ມຮ້ອຍລີ້ຢູ່ແຫຼ່ງແມ່ນ້ຳອູ່ຈ່ຽງ”, ໂດຍມີ 3 ດ້ານຕິດກັບແມ່ນ້ຳ, ທາງດ້ານຫຼັງຕິດກັບພູຜາສູງຊັນ, ເຄີຍຕົກຢູ່ໃນຄວາມທຸກຍາກທີ່ສຸດຍ້ອນຖືກເຂດພູດອຍກັ້ນໄວ້ ແລະ ບໍ່ມີເສັ້ນທາງຄົມມະນາຄົມທີ່ສະດວກ. ເພື່ອກ້າວອອກຈາກເຂດພູດອຍທີ່ທຸລະກັນດານ, ປະຊາຊົນບ້ານຮວ້າອູ່ຫຼາຍເຊັ່ນຄົນໄດ້ສ່ຽງຄວາມອັນຕະລາຍຕໍ່ການເສຍຊີວິດ, ປີນໄຕ່ໄປຕາມພູຜາສູງຊັນ, ເມື່ອຫຼາຍປີຜ່ານມາ, ກໍໄດ້ປາກົດມີ “ທາງຫີນມືຈັບ”, ເຊິ່ງແມ່ນເສັ້ນທາງສາຍດຽວທີ່ນາງເຜີງຢີ້ ແລະ ປະຊາຊົນບ້ານຮວ້າອູ່ໃຊ້ເປັນເສັ້ນທາງທຽວອອກໄປນອກ.
ນາງເຜີງຢີ້ກ່າວວ່າ: ຂ້າພະເຈົ້າບອກທ່ານເລຂາທິການໃຫຍ່ວ່າ, ເສັ້ນທາງທີ່ອອກຈາກບ້ານໄປທາງນອກ ກໍແມ່ນທາງຫີນມືຈັບນັ້ນ. ພວກເຮົາຕ້ອງເປ້ເອົາຂີງ ແລະໝາກໄມ້ທີ່ພວກເຮົາຜະລິດໄດ້ນັ້ນ, ແລ້ວຈັບກ້ອນຫີນໄຕ່ໄປຕາມໜ້າຜາ, ເພື່ອສົ່ງໄປຂາຍຢູ່ທາງນອກ, ແລ້ວຊື້ເກືອກັບມາແຕ່ງອາຫານກິນ.
ເສັ້ນທາງໄດ້ຖືກສ້າງຂຶ້ນແລະໄປຮອດໄປເຖິງເຮືອນຂອງປະຊາຊົນບ້ານຮວ້າອູ່
ໃນຊຸມປີມໍ່ໆມານີ້, ຫຼັງຈາກພັກ ແລະ ລັດຖະບານໄດ້ປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ເຊັ່ນ: ຍົກຍ້າຍປະຊາຊົນໄປອາໄສຢູ່ບ່ອນທີ່ເໝາະສົມກວ່າເພື່ອລຶບລ້າງຄວາມທຸກຍາກ ແລະອື່ນໆແລ້ວ, ບ້ານຊົນເຜົ່າສ່ວນໜ້ອຍແຫ່ງນີ້ໄດ້ເກີດມີພະລັງຊີວິດຊີວາຄືນໃໝ່. ປີ 2017, ບ້ານຮວ້າອູ່ທີ່ເຄີຍມີອັດຕາຄວາມທຸກຍາກສູງກວ່າ 60% ນັ້ນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ເສັ້ນທາງກໍໄດ້ຖືກສ້າງຂຶ້ນແລະໄປຮອດໄປເຖິງເຮືອນຂອງປະຊາຊົນ. “ທາງຫີນມືຈັບ” ກໍໄດ້ກາຍເປັນເລື່ອງອະດີດໄປແລ້ວຢ່າງສິ້ນເຊີງ.
