黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ມ​າດ​ຕະ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ລາວ​ໄປ​ຈີນ​ໃນ​ປີ 2022 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ

2022-01-17 15:47:21 cri

ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ມ​າດ​ຕະ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ລາວ​ໄປ​ຈີນ​ໃນ​ປີ 2022 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ_fororder_2022-01-17_154247

ວັນ​ທີ 14 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ມ​າດ​ຕະ​ການ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ລາວ​ໄປ​ຈີນ​ໃນ​ປີ 2022 ທີ່​ສະ​ພາ​ການ​ຄ້າກວາງ​ຊີລາວ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ​ໂດຍ​ຜ່ານ​ທາງວິ​ດີ​ໂອ, ຜູ້​ຕາງ​ໜ້າ 60 ກວ່າ​ທ່ານຈາກ​ສະ​ຖານ​ທູ​ດ​ຈີນ​ປະ​ຈຳ​ລາວ, ​ກົມ​ພາ​ສີ​ກະ​ຊວງ​ການ​ເງິນ, ກະ​ຊວງ​ກະ​ສິ​ກຳ​ແລະ​ປ່າ​ໄມ້​, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​​ແລະ​ພາກ​ສ່ວນ​ອື່ນໆ​ຂອງ​ລາວໄດ້​ເຂົ້າ​ຮ່ວມ, ເພື່ອ​ປຶກ​ສາ​ຫາ​ລື​ການ​ພັ​ດ​ທະ​ນາ​ກະ​ສິ​ກຳ​ຂອງ​ລາວ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ.

ຮອງ​ຫົວ​ໜ້າ​ກົມ​ພາ​ສີ​ຂອງລາວ​ກ່າວ​ວ່າ: ພາກ​ສ່ວນ​ຕ່າງໆ​ຂອງ​ລາວ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ວຽກ​ງານ​​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ລາວ​ໄປ​ຈີນ. ພາຍ​ໃຕ້​ເງື່ອນ​ໄຂ​​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລາວ​ຢ່າງ​ເຂັ້ມ​ງວດ, ພາກ​ສ່ວນ​ຕ່າງໆ​ຂອງ​ລາວ​ຈະ​ເຮັດ​ໃຫ້​ລະ​ບຽບ​ການ​ຜ່ານ​ດ່ານ​​ຂອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ລາວ​ກະ​ທັດ​ຮັດ​ກວ່າ​ເກົ່າ, ເພື່ອ​ຫຼຸດ​ລົງ​ເວ​ລາ​ຜ່ານ​ດ່ານ​ແລະ​ຫຼຸດ​ຕົ້ນ​ທຶນ​ການ​ຜ່ານ​ດ່ານ​​ລົງ.

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ລາວ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ການ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ໄດ້​​ເປັນ​ເວ​ທີ​ແລກ​ປ່ຽນ​ລະ​ຫວ່າງ​ຝ່າຍ​ລາວ​ກັບ​ນັກ​ລົງ​ທຶນ​ຈີນ​ທີ່​​ໄປລົງ​ທຶນ​ດ້ານ​ກະ​ສິ​ກຳຢູ່​ປະ​ເທດ​ລາວ​ໃຫ້​ສາ​ມາດ​ພົ້ນ​ຈາກ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ແລະ​ຮ່ວມ​ກັນ​ຊອກ​ຫາ​ທາງ​ອອກ.

ຄຳ​ເຫັນ

0