陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ຂໍ້ກ່າວຫາສ່ວນໜຶ່ງໃນຄະດີສໍ້ລາດບັງຫຼວງທີ່ທ່ານນາງອອງຊານຊູຈີ ທີ່ປຶກສາ ແຫ່ງລັດມຽນມາກ່ຽວພັນເຖິງນັ້ນຖືກຈົດທະບຽນເພື່ອສືບສວນສອບສວນ

2022-01-16 12:50:18 cri

 

ຂໍ້ກ່າວຫາສ່ວນໜຶ່ງໃນຄະດີສໍ້ລາດບັງຫຼວງທີ່ທ່ານນາງອອງຊານຊູຈີ ທີ່ປຶກສາ ແຫ່ງລັດມຽນມາກ່ຽວພັນເຖິງນັ້ນຖືກຈົດທະບຽນເພື່ອສືບສວນສອບສວນ_fororder_微信图片_20220116124705

   ວັນທີ 14 ມັງກອນນີ້ຕາມເວລາທ້ອງຖິ່ນ,ຂໍ້ກ່າວຫາສ່ວນໜຶ່ງໃນຄະດີ ສໍ້ລາດບັງຫຼວງທີ່ທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາກ່ຽວພັນເຖິງ ນັ້ນຖືກສານຈົດທະບຽນເພື່ອສືບສວນສອບສວນ.ອີງຕາມທະນາຍຄວາມຜູ້ໜຶ່ງໃນຄະນະທະນາຍຄວາມຂອງຝ່າຍແກ້ຟ້ອງແນະນຳໃຫ້ຮູ້,ປັດຈຸບັນ ຄຳຮ້ອງຟ້ອງທີ່ ກ່າວຫາທ່ານນາງອອງຊານຊູຈີຖານໂທດສໍ້ລາດບັງຫຼວງນັ້ນຢ່າງໜ້ອຍມີ 5 ລາຍການ,ເທື່ອນີ້ໄດ້ຈົດທະບຽນເພື່ອສືບສວນສອບສວນ 3 ລາຍການ,ສ່ວນຂໍ້ ກ່າວຫາອື່ນໆຍັງບໍ່ທັນໄດ້ຈົດທະບຽນເພື່ອດຳເນີນຄະດີ.

 

ພາຍຫຼັງເດືອນກຸມພາປີ 2021,ທ່ານນາງອອງຊານຊູຈີປະເຊີນໜ້າກັບຂໍ້ກ່າວ ຫາ 10 ກວ່າລາຍການ,ຂໍ້ກ່າວຫາກ່ຽວກັບການລະເມີດກົດໝາຍອາຍາ ກົດໝາຍວ່າດ້ວຍການຄຸ້ມຄອງໄພທຳມະຊາດແລະກົດໝາຍວ່າດ້ວຍການຄຸ້ມ ຄອງຂາເຂົ້າຂາອອກໄດ້ຊັດມ້ຽນຄະດີແລ້ວ,ໂດຍຖືກລົງໂທດຕັດອິດສະຫຼະພາບ ລວມທັງໝົດ 6 ປີ.ສ່ວນຂໍ້ກ່າວຫາຫຼາຍລາຍການທີ່ກ່ຽວພັນກັບການສໍ້ລາດບັງ ຫຼວງແລະຮົ່ວຄວາມລັບແຫ່ງຊາດຍັງຢູ່ໃນໄລຍະດຳເນີນຄະດີຢູ່.

ຄຳ​ເຫັນ

0