ໃນບໍ່ເທົ່າໃດເດືອນກ່ອນທີ່ທ່ານສີຈິ້ນຜິງເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານຮວ້າອູ່, ຄື ໃນວັນທີ 23 ພະຈິກປີ 2020, ແຂວງກຸ້ຍໂຈ່ທີ່ບ້ານຮວ້າອູສັງກັດນັ້ນໄດ້ປະກາດວ່າເມືອງທຸກຍາກທັງໝົດລ້ວນແຕ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ມາຮອດເວລານີ້, 832 ເມືອງທຸກຍາກລະດັບຊາດໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ. ສຳລັບປະເທດຈີນໃນໄລຍະນີ້, ກໍພວມຢູ່ໃນໄລຍະການປ່ຽນແປງຄັ້ງປະຫວັດສາດທີ່ຫັນຈາກການລຶບລ້າງຄວາມທຸກຍາກກ້າວໄປສູ່ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ. ເຮັດແນວໃດຈຶ່ງສາມາດຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ນີ້ກໍເປັນຈຸດປະສົງຂອງທ່ານສີຈິ້ນຜິງໃນການສຳຫຼວດກວດກາວຽກງານຢູ່ບ້ານຮວ້າອູ່.
ນາງເຜີງຢີ້ກຳລັງເຮັດເຄື່ອງຫັດຖະກຳ
ໃນຖານະເປັນ “ບ້ານສິລະປະວັດທະນະທຳພື້ນເມືອງຂອງຈີນ”, ເຄື່ອງປັກແສ່ວເຜົ່າມົ້ງ, ການຍ້ອມສີແບບບາຕິກ ແລະ ສິລະປະຫັດຖະກຳພື້ນເມືອງອື່ນໆກໍພວມກາຍເປັນອຸດສາຫະກຳທີ່ເປັນເອກະລັກຂອງທ້ອງຖິ່ນແຫ່ງນັ້ນ. ທ່ານສີຈິ້ນຜິງໄດ້ຝາກຄວາມຫວັງຕໍ່ບົດບາດພິເສດຂອງອຸດສາຫະກຳພິເສດເຫຼົ່ານີ້ໃນການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.
ທ່ານສີຈິ້ນຜິງກ່າວວ່າ: ສິ່ງດັ້ງເດີມ ກໍສາມາດເປັນສິ່ງທັນສະໄໝຫຼື ແຟຊັນໄດ້. ມັນເປັນວັດທະນະທຳ, ທັງເປັນອຸດສາຫະກຳ, ມັນສາມາດສົ່ງເສີມວັດທະນະທຳຊົນເຜົ່າ ແລະ ວັດທະນະທຳມູນເຊື້ອໄດ້, ພ້ອມທັງສາມາດນຳໃຊ້ອຸດສາຫະກຳເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງໄດ້.
ຄວາມເວົ້າດັ່ງກ່າວຂອງທ່ານສີຈິ້ນຜິງ, ເຮັດໃຫ້ນາງເຜີງຢີ້ຮູ້ສຶກຕື່ນເຕັ້ນໃຈທີ່ສຸດ. ຫຼັງຈາກນາງຮຽນຈົບໃນປີ 2018 ແລ້ວ, ນາງເຜີງຢີ້ມີໂອກາດໄດ້ເຮັດວຽກຢູ່ໃນຕົວເມືອງ, ແຕ່ນາງໄດ້ຕັດສິນໃຈກັບເມືອໄປສ້າງທຸລະກິດຢູ່ບ້ານຮວ້າອູ່ທີ່ເປັນບ້ານເກີດເມືອງນອນຂອງຕົນ, ນາງຢາກໃຊ້ຄວາມຮູ້ທີ່ຮຽນມານັ້ນເພື່ອພັດທະນາຫັດຖະກຳເຄື່ອງປັກແສ່ວເຜົ່າມົ້ງໃຫ້ຈະເລີນຮຸ່ງເຮືອງ, ແລະຊຸກຍູ້ພີ່ນ້ອງປະຊາຊົນຫຼາຍກວ່າເກົ່າໃນການປະກອບອາຊີບຢູ່ບ້ານເກີດເມືອງນອນຂອງຕົນ.
