ກ່ຽວກັບການເຮັດວຽກຂັ້ນຮາກຖານໃຫ້ດີແນວໃດ?ທ່ານສີຈິ້ນຜິງເຄີຍກ່າວວ່າ: “ການເຮັດວຽກພື້ນຖານຂອງຂັ້ນຮາກຖານໃຫ້ດີແມ່ນມີຄວາມສຳຄັນຫຼາຍ, ຂໍແຕ່ການຈັດຕັ້ງພັກແຕ່ລະແຫ່ງແລະສະມາຊິກພັກກອມມູນິດແຕ່ລະຄົນຕ່າງກໍມີສະຕິຈຸດປະສົງ ແລະສະຕິຄວາມຮັບຜິດຊອບຢ່າງແຮງກ້າ, ກໍລ້ວນແຕ່ຈະສາມາດເສີມຂະຫຍາຍບົດບາດເປັນປ້ອມສູ້ຮົບ, ເປັນແບບຢ່າງນຳໜ້າໄດ້, ພັກຂອງພວກເຮົາກໍຈະມີກຳລັງແຮງຫຼາຍ,ປະເທດຊາດຂອງພວກເຮົາກໍຈະມີກຳລັງແຮງຫຼາຍ, ປະຊາຊົນຂອງພວກເຮົາກໍຈະມີກຳລັງແຮງຫຼາຍ, ພື້ນຖານກຳອຳນາດຂອງພັກກໍຈະມີຄວາມໝັ້ນແກ່ນປານຫີນຜາ.”
ຈາກການເປັນການນຳຂັ້ນທ້ອງຖິ່ນຈົນຮອດການເປັນຜູ້ນຳສູງສຸດຂອງປະເທດຈີນ, ຮູບແບບການເຮັດວຽກຂອງທ່ານສີຈິ້ນຜິງໂດຍການລົງຢ້ຽມຢາມຂັ້ນຮາກຖານເພື່ອສຳຫຼວດສະພາບຕົວຈິງຂອງປະຊາຊົນນັ້ນບໍ່ເຄີຍປ່ຽນແປງຕະຫຼອດມາ, ທັດສະນະ, ແນວຄວາມຄິດ, ມາດຕະການຕ່າງໆທີ່ມີລັກສະນະຍຸດທະສາດແລະວິໄສທັດອັນກວ້າງໄກເຊິ່ງທ່ານສີຈິ້ນຜິງສະເໜີອອກມານັ້ນເປັນຜົນໄດ້ຮັບມາຈາກການລົງເລິກສຳຫຼວດຄົ້ນຄວ້າ ແລະສາມາດຜ່ານຜ່າການທົດສອບຈາກພຶດຕິກຳຕົວຈິງໄດ້. ຕໍ່ໄປ ພວກເຮົາຈະພາທ່ານໄປຮັບຮູ້ວ່າ ທ້ອງຖິ່ນຕ່າງໆທີ່ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານໃນຫຼາຍປີຜ່ານມານັ້ນ ໃນທຸກມື້ນີ້ໄດ້ມີການພັດທະນາໄປຄືແນວໃດແລ້ວ? ຊີວິດການເປັນຢູ່ຂອງປະຊາຊົນທີ່ທ່ານເຄີຍໄປຢ້ຽມຢາມນັ້ນເປັນແນວໃດແດ່?
ກ່ອນອື່ນ, ພວກເຮົາຈະພາທ່ານໄປຮູ້ຈັກກັບບ້ານຖາຢວນຈ່ວງເມືອງເຈີ້ງຕິ້ງແຂວງເຫີເປີຍ.
ຕອນຮຸ່ງເຊົ້າຂອງແຕ່ລະມື້, ຢູ່ຖະໜົນສາຍຫຼັກໃນບ້ານຖາຢວນຈ່ວງເມືອງເຈີ້ງຕິ້ງແຂວງເຫີເປີຍກໍຈະໄດ້ເຫັນພາບການອອກແຮງງານຢ່າງຟົດຟື້ນແລ້ວ, ສະມາຊິກພັກແລະພະນັກງານພາຍໃນບ້ານໄດ້ນຳພາຊາວບ້ານທັງຫຼາຍອະນາໄມຖະໜົນຮ່ວມກັນ.
