刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ບໍ່​ຄວນ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ນິ​ເວດ​ຈົ​ນ​ໝົດ​ແຫ້ງ

2022-01-17 22:08:23 cri

ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປີ 2022 ຜ່ານ​ທາງວີ​ດີໂອຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ພ້ອມທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ “ຮັກ​ສາ​ຄວາມ​ໝັ້ນ​ໃຈ​ຢ່າງ​ໜັກ​ແໜ້ນ ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ຢ່າງ​ກ້າ​ຫານ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ດີ​ງາມ​ໃນ​ຍຸກ​ຫຼັງ​ຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ມັກ​ເວົ້າ​ເລື້ອຍໆ​ວ່າ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ບໍ່​ຄວນ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ນິ​ເວດ​ຈົ​ນ​ໝົດ​ແຫ້ງ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ກໍ​ບໍ່​ສາ​ມາດ​ປາ​ສະ​ຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ຈີນ​ຍຶດ​ໝັ້ນ​ທັດ​ສະ​ນະ​ທີ່ວ່າ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ, ຊຸກ​ຍູ້​ການ​ອະ​ນຸ​ລັກ ຄຸ້ມ​ຄອງ​ພູ​ຜາ ແມ່​ນ້ຳ ປ່າ​ໄມ້ ທົ່ງ​ນາ ໜອງ​ບຶງ ທົ່ງ​ຫຍ້າ ແລະ ປັບ​ປຸງ​ທະ​ເລ​ຊາຍ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ ແລະ​ເປັນ​ລະ​ບົບ, ອອກ​ແຮງ​ສຸດ​ຂີດ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ສາ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ, ອອກ​ແຮງ​ສຸດ​ຂີດ​ເພື່ອ​ປ້ອງ​ກັນ ແລະ ແກ້ໄຂ​ມົນ​ລະ​ພິດ, ອອກ​ແຮງ​ສຸດ​ຂີດ​ເພື່ອ​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ຜະ​ລິດ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.”

ຄຳ​ເຫັນ

0