何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານຈີນມອບວັກຊີນຕ້ານໂຄວິດໃຫ້ສປປລາວຕື່ມອີກ 2 ລ້ານໂດສ

2022-01-25 16:18:35 CRI

ວັກຊີນປ້ອງກັນໂຄວິດ-19 ຈໍານວນ2ລ້ານ ໂດສຈາກສປຈີນໄດ້ມາຮອດປະເທດລາວແລ້ວໃນຕອນເຊົ້າຂອງວັນທີ 25 ມັງກອນ 2022 ນີ້, ເຊິ່ງເປັນຄັ້ງທີ 8 ທີ່ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ແລະເປັນຄັ້ງທໍາອິດຂອງປີ 2022 ໂດຍມີທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດລາວ-ຈີນ ຮ່ວມກັນຕ້ອນຮັບຢູ່ທີ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ.

ລັດຖະບານຈີນມອບວັກຊີນຕ້ານໂຄວິດໃຫ້ສປປລາວຕື່ມອີກ 2 ລ້ານໂດສ_fororder_微信图片_20220125161646

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຕາງໜ້າໃຫ້ແກ່ ພັກ, ລັດ ແລະປະຊາຊົນລາວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກກອມມູນິດຈີນ, ລັດຖະບານຈີນ ກໍ່ຄືປະຊາຊົນຈີນອ້າຍນ້ອງ ຕໍ່ກັບການຊວ່ຍເຫຼືອອັນລໍ້າຄ່ານີ້ ບົນຈິດໃຈທີ່ເປັນຄູ່ຮ່ວມຊາຕາກຳລາວ-ຈີນ ຢ່າງແທ້ຈິງ, ພ້ອມທັງຕີລາຄາສູງຕໍ່ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ແລະສປປລາວສາມາດຄວບຄຸມແລະປ້ອງກັນພະຍາດໄດ້ຢ່າງສໍາເລັດຜົນນັ້ນກໍ່ຍ້ອນມີການຮ່ວມມືແລະການຊ່ວຍເຫຼືອອັນສໍາຄັນຂອງລັດຖະບານກໍ່ຄືປະຊາຊົນຈີນ, ຕົ້ນຕໍກໍ່ແມ່ນລັດຖະບານລາວໄດ້ວາງແຜນສັກຢາວັກຊິນໃຫ້ຄົນລາວ ແລະຄົນຕ່າງປະເທດທີ່ໄດ້ດໍາລົງຊີວິດຢູ່ປະເທດລາວ. ໃນປີ 2021 ແມ່ນປະຕິບັດໄດ້ເກີນ 50% ແລະສໍາລັບ ປີ 2022 ນີ້, ໄດ້ວາງເປົ້າໃນການສັກວັກຊິນໃຫ້ໄດ້ເກີນ 80% ຂອງພົນລະເມືອງລາວ. ຂ້າພະເຈົ້າເຊື່ອຫມັ້ນວ່າຈະໄດຮັບການສືບຕໍ່ ແລະສະໜັບສະໜູນພວກຂ້າພະເຈົ້າໃນຕໍ່ຫນ້າໄປ. ສໍາລັບ ແຜນການໃນຕໍ່ຫນ້ານັບທັງການພັດທະນາເສດຖະກິດ-ສັງຄົມກໍ່ຄືການພົວພັນຮ່ວມມືກັນຕ້ານໂຄວິດນີ້ກໍ່ຂໍໃຫ້ສືບຕໍ່ ແລະເຮັດໃຫ້ດີຂຶ້ນກວ່າເກົ່າ ສົມກັບທີ່ພວກເຮົາເປັນຄູ່ຮ່ວມຊາຕາກໍານໍາກັນ.

ລັດຖະບານຈີນມອບວັກຊີນຕ້ານໂຄວິດໃຫ້ສປປລາວຕື່ມອີກ 2 ລ້ານໂດສ_fororder_微信图片_20220125161658

ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ໄດ້ກ່າວວ່າ: ໃນມື້ນີ້ທາງລັດຖະບານຈີນໄດ້ມອບວັກຊີນຊຸດທີ 8 ແລ້ວໃຫ້ແກ່ສປປລາວເຊິ່ງມີຈຳນວນ 2,000,000ໂດສ  ໃນນັ້ນມີ 1,500,000ໂດສ ມອບທີ່ນະຄອນຫຼວງວຽງຈັນ ແລະ ອີກ 500,000 ໂດສແມ່ນແຂວງຢູນນານມອບໃຫ້ແຂວງພາກເໜືອຂອງລາວທີ່ມີຊາຍແດນຕິດກັບຈີນ ເພື່ອຊ່ວຍປະເທດລາວບັນລຸເປົ້າໝາຍສັກວັກຊີນໃຫ້ສູງກວ່າເກົ່າ, ຫວັງຢ່າງຍິ່ງວ່າຕໍ່ໄປນີ້ທາງຝ່າຍລາວຈະສືບຕໍ່ຮ່ວມມືກັບຝ່າຍຈີນເພື່ອປ້ອງກັນພະຍາດໂຄວິດ-19, ຟື້ນຟູການພັດທະນາເສດຖະກິດ-ສັງຄົມຮ່ວມກັນ ແລະ ເສີມສ້າງຄູ່ຮ່ວມຊາຕາກຳລາວ-ຈີນຮ່ວມກັນ. ພ້ອມກັນນັ້ນຝ່າຍຈີນກໍຍິນດີສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອເພີ່ມທະວີບັນດາມາດຕະການກ່ຽວກັບການກວດເຊື້ອ, ຮັບປະກັນມີຖ້ຽວບິນຢ່າງປົກກະຕິ, ຄວບຄຸມຄ່າປີ້ຍົນ ເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ພ້ອມກັນນັ້ນຍັງປ້ອງກັນສຸຂະພາບ ແລະ ຄວາມປອດໄພຂອງທັງສອງຝ່າຍ. ”

ລັດຖະບານຈີນມອບວັກຊີນຕ້ານໂຄວິດໃຫ້ສປປລາວຕື່ມອີກ 2 ລ້ານໂດສ_fororder_微信图片_20220125161710

 ຕາມຂ່າວແຈ້ງວ່າ: ສປ ຈີນ ໄດ້ສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ2,000,000 ໂດສ ພ້ອມດ້ວຍເຂັມສັກຢາມາຊ່ວຍ ສປປ ລາວ ໃນຄັ້ງນີ້, ໃນນັ້ນ5ແສນໂດສແມ່ນແຂວງຢູນນານເປັນຜູ້ສະຫນອງໃຫ້ແກ່ບັນດາແຂວງພາກເຫນືອຂອງລາວແລະມາຮອດປະຈຸບັນ ສປ ຈີນ ໄດ້ຊ່ວຍເຫລືອດ້ານວັກຊິນ ໃຫ້ແກ່ ສປປ ລາວ ລວມທັງຫມົດ 8,9 ລ້ານ ໂດສ.

 

  

 

 

 

ຄຳ​ເຫັນ

0