ທ່ານຢີນຈີ້ຜິງ ເລຂາໜ່ວຍພັກບ້ານໄດ້ບອກນັກຂ່າວວ່າ: ເດືອນກໍລະກົດປີ2013, ທ່ານເລຂາທິການໃຫຍ່ສີຈິ້ນຜິງແມ່ນລົງລົດຢູ່ທີ່ນີ້. ເມື່ອເບິ່ງຕຶກອາຄານທີ່ສ້າງໃໝ່ຕ່າງໆກໍຮູ້ໂລດວ່າ ຊາວບ້ານສ່ວນໃຫຍ່ໄດ້ຍ້າຍເຂົ້າໄປຢູ່ເຮືອນໃໝ່ແລ້ວ, ທ່ານເລຂາທິການໃຫຍ່ສີຈິ້ນຜິງດີໃຈຫຼາຍ,ເຖິງຂັ້ນຍ້ອງຍໍຢ່າງບໍ່ຂາດສົບຂາດປາກວ່າ: “ບໍ່ນຶກເລີຍວ່າຈະມີການປ່ຽນແປງໄວປານນີ້ ແລະປ່ຽນແປງຫຼາຍປານນີ້”.
ນັບແຕ່ປີ1982 ຫາ 1985, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນຮອງເລຂາ ແລະເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຫີເປີຍຕາມລຳດັບ, ທ່ານໄດ້ຂີ່ລົດຖີບລົງໄປສຳຫຼວດຄົ້ນຄວ້າຢູ່ຊົນນະບົດເລື້ອຍໆ, ໃນນັ້ນ, ທ່ານກໍເຄີຍໄປເຖິງບ້ານຖາຢວນຈ່ວງ.
ວັນທີ 12 ມັງກອນປີ2008, ທ່ານສີຈິ້ນຜິງຫາກໍ່ຂຶ້ນດຳລົງຕຳແໜ່ງເປັນກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ແລະຄະນະເລຂາທິການສູນກາງພັກກອມມູນິດຈີນໄດ້ບໍ່ດົນ, ທ່ານກໍໄດ້ອອກຈາກນະຄອນຫຼວງປັກກິ່ງເດີນທາງໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນເປັນເທື່ອທຳອິດ ເຊິ່ງເທື່ອນັ້ນທ່ານໄດ້ໄປເຖິງບ້ານຖາຢວນຈ່ວງ.
ວັນທີ 11 ກໍລະກົດປີ2013, ທ່ານສີຈິ້ນຜິງໄດ້ຢ້ຽມຢາມປະຊາຊົນບ້ານຖາຢວນຈ່ວງ
ວັນທີ 11 ກໍລະກົດປີ2013, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານຖາຢວນຈ່ວງອີກຄັ້ງໜຶ່ງ. ທ່ານກ່າວວ່າ: “ສະຖານທີ່ແຫ່ງນີ້ຂ້າພະເຈົ້າມີຄວາມຄຸ້ນເຄີຍຫຼາຍ, ໃນເມື່ອກ່ອນກໍເຄີຍໄດ້ຂີ່ລົດຖີບມາສຳຫຼວດຄົ້ນຄວ້າຢູ່ໃນບ້ານນີ້. ສຳລັບການມາມື້ນີ້ກໍເພື່ອຮັບຟັງຄວາມຄິດເຫັນຂອງພວກທ່ານ, ເພື່ອມາຢາມພີ່ນ້ອງປະຊາຊົນ, ໃກ້ຊິດຕິດແທດກັບພີ່ນ້ອງປະຊາຊົນ ແລະຮັບຮູ້ສະພາບຕົວຈິງໃນຊົນນະບົດ.” ຄຳເວົ້າເປີດການໂອ້ລົມແບບນີ້ໄດ້ເຮັດໃຫ້ຄົນທັງຫຼາຍຢູ່ອ້ອມຂ້າງຮູ້ສຶກອົບອຸ່ນໃຈຫຼາຍ.
