蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນແລະຟີລິບປິນເຊັນສັນຍາໂຄງການລະຫວ່າງລັດຖະບານສອງປະເທດທີ່ມີມູນຄ່າສູງສຸດ

2022-01-23 16:24:59 CRI
ກະຊວງຄົມມະນາຄົມຟີລິບປິນໄດ້ອອກຖະແຫຼງການໃນວັນທີ 18 ມັງກອນນີ້ວ່າ: ມື້ວານນີ້, ທ່ານອາເຊີ ຕູກາເດ ລັດຖະມົນຕີກະຊວງຄົມມະນາຄົມຟິລິບປິນ ແລະ ບໍລິສັດຮ່ວມທຶນທີ່ ສ້າງຕັ້ງຂຶ້ນໂດຍ 3 ບໍລິສັດທາງລົດໄຟຈີນ ໄດ້ເຊັນສັນຍາທີ່ມີຍອດມູນຄ່າການລົງທຶນ ປະມານ 2,8 ຕື້ໂດລາສະຫະລັດ ເຊິ່ງແມ່ນສັນຍາທາງລົດໄຟລາຍການດຽວທີ່ມີມູນຄ່າ ສູງສຸດໃນປະຫວັດສາດຟີລິບປິນ.

ວັນທີ 18 ມັງກອນນີ້, ທ່ານຮວງຊີລຽນ ເອກອັກຄະລັດຖະທູດຈີນປະຈຳຟີລິບປິນ ໄດ້ຂຽນຂໍ້ຄວາມລົງສື່ສັງຄົມອອນລາຍໂດຍກ່າວວ່າ: ສັນຍາສະບັບນີ້ເປັນຂີດຫມາຍ ທີ່ສຳຄັນຂອງການຮ່ວມື ແລະ ໄມຕີຈິດມິດຕະພາບລະຫວ່າງຈີນ-ຟີລິບປິນອີກຄັ້ງຫນຶ່ງ”. ທາງລົດໄຟທີ່ມີມູນຄ່າ 2,8 ຕື້ໂດລາສະຫະລັດໃນສັນຍາສະບັບນີ້, ເປັນຫນຶ່ງໃນໂຄງການ ທີ່ສຳຄັນກວ່າຫມູ່ໃນແຜນການດຳເນີນການກໍ່ສ້າງເປັນການໃຫຍ່ຂອງທ່ານປະທານາທິ ບໍດີ ໂຣດຣີໂກ ດູເຕີເຕ ແລະ ກໍແມ່ນໂຄງການລະຫວ່າງສອງລັດຖະບານ (G-to-G) ທີ່ມີມູນຄ່າສູງສຸດລະຫວ່າງຈີນແລະຟີລິບປິນ.

ຄຳ​ເຫັນ

0