ນາງເພີງຢີ້ກ່າວວ່າ, ຂ້າພະເຈົ້າຄິດວ່າ ຄວນປະກອບສ່ວນຂອງຕົນເຂົ້າໃນການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ. ບໍ່ຕ້ອງຊັ່ງຊາຜົນໄດ້ຜົນເສຍຂອງຕົນ, ແຕ່ຄວນຮຽນຮູ້ການອຸທິດຕົນ. ຂ້າພະເຈົ້າຫວັງຢາກເຮັດວຽກຕົວຈິງເພື່ອນຳເອົາຜົນປະໂຫຍດມາໃຫ້ແກ່ຊົນເຜົ່າພວກເຮົາ ແລະ ພີ່ນ້ອງປະຊາຊົນ. ເລືອກເອົາພາລະກິດຢ່າງໜຶ່ງແລະຍຶດໝັ້ນດຳເນີນໄປຕະຫຼອດຊີວິດ. ຂ້າພະເຈົ້າຢາກຖືເລື່ອງນີ້ເປັນພາລະກິດຕະຫຼອດຊີວິດຂອງຕົນ, ນຳພາຄົນກຸ່ມໜຶ່ງ ແລະປະຕິບັດຕໍ່ໄປຕະຫຼອດຊີວິດ. ເຮັດແນວນີ້ຮູ້ສຶກຊີວິດມີຄຸນຄ່າ ແລະ ມີຄວາມໝາຍທີ່ສຳຄັນ.
ນາງເຜີງຢີ້ໂພສພາບເດີນທາງໄປຕ່າງຖິ່ນເຄື່ອນໄຫວໂຄສະນາຫັດຖະກຳເຄື່ອງປັກແສ່ວເຜົ່າມົ້ງລົງທາງວີແຊັດ
ປີ 2021, ນາງເຜີງຢີ້ໄດ້ໄປນະຄອນຊຽງໄຮ ແລະ ນະຄອນຫຼວງປັກກິ່ງ, ເພື່ອໃຫ້ຄົນຫຼາຍກວ່າເກົ່າໄດ້ຮັບຮູ້ເຄື່ອງປັກແສ່ວເຜົ່າມົ້ງ, ນາງບໍ່ໄດ້ປະລະທຸກໂອກາດ. ນາງເຜີງຢີ້ກ່າວວ່າ, ມັນເມື່ອຍຫຼາຍ, ແຕ່ມັນກຸ້ມຄ່າ. ຄວາມພະຍາຍາມຂອງນາງໄດ້ຮັບຜົນຕອບແທນໃນທີ່ສຸດ, ໃນທ້າຍປີ 2021, ອົງການຂະແໜງການລະດັບຊາດໄດ້ປະກາດໃຫ້ນາງເຜີງຢີ້ເປັນ “ທູດໂຄສະນາເຄື່ອງປັກແສ່ວເຜົ່າມົ້ງທີ່ເປັນມໍລະດົກວັດທະນະທຳນາມມະທຳດ້ານການຕ່ຳແຜ່ນຂອງຈີນ”.
ຢູ່ບ້ານຮວ້າອູ່, ປະຊາຊົນທີ່ພະຍາຍາມບຸກບືນສູ້ຊົນເພື່ອອະນາຄົດທີ່ດີງາມ ຄືກັບນາງເຜີງຢີ້ແບບນີ້ຍັງມີເປັນຈຳນວນຫຼາຍ. ຢູ່ປະເທດຈີນ, ບ້ານທີ່ພວມບຸກບືນສູ້ຊົນຄືກັບບ້ານຮວ້າອູ່ກໍນັບມື້ນັບຫຼາຍຂຶ້ນ, ໃນຂະບວນການໃໝ່ທີ່ຈີນພວມກ້າວໄປສູ່ເປົ້າໝາຍສູ້ຊົນຮ້ອຍປີເຫດການທີ 2, ບ້ານເຫຼົ່ານີ້ພວມເຕົ້າໂຮມເຂົ້າເປັນຮູບແຕ້ມແຫ່ງຍຸກສະໄໝຕາມດິນແດນທີ່ກວ້າງໃຫຍ່ໄພສານ.
ຄຳເຫັນ
0