ວັນທີ 11 ກໍລະກົດປີ2013, ທ່ານສີຈິ້ນຜິງໄດ້ໂອ້ລົມກັບປະຊາຊົນຢູ່ຮ້ານຊັບເປີມະເກັດຂອງບ້ານຖາຢວນຈ່ວງ
ຈາກການແກ້ໄຂບັນຫາກິ່ນອີ່ມນຸ່ງອຸ່ນ, ເອົາຊະນະຄວາມທຸກຍາກ ຈົນຮອດການບັນລຸຄວາມໃຝ່ຝັນທີ່ສ້າງສັງຄົມອີ່ມໜຳສຳລານ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ, ບ້ານຖາຢວນຈ່ວງໄດ້ກາຍເປັນພາບຫຍໍ້ທີ່ສ່ອງແສງໃຫ້ເຫັນເຖິງການປະຕິຮູບແລະການພັດທະນາຊົນນະບົດຈີນ.
ທ່ານຢິນຈີ້ຜິງ ເລຂາໜ່ວຍພັກບ້ານຖາຢວນຈ່ວງໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: “ເມື່ອເບິ່ງຄືນຫຼັງແລ້ວເຫັນວ່າ ການພັດທະນາທຸກບາດກ້າວຂອງບ້ານພວກເຮົາແມ່ນຕັດແຍກອອກຈາກການຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງບໍ່ໄດ້.”
ຕອນທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນເລຂາຄະນະພັກເມືອງເຈີ້ງຕິ້ງໃນເມື່ອກ່ອນ, ທ່ານໄດ້ແນໃສ່ຈຸດພິເສດທີ່ຕັ້ງຂອງເມືອງເຈີ້ງຕິ້ງທີ່ໄດ້ຕິດແປະກັບ ນະຄອນສືເຈ່ຍຈ່ວງ ເທດສະບານແຂວງເຫີເປີຍ, ຜ່ານຈາກການລົງເລິກສຳຫຼວດຄົ້ນຄວ້າແລ້ວ, ທ່ານສີຈິ້ນຜິງໄດ້ສະເໜີທິດທາງການພັດທະນາເສດຖະກິດແບບ “ເຄິ່ງຊານເມືອງ” ພ້ອມທັງໄດ້ສະຫຼຸບບົດຮຽນການພັດທະນາທີ່ເລັງໃສ່ຕົວເມືອງຈາກພຶດຕິກຳຕົວຈິງຄື: ເລັງໃສ່ພັດທະນາສິ່ງທີ່ຕົວເມືອງນິຍົມ, ສະໜອງຕາມຄວາມຕ້ອງການຂອງຕົວເມືອງ, ນຳໃຊ້ທ່າແຮງຂອງຕົວເມືອງ, ແກ້ໄຂຈຸດອ່ອນຂອງຕົວເມືອງ ແລະປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງຕົວເມືອງ.
ບ້ານຖາຢວນຈ່ວງໄດ້ກ້າວເດີນໄປຕາມເສັ້ນທາງທີ່ທ່ານສີຈິ້ນຜິງຊີ້ນຳ, ພາຍໃນເວລາບໍ່ດົນກໍສາມາດພັດທະນາໃຫ້ພົ້ນເດັ່ນຂຶ້ນໃນບັນດາບ້ານທີ່ຢູ່ທ້ອງຖິ່ນຕົນ.
