黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

RCEP ຈະ​ມີ​ຜົນສັກ​ສິດ​ຢ່າງ​ເປັນ​ທາງ​ການ​ສຳ​ລັບ​ມາ​ເລ​ເຊຍ​ນັບ​ແຕ່​ວັນ​ທີ 18 ມີ​ນາເປັນ​ຕົ້ນ​ໄປ

2022-01-23 14:14:55 cri

RCEP ຈະ​ມີ​ຜົນສັກ​ສິດ​ຢ່າງ​ເປັນ​ທາງ​ການ​ສຳ​ລັບ​ມາ​ເລ​ເຊຍ​ນັບ​ແຕ່​ວັນ​ທີ 18 ມີ​ນາເປັນ​ຕົ້ນ​ໄປ_fororder_src=http___oneroadarticle.oss-cn-shenzhen.aliyuncs.com_uploadfile_allimg_20201119_10b2e4d8d137bae670aa05fb7102ac8b.png&refer=http___oneroadarticle.oss-cn-shenzhen.aliyuncs

ວັນ​ທີ 21 ມັງ​ກອນ​ນີ້, ກະ​ຊວງ​​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ສາ​ກົນມາ​ເລ​ເຊຍ​​ໄດ້ປະ​ກາດ​ວ່າ: ມາ​ເລ​ເຊຍໄດ້ຍື່ນໜັງສືຮັບຮອງສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມືເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ໃຫ້ກອງເລຂາອາຊຽນຢ່າງເປັນທາງການແລ້ວ​ໃນ​ວັນ​ທີ 17 ມັງ​ກອນ​ນີ້.

​ໃນ RCEP ໄດ້​ລະ​ບຸ​ໄວ້​ວ່າ:  RCEP ຈະ​ມີ​ຜົນສັກ​ສິດ​ຫຼັງຈາກໄດ້​ຍື່ນ​ໜັງ​ສື​ຮັບ​ຮອງ 60 ວັນ. ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ມາ​ເລ​ເຊຍ​ກ່າວ​ວ່າ: RCEP ຈະ​ມີ​​ຜົນ​ສັກ​ສິດ​ສຳ​ລັບ​ປະ​ເທດ​ມາ​ເລ​ເຊຍ​ເລີ່ມແຕ່​ວັນ​ທີ 18 ມີ​ນາໜ້າ​ນີ້​ເປັນ​ຕົ້ນ​ໄປ, ​ເຊິ່ງ​ຈະເປັນ​ການ​ເພີ່ມ​ພ​ະ​ລັງ​​ຊຸກ​ດັນ​ທີ່ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາເສ​ດ​ຖະ​ກິດ​ຂອງ​ມາ​ເລ​ເຊຍ​, ແລະ​ກໍ​ເປັນ​ການ​ເສີມ​ສ້າງ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ເຊັ່ນ​ກັນ.

ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ສາ​ກົນມາ​ເລ​ເຊຍ​ຄາດ​ວ່າ: ມາ​ເລ​ເຊຍ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍ​ທີ່​ສຸດ​ໃນ​ດ້ານ​ການ​ສົ່ງ​ອອກ​ສິນ​ຄ້າ​ຈາກ RCEP ​ໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ນອກ​​ນັ້ນ, ຜູ້​ໃຫ້​ບໍ​ລິ​ການຕ່າງໆ​ລວມ​ທັງ​​ຜູ້​ໃຫ້​ບໍ​ລິ​ການ​ດ້ານການ​ຄ້າ​ເອ​ເລັກ​ໂຕຼນິກກໍ​​ຈະສາ​ມາດ​​ຂະ​ຫຍາຍ​ຕະ​ຫຼາດ​ໃຫ້ກວ້າງ​ຂວາງກວ່າ​ເກົ່າ.

ຄຳ​ເຫັນ

0