陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບ່ອນຂຸດເຈາະນ້ຳມັນຫຼາຍແຫ່ງຢູ່ແຂວງມັກເວປະເທດມຽນມາຖືກກຸ່ມປະກອບອາວຸດຈູດ

2022-01-24 11:10:22 cri

ບ່ອນຂຸດເຈາະນ້ຳມັນຫຼາຍແຫ່ງຢູ່ແຂວງມັກເວປະເທດມຽນມາຖືກກຸ່ມປະກອບອາວຸດຈູດ_fororder_微信图片_缅甸油田

 

 ປະມານເວລາ 10 ໂມງເຊົ້າຂອງວັນທີ 23 ມັງກອນນີ້ ຕາມເວລາ ປະເທດມຽນມາ, ບ່ອນຂຸດເຈາະນ້ຳມັນຫຼາຍແຫ່ງຢູ່ແຂວງມັກເວປະເທດມຽນມາ ໄດ້ຖືກກຸ່ມປະກອບອາວຸດທີ່ບໍ່ຊາບຝ່າຍຈູດເຜົາ.ຕາມຄົນທ້ອງຖິ່ນກ່າວວ່າ,ມີບ່ອນຂຸດເຈາະນ້ຳມັນປະມານ 10 ແຫ່ງຢູ່ບໍ່ນ້ຳມັນ 4 ແຫ່ງໄດ້ຖືກຫຼອນ ໂຈມຕີ,ເຈົ້າຂອງບ່ອນຂຸດເຈາະນ້ຳມັນກ່າວວ່່າ,ເຄີຍໄດ້ຮັບຈົດໝາຍຂູ່ເອົາເງິນ ຈາກກຸ່ມປະກອບອາວຸດ.

 

ແຂວງມັກເວແມ່ນເຂດຜະລິດນ້ຳມັນເຊື້ອໄຟດັ້ງເດີມຢູ່ພາກກາງມຽນມາ,ມີບ່ອນຂຸດເຈາະນ້ຳມັນເອກະຊົນຂະໜາດນ້ອຍຈຳນວນຫຼາຍແມ່ນບໍ່ນ້ຳມັນຕຶ້ນ,ບ່ອນທີ່ຖືກຄົນຮ້າຍເອົາໄຟຈູດໃນຫຼາຍມື້ຜ່ານມາລ້ວນແຕ່ແມ່ນບ່ອນຂຸດເຈາະນ້ຳມັນເອກະຊົນຂະໜາດນ້ອຍຂອງຄົນທ້ອງຖິ່ນ.

 

ໃນໄລຍະມໍ່ໆມານີ້,ໂຄງລ່າງດ້ານພະລັງງານຈຳນວນບໍ່ໜ້ອຍຢູ່ມຽນມາ ໄດ້ກາຍເປັນເປົ້າໝາຍໂຈມຕີຕົ້ນຕໍຂອງກຸ່ມປະກອບອາວຸດທີ່ຕໍ່ຕ້ານຝ່າຍທະຫານ,ໃນນັ້ນລວມທັງທໍ່ສົ່ງນ້ຳມັນແລະອາຍແກັດ ປ້ຳນ້ຳມັນແລະລົດຂົນສົ່ງແກັດທຳມະຊາດ.

ຄຳ​ເຫັນ

0