ທ່ານຈ້າວກຸ້ຍລິນ ອະດີດເລຂາໜ່ວຍພັກບ້ານຖາຢວນຈ່ວງຍັງຈື່ບໍ່ລືມສະພາບທີ່ທ່ານສີຈິ້ນຜິງລົງໄປສຳຫຼວດຄົ້ນຄວ້າຢູ່ບ້ານຂອງຕົນໃນເວລານັ້ນ,ທ່ານເລົ່າຄືນວ່າ: “ທ່ານສີຈິ້ນຜິງບໍ່ໄດ້ແຈ້ງລ່ວງໜ້າກັບພວກເຮົາໂດຍໄດ້ລົງໄປທົ່ງໄຮ່ທົ່ງນາໂດຍກົງເລີຍ,ທ່ານໄປໂອ້ລົມກັບພີ່ນ້ອງປະຊາຊົນແບບເປັນກັນເອງ, ສົ່ງເສີມໃຫ້ພີ່ນ້ອງປະຊາຊົນພັດທະນາຂະແໜງອຸດສາຫະກຳ, ພັດທະນາການປຸງແຕ່ງຜະລິດຕະພັນ ກະສິກຳສຳຮອງຢ່າງລະອຽດໃຫ້ມີປະສິດທິຜົນ.”
ທ່ານຈ້າວກຸ້ນລິນເລົ່າສູ່ຟັງຕໍ່ວ່າ: “ບ້ານເຮົາໂຊກດີທີ່ສຸດ, ໃນເວລານັ້ນ, ບໍ່ວ່າຈະເປັນການສຳຫຼວດສະພາບຕົວຈິງກ່ອນທີ່ຈະວາງນະໂຍບາຍ,ຫຼືການເບິ່ງຜົນການຈັດຕັ້ງປະຕິບັດຕົວຈິງພາຍຫຼັງທີ່ໄດ້ວາງນະໂຍບາຍ, ທ່ານສີຈິ້ນຜິງລ້ວນແຕ່ໄດ້ດຳເນີນການສຳຫຼວດຄົ້ນຄວ້າ, ເຊິ່ງໃນນັ້ນ ບ້ານຖາຢວນຈ່ວງກໍເປັນຈຸດສຸມແຫ່ງໜຶ່ງ.” “ໄລຍະເວລາຫຼາຍປີຜ່ານມາ, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ແລະຫ່ວງໃຍເຖິງພວກເຮົາມາໂດຍຕະຫຼອດ, ຫຼັງຈາກໄປເຮັດວຽກຢູ່ຂັ້ນສູນກາງແລ້ວ, ທ່ານຍັງກັບຄືນມາຢາມພວກເຮົາອີກ, ຄວາມຮັກແພງແບບນີ້, ພີ່ນ້ອງຊາວບ້ານຖາຢວນຈ່ວງໄດ້ຈື່ຈຳໄວ້ຢູ່ໃນໃຈຢ່າງເລິກເຊິ່ງ.”
ຢູ່ເທິງປ້າຍວາງສະແດງໃນລະບຽງຂອງເດີ່ນສຳນັກງານຄະນະກຳມະການຊາວບ້ານຖາຢວນຈ່ວງໄດ້ບັນທຶກຢ່າງລະອຽດວ່າ: ການກຳເນີດແລະພຶດຕິກຳຕົວຈິງຂອງແນວຄິດພັດທະນາ “ຊົນນະບົດ,ກະສິກຳແລະຊາວກະສິກອນ” ຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງຕອນທີ່ທ່ານເຮັດວຽກຢູ່ເມືອງເຈີ້ງຕິ້ງຄື: “ກົດເກນຄວາມດຸນດ່ຽງດ້ານນິເວດແມ່ນມີສ່ວນພວພັນສຳຄັນທີ່ສຸດຕໍ່ການສ້າງເສດຖະກິດ ແລະການພັດທະນາກະສິກຳ”, “ສ້າງຊົນນະບົດຍຸກປັດຈຸບັນທີ່ມີຊີວິດຢ່າງມີວິດທະຍາສາດ”, “ການພັດທະນາວຽກງານຊົນນະບົດໃຫ້ດີແມ່ນຕ້ອງອາໄສຜູູ້ນຳພາທີ່ດີ, ຕ້ອງອາໄສການຈັດຕັ້ງພັກຂັ້ນຮາກຖານທີ່ດີ.” ແລະອື່ນໆ.
