何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ແລະ ທ່ານ​ຫງວຽນ​ຟູ​ຈ້ອງ​ສົ່ງ​ສານອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ ເນື່ອງ​ໃນ​ໂອ​ກາດ​ບຸນ​​ປີ​ໃໝ່

2022-01-25 16:26:26 CRI

ວັນ​ທີ 25 ມັງ​ກອນ​ນີ້, ເນື່ອງ​ໃນ​ໂອ​ກາດ​​ບຸນ​ປະ​ເພ​ນີປີ​ໃໝ່​ຂອງ​ສອງ​ປະ​ເທດ​ຈີນ-ຫວຽດ​ນ​າມ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ແລະ​ທ່ານ​ຫງວຽນ​ຟູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ສົ່ງ​ສານອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນເນື່ອງ​ໃນ​ໂອ​ກາດ​ບຸນ​​ປີ​ໃໝ່.

ໃນ​ສານອວຍ​ພອນ​ຂອງທ່ານ​ສີ​ຈິ້ນ​ຜິງ​​ໄດ້​ລະ​ບຸ​ວ່າ, ຈີນ ແລະ ຫວຽດ​ນາມ​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ພູ​ຜາ​​ປ່າ​ໄມ້ ແລະ ແມ່​ນ້ຳ​ຕິດ​ຈອດ​ກັນ, ແມ່ນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ປັດ​ຈຸ​ບັນ​ນີ້, ການ​ປ່ຽນ​ແປງໃນ​ຮອບ​ຮ້ອຍ​ປີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ແລະ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ທີ່​ຮ້າຍ​ແຮງ ແລະ ສະຫຼັບ​ສັບ​ຊ້ອນ, ໂລກໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ມີ​ກາ​ນ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ ແລະ ​ມີຄວາມ​ປັ່ນ​ປ່ວນ​ທີ່​ໜັກ​ໜ່ວງ, ​ແຕ່​ຈີນ ແລະ ຫວຽດ​ນາມ​ໄດ້​ມີຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງກວ້າງ​ຂວາງກວ່າ​ເກົ່າ. ສອງ​ພັກ​ຈີນ ແລະ ຫວຽດ​ນາມ​ລ້ວນ​ແຕ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ​ໄດ້ລົງ​ເລິກ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ສອງ​ປະ​ເທດ​ໄດ້ປະ​ສານ​ສົມ​ທົບ​ກັນ​​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19, ຊຸກ​ຍູ້​ພາ​ລະ​ກິດ​ການ​ປະ​ຕິ​ຮູບ​​ແລະເປີດ​ປະ​ຕູ​ສູ່​ພາຍນອກ, ການ​ປ່ຽນ​ແປງ​ໃໝ່​ຂອງ​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ ແລະ ພະ​ລັງແຮງ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ຊີ​ວິດ​ຊີ​ວາ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ເມື່ອ​ຈ້ອງ​ເບິ່ງ​ປີ 2022, ຂ້າ​ພະ​ເຈົ້າ​ຍິນ​ດີ​ສືບ​ຕໍ່ແລກ​ປ່ຽນ ​ກັບ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ຢ່າງ​ໃກ້​ຊິດ, ຊີ້​ນຳ​ນຳ​ພາ​ທິດ​ທາງ​​ການຂະ​ຫຍາຍການ​ພົວ​ພັນ​ຈີນ-ຫວຽດ​ນາມ. ຫວັງ​​ໃຫ້​ສອງ​ຝ່າຍ​ປະ​ຕິ​ບັດ​ຕາມ​ຈິດ​ໃຈ “4 ດີ” ຄື ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ສະ​ຫາຍ​ທີ່​ດີ ແລະ ຄູ່​ຮ່ວມ​ມື​ທີ່​ດີ, ຮັດ​ແໜ້ນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ຄຸ້ມ​ຄອງ ແລະ ຄວບ​ຄຸມ​ຂໍ້ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ, ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ຫວ​ຽດ​ນາມ​ໃຫ້​ໄດ້​ຮັບ​ໝາກ​ຜົນ​ອັນ​ໃໝ່, ຊຸກ​ຍູ້​ການ​ຮ່ວມ​ມື​ພາກ​ພື້ນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

​ໃນ​ສານອວຍ​ພອນ​ຂອງທ່ານ​ຫງວຽນ​ຟູ​ຈ້ອງ​ໄດ້​ລະ​ບຸ​ວ່າ, ພາຍ​ໃຕ້​ເບື້ອງຫຼັງ​ທີ່ ສະ​ຖາ​ນະ​ການ​ສາ​ກົນ ແລະ​ພາກ​ພື້ນ​ເກີດ​ມີ​ການ​ປ່ຽ​ນ​ແປງ​ຢ່າງ​ເລິກ​ເຊິ່ງ ພາ​ລະ​ກິດ​ການ​ສ້າງ​​ສັງ​ຄົມ​ນິ​ຍົມ​ຂອງ​ສອງ​ປະ​ເທດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ນັ້ນ, ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່, ສືບ​ຕໍ່​ເອົາ​ໃຈ​ໃສ່ ແລະ ຊີ້​ນຳ​ນຳ​ພາ​ຂັ້ນ​ຕ່າງໆ ພາກ​ສ່ວນ​ຕ່າງໆ ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສອງ​ຝ່າຍ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ໃຫ້​ດີ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ພະ​ຍາດ ແລະ ​ການ​ຮ່ວມ​ມື​ທາງ​ດ້ານເສດ​ຖະ​ກິດ​ການ​ຄ້າ ການ​ລົງ​ທຶນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ, ເພີ່ມ​ກຳ​ລັງ​ຊຸກ​ດັນ​ອັນ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ແລະ ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ-ຈີນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ.

ຄຳ​ເຫັນ

0