刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງຂອງປະ​ເທດ​ອາ​ຊີ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ໃຕ້​ຫວັງ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ຈັດ​ຂຶ້ນ​ຢ່າງ​​ສຳ​ເລັດ​ຜົນ​ຈົບ​ງາມ

2022-01-25 15:59:05 cri

ບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງຂອງປະ​ເທດ​ອາ​ຊີ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ໃຕ້​ຫວັງ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ຈັດ​ຂຶ້ນ​ຢ່າງ​​ສຳ​ເລັດ​ຜົນ​ຈົບ​ງາມ_fororder_微信图片_20220125110616

ວັນ​ທີ 24 ມັງ​ກອນ​ນີ້, ກອງ​ປະ​ຊຸມ​​ປຶກ​ສາ​ຫາ​ລື​ຮ່ວມ​ກັນ​ລະ​ຫວ່າງ​ຈີນ​ກັບພັກ​ການ​ເມືອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຂອງປະ​ເທດ​ອາ​ຊີ​ອາ​​ຕາ​ເວັນ​ອອກ​ສຽງ​ໃຕ້ແລະ​ອາ​ຊີ​ໃຕ້​ທີ່​​ຄະ​ນະ​ພົວ​ພັນ​​ຕ່າງ​ປະ​ເທດ​ສູນ​ກາມ​ພັກ​ກອງ​ມູ​ນິດ​ຈີນເປັນ​ເຈົ້າ​ພາບ ​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ. ບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງ ແລະ​ພັກ​ການ​ເມືອງ​ປະ​ເທດ​ອາ​ຊີ​​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ໃຕ້​​ໄດ້​ໃຫ້​​ການ​ສະ​ໜັບ​ສະ​ໜູນ​ແລະ​ຄວາມ​ຄອງ​ຄອຍ​ທີ່​ມີ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ​ເຊື່ອ​ໝັ້ນ​ວ່າ: ຈີນ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ກະ​ທັດ​ຫັດ, ປອດ​ໄພ ແລະ​ໜ້າ​ຊົມ​ໃຫ້​ກັບ​ໂລກ.

ທ່ານ​​ຊີວ​ຟຸກ​ຊັນ ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ຍຸດ​ຕິ​ທຳ​ປະ​ຊາ​ຊົນ​ມ​ນາ​ເລ​ເຊຍ, ປະ​ທານ​ສະ​ມາ​ຄົມ​ການ​ຄ້າ-ການ​ລົ​ງ​ທຶນ​ສວນ​ແຟດ​ມາເລ​ເຊຍ-ຈີນ​ກ່າວ​ວ່າ: “​ສຳ​ລັບ​ວຽກ​ງານ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ທີ່​ໜັກ​ໜ່ວງ, ຈີນ​ເຮັດ​ໄດ້​ດີຫຼາຍ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ວຽກ​ງານ​ດັ່ງ​ກ່າວເຮັດ​ໄດ້​ດີ​ປານ​ນີ້ ​ກໍ​ຈະ​ເຮັດ​ໃຫ້​ນັກ​ກິ​ລາ​ແລະ​ແຂກ​ຜູ້​ມີ​ກຽດ​ຈາກ​ປະ​ເທດ​ອື່ນ​ໆ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ປັກ​ກິ່ງ​ມີ​ຄວາມ​ປອດ​ໄພ.”

ທ່ານ​ກາ​ເນ​ສ ປ​ຣາ​ຊາດ ຕິ​ມິວ​ຊິ​ນາ ປະ​ທານ​ສະ​ພາ​ແຫ່ງ​ຊາດເນ​ປານ, ຜູ້​ນຳ​ພັກ​ກອມ​ມູ​​ນິດ​ເນ​ປານ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ ໂດຍ​ໄດ້​ຍ້ອງ​ຍໍ​ແນວ​ຄວາມ​ຄິດ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ທິດ​ສີ​ຂຽວ ແລະ​ເຫັນ​ວ່າ: ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​​ໃນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ.

ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ບາງປະ​ເທດ​ທີ່ຫັນ​ບັນ​ຫາ​ກິ​ລາ​ເປັນ​ບັນ​ຫາ​ການ​ເມືອງ, ທ່ານມຸ​ຊາ​ຮີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ພາ​ສຽງປາ​ກີ​ສະ​ຖານ​​ໄດ້​ສະ​ແດງ​ການຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ, ທ່ານ​ກ່າວ​ວ່າ: ນີ້ບໍ່​ແມ່ນ​ຫາງ​ສຽງ​ຕົ້ນ​ຕໍ​​ຂອງ​ປະ​ຊາ​ຄົມ​ໂລກ.

ທ່ານ​​ອາ​ນັນ​ດາ ປອກ​ຄາ​ເຣນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ເນ​ປານ​ກ່າວ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ເສີ່ມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ລົ​ງ​ເລິກ​​ການ​ສ້າງມິດ​ຕະ​ພາບ​​ໃຫ້​ກັບປະ​ຊາ​ຄົມ​ໂລກ, ແມ່ນ​ເວ​ທີ​ສຳ​ຄັນ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0