ທ່ານຢິນຈີ້ຜິງ ເລຂາໜ່ວຍພັກບ້ານຖາຢວນຈ່ວງເລົ່າສູ່ຟັງວ່າ: “ທ່ານເລຂາທິການໃຫຍ່ໄດ້ສຳຫຼວດສະພາບຕົວຈິງຂອງເມືອງເຈີ້ງຕິ້ງໃຫ້ລະອຽດເຖິງຖອງແລ້ວ, ວຽກທຸກຢ່າງຂອງຊົນນະບົດທ່ານກໍໄດ້ຄົ້ນຄວ້າພິຈາລະນາໃຫ້ຈະແຈ້ງໝົດແລ້ວ, ແລະທ່ານມີວິໄສທັດທີ່ສຸດ. ຄວາມຄາດຄິດຕ່າງໆທີ່ທ່ານສະເໜີອອກມາໃນເວລານັ້ນລ້ວນແຕ່ໄດ້ບັນລຸຜົນເປັນຈິງແລ້ວ, ຂໍ້ຮຽກຮ້ອງທີ່ທ່ານສະເໜີຈົນມາເຖິງປັດຈຸບັນນີ້ກໍຍັງໃຊ້ເປັນປະໂຫຍດຫຼາຍ!” “ທຸກມື້ນີ້, ຜະລິດຕະພັນຂອງພວກເຮົາບໍ່ພຽງແຕ່ສະໜອງໃຫ້ນະຄອນສືເຈ່ຍຈ່ວງ ເທດສະບານແຂວງເຫີເປີຍເທົ່ານັ້ນ, ຍັງສົ່ງໄປຂາຍໃຫ້ນະຄອນຫຼວງປັກກິ່ງ, ເຊິ່ງໄດ້ເຊື່ອມໂຍງເຂົ້າໃນການພັດທະນາແບບປະສົມປະສານກັນລະຫວ່າງນະຄອນຫຼວງປັກກິ່ງ-ທຽນສິນ-ເຫີເປີຍ, ຍິ່ງໄປກວ່ານັ້ນຍັງໄດ້ເລັງໃສ່ຕະຫຼາດທົ່ວປະເທດອີກດ້ວຍ.”
ຢູ່ຫໍວາງສະແດງປະຫວັດສາດບ້ານຖາຢວນຈ່ວງ, ນັກຂ່າວກຳລັງຮັບຟັງພະນັກງານບັນຍາຍປະຫວັດການພັດທະນາຂອງຍ້ານຖາຢວນຈ່ວງ
ນອກຈາກນັ້ນແລ້ວ, ບ້ານຖາຢວນຈ່ວງໃນທຸກມື້ນີ້ຍັງໄດ້ກາຍເປັນບ້ານອີ່ມໜຳສຳລານທີ່ມີຊື່ສຽງອີກ, ຜູ້ຄົນຈຳນວນຫຼວງຫຼາຍໄດ້ລັ່ງໄຫຼເຂົ້າໄປທັດສະນະສຶກສາແລະຢ້ຽມຢາມບ້ານຖາຢວນຈ່ວງຢ່າງບໍ່ຂາດສາຍ, ໃນນີ້ສ່ວນໃຫຍ່ເປັນພະນັກງານໜຸ່ມແລະຊາວໜຸ່ມນັກສຶກສາ, ເຂົາເຈົ້າໄດ້ຮຽນຮູ້ກັບບ່ອນກ່ຽວກັບວິທີການເຮັດວຽກຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງໃນການລົງໄປສຳຫຼວດຄົ້ນຄວ້າຢູ່ຂັ້ນຮາກຖານ, ໄດ້ຕິດຕາມເສັ້ນທາງເຄື່ອນໄຫວຂອງທ່ານສີຈິ້ນຜິງຕອນເພິ່ນຍັງເປັນໄຫວໜຸ່ມ ເພື່ອຄົ້ນຄິດເສັ້ນທາງຊີວິດແຫ່ງການສູ້ຊົນໃນຍຸກໃໝ່.
ຄຳເຫັນ
0