蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕະຫຼອດ​ມາ

2022-01-25 16:19:34 CRI

ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕະຫຼອດ​ມາ_fororder_微信图片_20220125161754

ຫວ່າງ​ມໍ່ໆ​ມາ​ນີ້, ພາຍຫຼັງ​ເພງ “ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດຮ່ວມ​ກັນ” ເພງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ທີ່​ຂັບ​ຮ້ອງ​ໂດຍ​ທ້າວ​ຕ່າຍ ອາ​ກາດ ນັກ​ຮ້ອງ​ລາວ ໄດ້​ເຜີຍ​ແຜ່​ຢູ່​ຕາມ​ສື່​ສັງ​ຄົມ​ອອນ​ລາຍ​ແລ້ວ, ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຟັງເປັນ​ຈຳ​ນວນຫຼວງຫຼາຍ. ເພງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສົ່ງ​ເສີມ​ນ້ຳ​ໃຈ​ໂອ​ລິມ​ປິກ​ຂອງວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ລາວ ແລະ ​ສົ່ງ​ເສີມ​ກະ​ແສ​ແນວ​ຄິດ​ຕົ້ນ​ຕໍ​ແຫ່ງ “ຄວາມສາ​ມັກ​ຄີກັນ”. ຊາວ​ເນັດ​ຊາວ​ລາວຫຼາຍ​ຄົນ​ໄດ້​ກ່າວ​ສະ​ໜັບະ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ ກ່າວ​ວ່າ: ຖ້າ​ມີ​ໂອ​ກາດ, ກໍ​ຢາກ​​ໄປ​ຊົມ​ການ​ແຂ່ງ​ຂັນ​ຢູ່​ປະ​ເທດ​ຈີນ.

ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕະຫຼອດ​ມາ_fororder_微信图片_20220125161758

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ໃນ​ອາ​ທິດ​ນີ້, ນັກ​ກິ​ລາ ແລະ ​ຄະ​ນະ​ຮັບ​ຜິດ​ຊອບ​ນັກ​ກິ​ລາ​ຂອງ​ປະ​ເທດ​ຕ່າງໆ ຈະ​ທະ​ຍອຍ​ກັນ​ເດີນ​ທາງ​ມາ​ເຖິງ​ປະ​ເທດ​ຈີນ​ແລ້ວ. ໃນ​ບັນ​ຍາ​ກາດ​ດີໆ​ແບບ​ນີ້, ພັດ​ມີ​ນັກ​ການ​ເມືອງຈຳ​ນວນ​ໜຶ່ງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ຄຳ​ເວົ້າ​ທີ່ວ່າ: ຈີນ​ມີ​ບັນ​ຫາ “ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ” ອອກ​ມາ ແລະ ​ກ່າວ​ເຕືອນນັກ​ກິ​ລາວ່າ “ຢ່າ​ນຳ​ເອົາ​ມື​ຖື ແລະ ຄອມ​ພິວ​ເຕີ​ສ່ວນ​ຕົວ” ໄປ​ປະ​ເທດ​ຈີນ ເຫຼົ່າ​ນີ້​ເປັນ​ຕົ້ນ.

ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕະຫຼອດ​ມາ_fororder_微信图片_20220125161802

ການ​ກະ​ທຳ​ຂອງ​ນັກ​ການ​ເມືອງ​ປະ​ເທດ​ຕາ​ເວັນ​ຕົກ​ແບບ​ນີ້ ຖືກຫຼາຍ​ປະ​ເທດ​​ທີ່​ສຸດ​ໃນ​ໂລກ​ຄັດ​ຄ້ານ. ທ່ານ​ໂທ​ມາ​ສ ບັກ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກໍ​ກ່າວ​ເນັ້ນ​ວ່າ: “ຖ້າ​ຄົນ​ທັງຫຼາຍ​ລ້ວນ​ແຕ່​ເລີ່ມ “​ແບ່ງ​ພັກ​ແຍກ​ພວກ​ການ​ເມືອງ” ແລ້ວ, ພວກ​ເຮົາ​ຈະ​ບໍ່​ສາ​ມາດ​ເຕົ້າ​ໂຮມ 206 ປະ​ເທດ ແລະ ເຂດ​ແຄວ້ນ​ໃນ​ໂລກ​ໃຫ້​ມາ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ໄດ້​ຈັກ​ເທື່ອ.”

ໂດຍ​ປະ​ເຊີນ​ໜ້າ​ກັບ “ສຽງ​ລົບ​ກວນ” ​ຈາກ​ນັກ​ການ​ເມືອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ປະ​ເທດ​ຕ່າງໆ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກໍ​ໄດ້​ຕອບ​ໂຕ້​ຄືນ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕະຫຼອດ​ມາ_fororder_微信图片_20220125161815

