吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19ທີ່ເພີ່ມໃໝ່ໃນຟິລິບປິນໄດ້ສ້າງສະຖິຕິໃໝ່ ແລະ ໄດ້ເກີດສະພາບທີ່ເຊື້ອໂອມິຄຣອນແຜ່ລະບາດຢູ່ເຂດຊຸມຊົນ

2022-01-16 12:13:16 CRI

ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19ທີ່ເພີ່ມໃໝ່ໃນຟິລິບປິນໄດ້ສ້າງສະຖິຕິໃໝ່ ແລະ ໄດ້ເກີດສະພາບທີ່ເຊື້ອໂອມິຄຣອນແຜ່ລະບາດຢູ່ເຂດຊຸມຊົນ_fororder_菲律宾

 

    ກະຊວງສາທາລະນະສຸກຟິລິບປິນແຈ້ງໃຫ້ຮູ້ວ່າ,ຈົນຮອດ 16ໂມງວັນທີ 15 ມັງກອນ,ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19ທີ່ເພີ່ມໃໝ່ໃນວັນດຽວຂອງຟິລິນປິນມີ39.004ກໍລະນີ,ນີ້ແມ່ນຈຳນວນຜູ້ເປັນພະຍາດທີ່ເພີ່ມໃຫມ່ໃນວັນດຽວໄດ້ສ້າງສະຖິຕິສູງສຸດ​ນັບແຕ່ເກີດການແຜ່ລະບາດພະຍາດໂຄວິດ-19ເປັນຕົ້ນມາ.

 

    ພ້ອມກັນນັ້ນ,ກະຊວງສາທາລະນະສຸກຟິລິບປິນນັບລວມແລ້ວໄດ້ລາຍງານຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19ມີເຖິງ 3.168.379 ກໍລະນີ. ຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19ທີ່ເພີ່ມໃໝ່ມີ 43 ຄົນ, ນັບ​ລວມ​ແລ້ວ ມີ 52.858 ​ເສຍຊີວິດຍ້ອນພະຍາດໂຄວິດ-19. ຈຳນວນຜູ້ປົວຫາຍດີທີ່ເພີ່ມໃໝ່ມີ 23.613 ກໍລະນີ, ນັບລວມແລ້ວມີ  ຫຼາຍກວ່າ2.834.708 ກໍລະນີໄດ້ປົວຫາຍດີ​ແລ້ວ.

 

     ນອກນີ້,ວັນທີ 15 ມັງກອນນີ້, ກະຊວງສາທາລະນະສຸກຟິລິບປິນຢືນຢັນວ່າ, ຢູ່ຟິລິບປິນໄດ້ເກີດມີກໍລະນີທີ່ເຊື້ອໂອມິຄຣອນແຜ່ລະບາດຢູ່ເຂດຊຸມຊົນ. ວັນທີ 14ມັງກອນນີ້,ກະຊວງສຶກສາທິການຟິລິບປິນຕົກລົງໃຫ້ໂຮງຮຽນທັງໝົດຂອງເຂດນະຄອນຫຼວງຢຸດການຮຽນການສອນນັບແຕ່ວັນທີ 15 ຫາວັນທີ 22 ມັງກອນນີ້.

ຄຳ​ເຫັນ

0