秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາບໍ່ສາມາດປະຕິເສດຄວາມຮັບຜິດຊອບທີ່ເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກຮ້າຍແຮງຂຶ້ນ

2022-01-19 17:10:20 cri

ຫວ່າງ​ກ່ອນ​ນີ້​​ບໍ່​ດົນ, ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ຈະ​ຢຸດ​ຕິ​ການ​ເກັບ​ກຳ​ສະ​ຖິ​ຕິ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແບບ​ກະ​ທັນ​ຫັນ ເຊິ່ງ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຮູ້​ສຶກ​​ມິ​ຄວາມ​ກັງ​ວົນ ແລະ​ຕ້ອງ​ລະ​ວັງ​ເພີ່​ມ​ຂຶ້ນ.

ໃນຫຼາຍ​ມື້​ລຽນ​ຕິດ​ທີ່​ຜ່ານ​ມາ, ຍ້ອນ​ວ່າ​ເຊື້ອ​ໂອ​ມິ​ຄ​ຣອນ​​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ທີ່​ສຸດ, ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິ​ດ-19 ທີ່​ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ອາ​ເມ​ຣິ​ກາ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ແລະ​ຈຳ​ນວນ​​ຜູ້​ຕິດ​ເຊື້ອ​ພະ​ຍາດເພີ່​ມໃໝ່​ຕໍ່​ມື້​ມີຫຼາຍກວ່າ​ລ້ານ​ກໍ​ລະ​ນີ ເຊິ່ງ​ໄດ້​ກາຍ​ເປັນ “ສະ​ພາບ​ປົກ​ກະ​ຕິ​ຄັ້ງ​ໃໝ່”​ຢູ່​ອາ​ເມ​ຣິ​ກາ. ມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 17 ມັງ​ກອນ​ນີ້, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ເຖິງ 66.940.000 ກໍ​ລະ​ນີ ແລະ​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 870.000 ຄົນ.

ອາ​ເມ​ຣິ​ກາ​ມີ​ຄວາມ​ສັບ​ສົນ​ໃນ​ການ​ວາງ​ນະ​ໂຍ​ບາຍ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19, ພັກ​ການ​ເມືອງ​ຕ່າງໆ​ໄດ້​ຫັນ​ບັນ​ຫາ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ເປັນ​ບັນ​ຫາ​ການ​ເມືອ​ງ  ​ແລະດຳ​ເນີນ​ການ​ໂຄ​ສະ​ນາ​ແບບ​ລ້າງ​ສະ​ໝອງປະ​ຊາ​ຊົນ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ປິດ​ບັງ​ຄວາມ​ຈິງ ແລະ​ອື່ນໆ ​ເຊິ່ງໄດ້​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ກາຍ​ເປັນ “​ປະ​ເທດ​ທີ່ປະ​ລາ​ໄຊ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”.

ທີ່​ຈິງ​ແລ້ວ, ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ປະ​ລາ​ໄຊ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ຕົນ​ເທົ່າ​ນັ້ນ, ຍັງ​​ຕ້ອງມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ບໍ່​ສາ​ມາດ​ປະ​ຕິ​ເສດໄດ້ທີ່​ເຮັດ​ໃຫ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ທົ່ວ​ໂລກ​ຮ້າຍ​ແຮງ​ຂຶ້ນ​ອີກ​ດ້ວຍ.

ການ​ສັນ​ຈອນ​ຂອງ​ຄົນ​ເປັນ​ສາ​ເຫ​ດ​ສຳ​ຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ເຊື້ອ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ກວ້າງ​ອອກ. ພາຍຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ, ຫຼາຍ​ປະ​ເທດ​ໄດ້​ວາງ​ມາດ​ຕະ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ທີ່​ເຂັ້ມ​ງ​ວດ. ໃນ​ໄລ​ຍະ​ທີ່​ຫາ​ກໍ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຈົງໃຈ​ຖື​ເບົາ​ຄວາມ​ສ່ຽງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ​ະ​ມີ​ຄວາມ​ສັບ​ສົນໃນ​ການ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວ​ສານ, ​ການ​ວາງ​ມາດ​ຕະ​ການ​ປ້ອງ​ກັນ ແລະ​ອື່ນໆ; ພາຍຫຼັງ​ອາ​ເມ​ຣິ​ກາ​ໄດ້​ກາຍ​ເປັນຈຸດ​ໃຈ​ກາງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ທົ່ວ​ໂລກ​ແລ້ວ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຍັງ​ຄົງ​​ມີ​ທ່າ​ທີ “ບໍ່​ປ້ອງ​ກັນ” ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ, ປ່ອຍ​ປະ​ລະເລີຍ​ໃຫ້​ຊາວ​ອາ​ເມ​ຣິ​ກາ​​ເດີນ​ທາງ​ໄປ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​ຕາມ​ໃຈ ເຊິ່ງ​ໄດ້​ເລັ່ງ​ໃຫ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ທົ່ວ​ໂລກ​ໄວ​ຂຶ້ນ.

