何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຄັດ​ລັບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ສາ​ມາດ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​​ໃນ​ຮ້ອຍ​ປີ​ຜ່ານ​ມາ

2022-01-21 17:28:28 CRI

ເຄັດ​ລັບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ສາ​ມາດ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​​ໃນ​ຮ້ອຍ​ປີ​ຜ່ານ​ມາ_fororder_1128275459_16425143456411n.JPG

ນັບແຕ່​ວັນ​ທີ 18 ຫາ ວັນ​ທີ 20 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ​ຄະ​ນະ​​ກຳ​ມະ​ການກວດ​ກາ​ວິ​ໄນ​ສູນ​ກາງ​ພັກກ​ອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ, ໂດຍ​ໄດ້​ວາງ​ແຜນ​ຍຸດ​ທະ​ສາດ​ເພື່ອ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ລົດ​ລະ.

ປະ​ຫວັ​ດ​ສາດ​ຮ້ອຍ​ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ແມ່ນ​ຂະ​ບວນ​ການ​ອັນ​ຍິ່ງ​ໃຫຍ່​ທີ່​ປະ​ຕິ​ວັດ​ຕົນ​ເອງ​ຢ່າງ​ກ້າ​ຫານ. ກໍ​ແມ່ນ​ຍ້ອນ​ມີ​ຄວາມ​ເດັດ​ດ່ຽວ​ໜຽວ​ແໜ້ນ​ທີ່​ຍຶດ​ໝັ້ນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ພັກ​ກອມ​ມູ​ນິດ​ຈີນ​ຈຶ່ງ​ສາ​ມາດ​ປາ​ສະ​ຈາກ​ການ​ເສຍ​ທາດ​ຂາດ​ຄຸນ, ແລະ​ໄດ້​ຮັບ​ສັດ​ທາ​ຈາກ​ປະ​ຊາ​ຊົນ​​ຈຳ​ນວນ​ມະ​ຫາ​ສານ​ມາ​ໂດຍ​ຕະຫຼອດ.

ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ຄະ​ນະ​ກຳ​ມະ​ການກວດ​ກາ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິງໄດ້​ສະ​ຫຼຸບ​ເຄັດ​ລັບ​​ຂອງພັກ​ກອມ​ມູ​ນິດ​ຈີນ​ທີ່​ສາ​ມາດ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​​ໃນ​ຮ້ອຍ​ປີ​ຜ່ານ​ມາ, ຄື: ໃນ 100 ປີ​ຜ່ານ​ມາ, ຢູ່​ນອກ​ພັກ​ແມ່ນ​ອາ​ໄສ​ການ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ຮັບ​ເອົາ​ການ​ຕິດ​ຕາມກວດ​ກາ​ຂອງ​ປະ​ຊາ​ຊົນ, ຢູ່​ພາຍ​ໃນ​ພັກ​ໄດ້​ອາ​ໄສ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ແລະ ຊຸກ​ຍູ້​ການ​ປະ​ຕິ​ວັດ​ຕົນ​ເອງ, ຍຶດ​ໝັ້ນ​ສັດ​ຈະ​ທຳ ແລະ ດັດ​ແກ້​ຄວາມ​ຜິດ​ພາດ​ຢ່າງ​ກ້າ​ຫານ, ປະ​ຕິ​ວັດ​ຕົນ​ເອງ​ຢ່າງ​ກ້າ​ຫານ, ຈຶ່ງ​ຮັບ​ປະ​ກັນໄດ້​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ພັກ​ກອມ​ມູ​ນິດ​ຈີນຢ່າງ​ຕໍ່​ເນື່ອງ ແລະ ພັດ​ທະ​ນາ​ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

    ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ເນັ້ນ​ໜັກວ່າ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ​ແມ່ນ​ພຶດ​ຕິ​ກຳ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ຕົນ​ເອງ​ໃນ​ຍຸກ​ໃໝ່. ຕ້ອງ​ຍຶດ​ໝັ້ນ​ຖື​​ເອົາການ​ກໍ່​ສ້າງ​ພັກ​ທາງ​ດ້ານ​ການ​ເມືອງ​ເປັນ​ສິ່ງ​ນຳ​ພາ, ຍຶດ​ໝັ້ນ​ທິດ​ທາງ​ພື້ນ​ຖານ​ທາງ​ການ​ເມືອງ​ໃນ​ການ​ປະ​ຕິ​ວັດ​ຕົນ​ເອງ; ຕ້ອງ​ຍຶດ​ໝັ້ນ​ຖື​ເອົາ​ກາ​ນ​ກໍ່​ສ້າງ​ພັກ​ດ້ານ​ແນວ​ຄິດ​ເປັນ​ການ​ກໍ່​ສ້າງ​ພັກ​ຂັ້ນ​ພື້ນ​ຖານ, ຝຶກ​ຝົນ​ຫຼໍ່ຫຼອມ​ອາ​ວຸດ​ດ້ານ​ແນວ​ຄິດ​ທີ່​ແຫຼມ​ຄົມ​ໃນ​ການ​ປະ​ຕິ​ວັດ​ຕົນ​ເອງ; ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ເຫຼັກ 8 ຂໍ້​ຂອງ​ສູນ​ກາງ​ພັກ​ຢ່າງ​ເດັດ​ດ່ຽວ, ປັບ​ປຸງ​ແບບ​ແຜນ​ດ້ວຍ​ລະ​ບຽບ​ວິ​ໄນ​ຢ່າງ​ເຂັ້ມ​ງວດ, ເປີດ​ຊ່ອງ​ທາງ​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ປະ​ຕິ​ວັດ​ຕົນ​ເອງ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ; ຕ້ອງ​ຍຶດ​ໝັ້ນ​ການ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຢ່າງ​ເຂັ້ມ​ແຂງ ແລະ​ຮີບ​ດ່ວນ​ປານ​ສາຍ​ຟ້າ​ແມບ, ດຳ​ເນີນ​ບັ້ນ​ບຸກ​ທະ​ລຸ ແລະ ບັ້ນ​ໄລ​ຍະ​ຍາວ​ໃນ​ການ​ປ​ະ​ຕິ​ວັດ​ຕົນ​ເອງ​ໃຫ້​ດີ; ຕ້ອງ​ຍຶດ​ໝັ້ນ​ເພີ່ມ​ທະ​ວີ​ບົດ​ບາດ​ທາງ​ການ​ເມືອງ ​ຄວາມ​ສາ​ມາດ​ດ້ານ​ການ​ຈັດ​ຕັ້ງ ແລະ ແຮງ​ຈູງ​ໃຈ​ຂອງ​ອົງ​ການ​ພັກ, ບຳ​ລຸງ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ທີ່​ກ້າ​ຕໍ່​ສູ້ ກ້າ​ປະ​ຕິ​ວັດ​ຕົນ​ເອງ; ຕ້ອງ​ຍຶດ​ໝັ້ນ​ການ​ສ້າງ​ລະ​ບົບ​ລະ​ບຽບ​ການ​ທີ່​ລ້າງ​ສ່ວຍ​ຕົນ​ເອງ ບູ​ລະ​ນະ​ຕົນ​ເອງ ປະ​ຕິ​ຮູບ​ຕົນ​ເອງ ແລະ ຍົກ​ລະ​ດັບ​ຕົນ​ເອງ, ເພື່ອ​ເປັນ​ການ​ຮັບ​ປະ​ກັນ​ດ້ານ​ລະ​ບຽບ​ການ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ປະ​ຕິ​ວັດ​ຕົນ​ເອງ​ທີ່​ຍິ່ງ​ໃຫຍ່.

 

ຄຳ​ເຫັນ

0