徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານລາ​ຕີສະ​ຫຼອງ​ບຸນ​ກຸດ​ຈີນ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸໂທລະພາບ​ສູນ​ກາງ​ຈີນ​ຫຼື CMG ໄດ້​ຮັບ​ການ​ຢືນ​ຢັນ​ຈາກກິເນສບຸກຂອງໂລກວ່າ​ເປັນ​ລາຍ​ການ​ໂທ​ລະ​ພາບ​ທີ່​ມີຜູ້​ຊົມ​ຫຼາຍ​ທີ່​ສຸດ

2022-01-14 15:45:40 cri

ຕະຫຼອດໄລຍະ 40 ປີ​ຜ່ານ​ມາ, ການ​ເບິ່ງ​ງານ​ລາ​ຕີສະ​ຫຼອງ​ບຸນ​ກຸດ​ຈີນ​ໃນວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຕາມຈັນທະຄະຕິຈີນ​ໄດ້​ກາຍ​ເປັນ​ບັນ ຍາກາດທີ່​ສຳ​ຄັນສຳລັບຄອບ​ຄົວຊາວ​ຈີນ. ປີ​ນີ້​ແມ່ນ​ປີ​ເສືອຫຼືປີຂານ​ຕາມ​ຈັນ​ທະ​ຄະ​ຕິ​ຈີນ,ການຟ້ອນ​ແລະຮ້ອງ​ເພງ,ລະ​ຄອນ​ສັ້ນ,ການເວົ້າຕະຫຼົກ, ລະຄອນງິ້ວແລະ​ລາຍ​ການ​ທີ່​ມີຫຼາກ​ຫຼາຍ​ສີ​ສັນ​ອື່ນໆ​ລ້ວນ​ແຕ່​ຈະ​ນຳມາສະ​ແດງ​ໃນ​ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ. ເຊິ່ງຈະ​ສະ​ແດງ​ໃຫ້​ຊາວ​ໂລກ​ໄດ້ເຫັນງານ​ລາ​ຕີ​ທີ່ສວຍງາມ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນແລະ​ເປັນສິ​ລິ​ມຸງ​ຄຸນ ແລະຈະສ້າງຄວາມປະທັບໃຈແລະໜ້າເບິ່ງໜ້າຊົມ.

      ບໍ່​ວ່າ​ທ່ານຈະ​ຢູ່​ໃສ,ທ່ານສາມາດເບິ່ງ​ລາຍ​ການດັ່ງ​ກ່າວ​ໄດ້​ໂດຍ​ຜ່ານ ທາງໂທລະພາບຂອງ CMG ໃນປີນີ້. ໃນວັນ​ທີ 31 ມັງ​ກອນ​ປີ 2022 ໃນເວລາ 19 ໂມງຕາມ​ເວ​ລາວຽງ​ຈັນ, ເຊີນບັນດາທ່ານຕິດຕາມຮັບຊົມ ການຖ່າຍທອດສົດງານລາຕີສະຫຼອງບຸນກຸດຈີນຮ່ວມກັນ!

ຄຳ​ເຫັນ

0