郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ໄດ້​ພົບ​ເຫັນ​ເທື່ອ​ທຳ​ອິດ​ວ່າ ​ເຊື້ອ​ໂອ​ມິ​ຄ​ຣອນໄດ້​ແຜ່​ລະ​ບາດ​ຢູ່​ປະ​ເທດ​ຕົນ

2022-01-16 16:33:43 cri

图片默认标题_fororder_257893415

 

ວັນ​ທີ15ມັງ​ກອນນີ້ ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກມຽນ​ມາເປີດ​ເຜີຍ​ໃຫ້ຮູ້​ວ່າ:​ໃນ​ຕົວຢ່າງກວດ​ກາຫາ​ເຊື້ອ​ໃນ​ມື້​ດຽວ​ກັນ ໄດ້​ພົບ​ເຫັນ​ມີ10ຄົນ​ໄດ້​​ຕິດ​ເຊື້ອ​ໂອ​ມິ​ຄ​ຣອນ, ໃນ​ນັ້ນ​ມີ8ຄົນ​ແມ່ນ​ຂີ່​ຍົນ​​ກອບ​ກູ້ຈາກ​ອິນ​ເດຍ​ກັບ​ເມືອ​​ມຽນ​ມາ,ແລະ​ມີ2 ຄົນ​ເຄີຍ​ໃກ້​ຊິດ​ກັບ​ຜູຸ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ໃນ​ວັນ​ທີ13ມັງ​ກອນນີ້,ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່ມຽນ​ມາ​ໄດ້​ພົບ​ເຫັນວ່າ ເຊື້ອ​ໂອ​ມິ​ຄ​ຣອນເລີ່ມແຜ່​ລະ​ບາດ​ຢູ່​ປະ​ເທດ​ຕົນ.

ນັບແຕ່​ມຽນ​ມາພົບ​ເຫັນມີ​ຜູ້​ຕິດ​ເຊື້ອ​ໂອ​ມິ​ຄ​ຣອນ​ຢູ່​ປະ​ເທດ​ຕົນເປັນ​ເທື່ອ​ທຳ​ອິດ​ໃນ​ວັນ​ທີ28ທັນ​ວາ​ປີ2021ຜ່ານ​ມາ ຈົນ​ຮອດ​ປັດ​ຈຸ​ບັນ, ມຽນ​ມາ​ໄດ້​ພົບ​ເຫັນ​ແລ້ວ​ວ່າ ລວມ​ມີ76ຄົນ​ໄດ້​ຕິດ​ເຊື້ອ​ໂອ​ມີ​ຄ​ຣອນ, ເຂົາ​ເຈົ້າ​ລ້ວນ​ແຕ່​​ແມ່ນ​ກັບ​ມາ​ຈາກ​ຕ່າງ​ປະ​ເທດ ນອກ​ຈາກ​2​ຄົນ​ແມ່ນ​ຕິດ​ພະ​ຍາດ​ຢູ່​ປະ​ເທດ​ຕົນທີ່ພົບ​ເຫັນ​ໃນ​ປັດ​ຈຸ​ບັນ.

ສະ​ພາບ​ພະ​ຍາດ​ໂຄວິດ-19ຂອງ​ມຽນ​ມາ​ກຳ​ລັງ​ຄ່ອຍໆ​ຫຼຸດ​ໜ້ອຍ​ລົງ,ປັດ​ຈຸ​ບັນ ຄວາມ​ສ່ຽງ​ດ້ານ​ພະ​ຍາດ​ໂຄວິດ-19 ທີ່ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກມຽນ​ມາ​ຜະ​ເຊີນ​ໜ້ານັ້ນ ຕົ້ນ​ຕໍ​ແມ່ນ​ເຊື້ອ​ໂອ​ມີ​ຄ​ຣອນ​ທີ່​ນຳ​ເຂົ້າ​ມາ​​ຈາກ​ຕ່າງປະ​ເທດ.

ຄຳ​ເຫັນ

0