ກຳ​ປູ​ເຈຍ​ໄດ້​ສົ່ງ​ນັກ​ກິ​ລາ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ທ່ານ​ວັດ ຈຳ​ເຣີນ ປະ​ທານຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ກ່າວ​ວ່າ: ກຳ​ປູ​ເຈຍ​ຮູ້​ສຶກ​ພາກ​ພູມ​ໃຈ ແລະ ຕື່ນ​ເຕັ້ນ​ດີ​ໃຈ ທີ່​ຖືກ​ຮັບ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ 2022. ທ່ານ​ເຊື່ອ​ໝັ້ນ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ສ່ວນ​ຟີ​ລິບ​ປິນ​ທີ່​ໄດ້​ມີ​ສິດ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ນັກ​ກິ​ລາ 6 ຫາ 7 ຄົນ​ມາ​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ ອາບ​ຣາ​​ຮາມ ໂຕ​ເລນ​ຕີ​ໂນ ຮອງ​ປະ​ທານ​ສະ​ພາ​​ແຫ່ງ​ຊາດຟີ​ລິບ​ປິນ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​​ວຽກ​ງານກະ​ກຽມ​​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທ່ານ​ກ່າວ​ວ່າ: “ຈີນ​ໄດ້​ກຽມ​ຄວາມ​ພ້ອມ​ທຸກ​ປະ​ການ​ແລ້ວ, ທີ່​ຈິງ​ແລ້ວ, ຈີນ​ຈະ​ເຮັດ​ແບບ​ນີ້​ຢ່າງ​ແນ່ນອນ.”

ສ່ວນ​ສິງ​ກະ​ໂປ ແລະ ລາວ ທີ່​ບໍ່​ມີ​ນັກ​ກິ​ລາ​ມາ​ເຂົ້​າ​ຮ່ວມ ກໍ​ໄດ້​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ດ້ວຍ​ຮູບ​​ການ​ອື່ນ.

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານຄະນະກໍາມະການກິລາໂອລິມປິກແຫ່ງຊາດລາວໄດ້​ໃຫ້​ສຳ​ພ​າດ​ຕໍ່​ນັກ​ຂ່າວ​ວ່າ: ປະ​ເທດ ຫຼື ພັກ​ການ​ເມືອງ​ໃດໆ ກໍ​​ບໍ່​ຄວນ​ຫັນ​ງານ​ກິ​ລາ​ໂອ​ລິມ​ປິກ​ເປັນ​ບັນ​ຫາ​ການ​ເມືອງ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ຍັງ​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ ແລະ ມວນ​ມະ​ນຸດ​ພວມ​ຜະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພວກ​ເຮົາ​ຄວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ງາມກວ່າ​ເກົ່າ, ເຮັດ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ປັກ​ກິ່ງ 2022ກາຍ​ເປັນ​ສື່​ກາງ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ​ການປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກຢ່າງ​ແທ້​ຈິງ.”

ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕະຫຼອດ​ມາ_fororder_微信图片_20220125161811

ຫວ່າງ​ມໍ່ໆ​ມາ​ນີ້, ໂຄ​ສົກ​ບໍ​ລິ​ສັດ​​ການ​ບິນ​ສິງ​ກະ​ໂປ​ກ່າວ​ຢືນ​ຢັນກັບ​ສື່ມວນ​ຊົນ​ວ່າ: ນັບ​ແຕ່​ວັນ​ທີ 21 ມັງ​ກອນ​ຫາ​ວັນ​ທີ 16 ມີ​ນາ​ປີ​ນີ້, ບໍ​ລິ​ສັດ​​ການ​ບິນ​ສິງ​ກະ​ໂປ​ຈະ​ໃຫ້​ບໍ​ລິ​ການ​ເຮືອ​ບິນ​ແບບ​ເໝົາ​ລຳ​ຈາກ​ສະ​ໜາມ​ບິນ​ຊາງກີ​ສິງ​ກະ​ໂປ​ໄປ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ທຸກ​ມື້ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້ແກ່​ນັກ​ກິ​ລາ​ແລະ​​ຄະ​ນະ​ນຳ​ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ອາ​ຊີ​ໃຕ້, ເຂດ​ຕາ​ເວັນ​ອອກ​ກາງ ແລະ ປະ​ເທດ​ທີ່​ຢູ່​​ເຟື້ອງ​ໂລກ​ໃຕ້ ທີ່​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕະຫຼອດ​ມາ_fororder_微信图片_20220125161808

ທີ່​ຈິງ​ແລ້ວ, ການ​ໃສ່​ຮ້າຍ​ປ້າຍ​ສີ​ຈີນວ່າ​ມີ “ບັນ​ຫາ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ” ເປັນ​ຕົ້ນ ເປັນ​ພຽງ​ການ​ເສກ​ສັນ​ປັ້ນ​ແຕ່ງ​ຂອງ​ນັກ​ການ​ເມືອງ​ຈຳ​ນວນ​ໜ້ອຍ​ໜຶ່ງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ, ​ສຽງ​ສ່ວນຫຼາຍ​ຂອງ​ປະ​ຊາ​ຊົນ​ໂລກ​ແມ່ນ​ໃຫ້ການ​ສະ​ໜັບ​ສະ​ໜູນ ແລະ ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ມາ​ໂດຍຕະຫຼອດ​. ຄື​​ກັບເພງ​ “ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ” ທີ່​​ມີ​ເນື້ອ​ໃນວ່າ: “ທຸກ​ໆ​ຄົນ​ຈັບ​ມື​ກັນ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຈະ​ມີ​ຄວາມ​ສາ​ມັກ​ຄີ ແລະ ໂດດ​ເດັ່ນ​ກວ່າ​ເກົ່າ. ນີ້​ຈິ່ງ​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມກັນ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕະຫຼອດ​ມາ_fororder_微信图片_20220125161805

ຄຳ​ເຫັນ

0