何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວອວຍ​ພອນ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈົ່ງປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

2022-01-26 10:19:24 CRI

 

ວັນ​ທີ 25 ມັງ​ກອນ​ນີ້, ໃນ​ເວ​ລາ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສອງ​ຝ່າຍ​ຢູ່​ນະ​ຄອນຫຼວງວຽງຈັນ, ທ່ານ​ຈ່​ຽງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ແຈ້ງ​ສະ​ພາບ​ວຽກ​ງານການ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ທ່ານ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​​ໄດ້​ຮັບຊາບ.

ທ່ານ​ພັນ​ຄຳ ວິ​ພາ​ວັນ​ກ່າວ​ວ່າ: ຍ້ອນ​ຂໍ້​ຈຳ​ກັດ​ດ້ານ​ພູມ​ສາດ ແລະ ອາ​ກາດ, ກິ​ລາ​ຫິ​ມະ ແລະ ນ້ຳ​ກ້ອນ​ຂອງ​ລາວ​ຍັງ​ບໍ່​ທັນ​ໄດ້​ພັດ​ທະ​ນາ, ແຕ່​ບໍ່​ໄດ້​ເຮັດ​ໃຫ້ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ລາວ​ທີ່​ມີ​ຕໍ່​ກິ​ລາ​​ຫິ​ມະ ແລະ ນ້ຳ​ກ້ອນ, ກໍ​ຄື​ຄວາມ​ປາ​ຖະ​ໜາ​ທີ່​ມີ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັ​ກ​ກິ່ງໜ້ອຍ​ລົງ.

ທ່ານ​ພັນ​ຄຳ ວິ​ພາ​ວັນ​ກ່າວ​ຕື່ມ​ວ່າ, ​ປະ​ເທດລາວ​ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ, ​ປະ​ເທດຈີນ​ໄດ້​ກຽມ​ພ້ອມ​ຈະ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ທີ່​ໜ້າ​ຊົມ ແລະ ໂດດ​ເດັ່ນ​ໃຫ້​ກັບ​ໂລກ. ທ່ານ​​ໄດ້ຕາງ​ໜ້າ​​ໃຫ້ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ, ​ສົ່ງ​ຄຳອວຍ​ພອນ​ໃຫ້​ປະ​ຊາ​ຊົນ​ຈີນ ​ເນື່ອງ​ໃນ​ໂອ​ກາດ​ບຸນ​ກຸດ​ຈີນ​ຈົ່ງ​ຢູ່​ດີ​ມີ​ສຸກ, ອວຍ​ພອນ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ຄຳ​ເຫັນ

0