尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ແຜ່ນ​ດິນ​ໄຫວ​ຄວາມ​ແຮ​ງ​ສັ່ນ​ສະ​ເທືອນ 6,7 ລິກ​ເຕີ​ຢູ່​ເຂດ​ທະ​ເລ​ໃກ້​ກັບ​ແຂວງ​ບານ​ເຕັນ​ຂອງ​ອິນ​ໂດ​ເນ​ເຊຍ

2022-01-15 15:25:59 cri

ເກີດ​ແຜ່ນ​ດິນ​ໄຫວ​ຄວາມ​ແຮ​ງ​ສັ່ນ​ສະ​ເທືອນ 6,7 ລິກ​ເຕີ​ຢູ່​ເຂດ​ທະ​ເລ​ໃກ້​ກັບ​ແຂວງ​ບານ​ເຕັນ​ຂອງ​ອິນ​ໂດ​ເນ​ເຊຍ_fororder_f9198618367adab48237f2c5242b08158501e45f

      ​ເວັບ​ໄຊ​​ອົງ​ການອຸ​ຕຸ​ນິ​ຍົມ,ດິນ​ຟ້າ​ອາ​ກາດ​ແລະ​ທໍ​ລະ​ນີ​ຟີ​ຊິກວິ​ທະ​ຍາແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້ໃຫ້​ຮູ້​ວ່າ: ເວ​ລາ 16 ໂມງ 5 ນາ​ທີຂອງວັນ​ທີ 14 ມັງ​ກອນ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ຢູ່​ເຂດ​ທະ​ເລ​ໃກ້​ກັບ​ແຂວງ​ບານ​ເຕັນ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ​ສັ່ນ​ສະ​ເທືອນ 6,7 ລິກ​ເຕີ, ໃຈ​ກາງ​ເກີດ​ແຜ່ນ​ດິນ​ໄຫວ​ຢູ່​ເຂດ​ທະ​ເລ​ຈາກເມືອງ​​ປານ​ເດັກ​ລາງ​ແຂວງ​ບານ​ເຕັນ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ ​ 52 ກິ​ໂລ​ແມັດ, ຈາກ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ປະ​ມານ 200 ກິ​ໂລ​ແມັດ, ຄວາມເລິກ​ລົງ​ໃຕ້​ດິນ 10 ກິ​ໂລ​ແມັດ. ປັດ​ຈຸ​ບັນຍັງ​ບໍ່​ທັນ​ມີ​ການ​ລາຍ​ງານ​​ກ່ຽວ​ກັບ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ເທື່ອ.

      ອົງ​ການ​ດັ່ງ​ກ່າວ​ບໍ່​ໄດ້​ປະ​ກາດ​ແຈ້ງ​ການ​ເຕືອນ​ໄພ​ຄື້ນ​ຊຶ​ນະ​ມິ​ລ່ວງ​ໜ້າ​ກ່ຽວ​ກັບ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້,ແຕ່​ໄດ້​ເຕືອນ​ໃຫ້​ລະ​ມັດ​ລະ​ວັງ​ແຮງ​ສັ່ນ​ສະ​ເທືອນ​​ຕາມ​ມາ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ເຂດ​ໃກ້​ກັບ​ໃຈ​ກາງ​​ເກີດແຜ່ນ​ດິນ​ໄຫວ,​ພ້ອມ​ທັງເຕືອນ​ໃຫ້​ປະ​ຊາ​ຊົນ​ຕ້ອງ​ຮັກ​ສາ​ຄວາມ​ໃຈ​ເຢັນ​ແລະ​ລະ​ມັດ​ລະ​ວັງ.

ຄຳ​ເຫັນ

0