ພ້ອມ​ດຽວ​ກັນ​ນັ້ນ, ອາ​ເມ​ຣິ​ກາ​ຍັງ​ໄດ້​ປະ​ຕິ​ບັດ​ຕາມ “ລັດ​ທິ​​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ” ໂດຍ​ທັງ​ປະ​ຕິ​ເສດ​ການ​ຮ່ວມ​ມື​​ກັບສາ​ກົນ​ດ້ານ​ວັກ​ຊີນ ທັງ​​ປະ​ຕິ​ບັດ “ລັດ​ທິ​ກໍ່​ກາ​ນ​ຮ້າຍ​ດ້ວຍ​ຂໍ້​ອ້າງ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ” , ຕັດ​ສິນ​ແບບ​ຂາດຫຼັກ​ຖານ​ດ້ວຍ​ຕົນ​ເອງວ່າ ປະ​ເທດ​ໃດ​ສົມ​ຄວນ​ເປັນ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ດ້ານ​ການ​ເມືອງ​ຂອງ​ຕົນ ທັງຖິ້ມ​ໂທດ​ໃສ່​ປະ​ເທດ​ອື່ນ ​ແລະ​ທຳ​ລາຍ​ລະ​ບຽບ​ການ​ສາ​ກົນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ໃນ​ເດືອນ​ເມ​ສາ​ຂອງ​ປີ 2021, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ບໍ​ລິ​ສັດ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ໂກ​ລຳ​ເບຍ ຫຼື CBS, ທ່ານ​ໂນ​ມາ ໂຕ​ເຣ​ສ, ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຂອງ​ອາ​ເມ​ຣິ​ກາ​ກ່າວ​ວ່າ: “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ອາ​ເມ​ຣິ​ກາ​ກຳ​ລັງ​ສົ່ງ​ອອກ​ເຊື້ອ​ພະ​ຍາດ.” ໃນ​ເດືອນ​ພຶດ​ສະ​ພາ​ປີ 2021, ທ່ານ​ໂນມ ໂຈມ​ສະ​ກີ, ນັກ​ວິ​​ຊາການ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ຣິ​ກາ ກໍ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ: ຜູ້​ນຳ​ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຊາວ​ອາ​ເມ​ຣິ​ກາ​ທີ່​ເສ​ຍ​ຊີ​ວິດ​ເທົ່າ​ນັ້ນ, ຍັງ​​ຕ້ອງມີຄວາມ​ຮັບ​ຜິດ​ຊອບ​ຕໍ່​ຊາວ​​ໂລກທີ່​ເສຍ​ຊີ​ວິ​ດ​ເຊັ່ນ​ກັນ.

​ ມາ​ຮອດ​ປັດ​ຈຸ​ບັນ, ເຊື້ອ​ພະ​ຍາດ​ກາຍ​ພັນໂອ​ມິ​ຄ​ຣອນ​ໄດ້​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ກາ​ຍ​ເປັນ​ຈຸດ​ໃຈ​ກາງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ອີກ​ຄັ້ງ​ໃໝ່. ໃນ​ເວ​ລາ​ທີ່​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ອາ​ເມ​ຣິ​ກາຫຼາຍກວ່າ​ລ້ານ​ກໍ​ລະ​ນີ, ອາ​ເມ​ຣິ​ກາ​ຍັງ​ໄດ້​ຖື​ເບົາ​ຄວາມ​ອັນ​ຕະ​ລາຍ​ຂອງ​ເຊື້ອ​ພະ​ຍາດ​ກາຍ​ພັນໂອ​ມິ​

