秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫວາງຢິ້ກ່າວຄຳປາໄສຕໍ່ “ເວທີປຶກສາຫາລືມານີລາຈີນ-ຟິລິບປິນ” ຜ່ານທາງວິດີໂອ

2022-01-18 11:07:14 cri

ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຈີນ ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່ “ເວ​ທີ​ປຶກ​ສາ​ຫາ​ລືມາ​ນີ​ລາ​ຈີນ-ຟິ​ລິບ​ປິນ” ຜ່ານ​ທາງວິ​ດີໂອ.

ທ່ານ​ຫວາງຢີ້​ກ່າວ​ວ່າ: ພາຍຫຼັງ​ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຟິລິບ​ປິນ​ເປັນ​ຕົ້ນ​ມາ​ ໄດ້​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ​ຍຸດ​ທະ​ສາດໃນ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ກັບ​ຈີນ​ໃຫ້​ດີ​ຂຶ້ນ. ມູນ​ຄວາມ​ຈິງ​ໄດ້​ພິ​ສູດ​​ໃຫ້​ເຫັນແລ້ວ​ວ່າ: ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດພື້ນ​ຖານ​ຂອງ​ຊາດ ກໍ​ຄື​ຂອງ​ປະ​ຊາ​ຊົນ​ຟິ​ລິບ​ປິນ​ທີ່​ສຸດ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ​ຈີນ​ແລະ​ຟິ​ລິບ​ປິນ​ທີ່​ສຸດ ແລະ​ສອດ​ຄ່ອງ​ກັບ​ກະ​ແສ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ພາກ​ພື້ນ​​ທີ່​ສຸດ.

ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ອີກວ່າ: ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ​ການ​ຮ່ວມ​ມື​ກັບ​ຟິ​ລິບ​ປິນ ໂດຍ​ຈະ​ປະ​ຕິ​ບັດ​ດັ່ງ​ນີ້: ໜຶ່ງ​: ​ຮ່ວມ​ມື​ກັນ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ສອງ: ​ຮ່ວມ​ມື​ກັນເລັ່ງ​ພັດ​ທະ​ນະໃຫ້ຈະ​ເລີນ​ຮຸ່ງ​ເຮືອງ. ​ສາມ: ​ຮ່ວມ​ມື​ກັນ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ຖືກ​ຕ້ອງ ແລະ​ສີ່: ຮ່ວມ​ມື​ກັນ​ເພື່ອປົກ​ປັກ​ຮັກ​ສາ​ສັນ​ຕິ​ພ​າບ ແລະ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ໃນ​ປີ 2022, ໂດຍ​ຢື​ນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ປະ​ຫວັດ​ສາດ, ສອງ​ຝ່າຍ​ຕ້ອງ​ສ້າງ​ຄວາມ​ຜາ​ສຸກ​​ໃຫ້​ກັບ​ປະ​ຊາ​ຊົນ​ສອງ​ຊາດ, ຍຶດ​ໝັ້ນ​ທິດ​ທາງ​ທີ່​ຖືກ​ຕ້ອງ​ບົນ​ພື້ນ​ຖານ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຈີນ-ຟິ​ລິບ​ປິນ, ຜ່ານ​ຜ່າ​ອຸ​ປະ​ສັກ ແລະ​ລົງ​ເລິກ​ການ​ຮ່ວມ​ມື, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ຈີນ-ຟິ​ລິບ​ປິນ​ທີ່​ດີ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0