ຄ​ຣອນ ແລະ​ພັນ​ລະ​ນາ​ວ່າ​ມັນເປັນ​ເຊື້ອ​ພະ​ຍາດ​ທີ່ “ບໍ່​ສະ​ແດງ​ອາ​ການ” ຫຼື “ອາ​ການ​ເບົາ”. ສຳ​ລັບ​ກໍ​ລະ​ນີ​ທີ່​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ເກີດ​ມີ​ອາ​ການດັ່ງ​ບໍ່​ຮູ້​ກິ່ນ ແລະ​ປອດ​ມີ​ຈຸດ​ດ່າງ​ດຳ​ນັ້ນ, ອາ​ເມ​ຣິ​ກາ​ບໍ່​ໄດ້​ກ່າວ​ເຖິງ​ເລື່ອງ​ນີ້ຈັກ​ເທື່ອ. ພ້ອມ​ດຽວ​ກັນ​​ນີ້, ອາ​ເມ​ຣິ​ກາ​​ຍັງ​ສືບ​ຕໍ່​ສົ່ງ​ອອກ​ເຊື້ອ​ພະ​ຍາດ​ສູ່​ຕ່າງ​ປະ​ເທດເລື້ອຍໆ.

ຫວ່າງ​ບໍ່​ດົນ​ມາ​ນີ້, ອາ​ເມ​ຣິ​ກາ​ໄດ້​ຍົກ​ເລີກ​ການກວດ​ນິວ​ເຄ​ລ​ອິກ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ສຳ​ລັບ​​ທະ​ຫານ​ໃນກອງ​ທັບ​ອາ​ເມ​ຣິ​ກາ​ທີ່​ຈະ​ໄປປະ​ຈຳ​ການ​ຢູ່​ຍີ່​ປຸ່ນ ເຊິ່ງ​ໄດ້​ເຮັດ​ໃຫ້​ທະ​ຫານຫຼາຍ​ຄົນ​ຢູ່​ຖານ​ທັບ​ອາ​ເມ​ຣິ​ກາ​ປະ​ຈຳ​ຢູ່​ຍີ່​ປຸ່ນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19. ພາຍຫຼັງ​ຖານ​ທັ​ບອ​າ​ເມ​ຣິ​ກາ​ຢູ່​ຍີ່​ປຸ່ນ​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ແລ້ວ, ທະ​ຫານ​ອາ​ເມ​ຣິ​ກາ​ຍັງ​ມັກ​ໄປ​ທ່ຽວ​ຢູ່​ເຂດ​ທີ່​ມີ​ຄົນ​ໜາ​ແໜ້ນໂດຍ​ບໍ່​ໃສ່​ຜ້າ​ປິດ​ປາກ ເຊິ່ງ​ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ຕິດ​ເຊື້ອ​ພະ​ຍາດ​ຢູ່​ຍີ່​ປຸ່ນ​ກຳ​ລັງ​ດີ​ຂຶ້ນ​ຍ້ອນ​​ໄດ້​ໃຊ້​ມາດ​ຕະ​ການ “​ປິດ​ປະ​ເທດ”​ນັ້ນ ມີ​ການ​ແຜ່​ລະ​ບາດ​ຮ້າຍ​ແຮງ​ຂຶ້ນ​ອີກ ແລະ​ມີ​ຈຳ​ນວນ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ເພີ່ມ​ໃໝ່​ຕໍ່​ມື້ຫຼາຍກວ່າ 8.000 ກໍ​ລະ​ນີ. ສະ​ນັ້ນ, ​ໃນ​ວັນ​ທີ 9 ມັງ​ກອນ​ນີ້, ທ່ານ​ໂຢ​ຊິ​ມາ​ຊາ ຮາ​ຢາ​ຊິ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຍີ່​ປຸ່ນ​ຈຶ່ງ​ໄດ້​ໂທ​ຫາທ່ານ​ອັນ​ໂຕ​ນີ ບ​ຣິນ​ເກ​ນ, ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ ເພື່ອ​ສະ​ແດງກ​ານ​ປະ​ທ້ວງ.

​ຂໍ້ມູນ​ຄວາມ​ຈິງ​ໄດ້​ພິ​ສູ​ດ​ໃຫ້​ເຫັນ​ແລ້ວ​ວ່າ: ອາ​ເມ​ຣິ​ກາ​​ບໍ່​ສາ​ມາດ​ປະ​ຕິ​ເສດຄວາມ​ຮັບ​ຜິດ​ຊອບ​ທີ່ເຮັດ​ໃຫ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ທົ່ວ​ໂລກ​ຮ້າຍ​ແຮງ​ຂຶ້ນ. ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ທີ່​ປະ​ໝາດ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​​ຂອງປະ​ຊາ​ຊົນ​ປະ​ເທດ​ຕົນ ແລະ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​​​ຂອງທົ່ວ​ໂລກ​ນັ້ນ ຈະ​​ຕ້ອງ​ຖືກ​ປະ​ຊາ​ຄົມ​ໂລກ​​ດູ​ຖຸກ​ຢຽບ​ຫຍາມ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0