蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ເສັ້ນ​ທາງລົດ​ໄຟ​ນຳ​ໂຊກ” ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ຢ່າງ​ຕໍ່​ເນື່ອງ

2022-01-27 16:55:00 CRI

“ເສັ້ນ​ທາງລົດ​ໄຟ​ນຳ​ໂຊກ” ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ຢ່າງ​ຕໍ່​ເນື່ອງ_fororder_微信图片_20220127105259

 

ຫວ່າງ​ມໍ່ໆ​ມາ​ນີ້, ບໍ​ລິ​ສັດ​ກາ​ເຟ​ດາວ​ຈຳ​ກັດ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ບໍ​ລິ​ສັດ​ຈີນ 2 ແຫ່ງ ຢູ່​ເມືອງ​ປາກ​ເຊ​ແຂວງ​ຈຳ​ປາ​ສັກ ເພື່ອມອບ​ສິດ​ໃຫ້​ບໍ​ລິ​ສັດ 2 ແຫ່ງ​ນີ້​ຂະ​ຫຍາຍ​ຕະຫຼາດ​ຂອງ​ບໍ​ລິ​ສັດ​ຕົນ​ຢູ່​ປະ​ເທດ​ຈີນ ແລະ ດຳ​ເນີນກນ​ຮ່ວມ​ມື​​ດ້ານ​ການ​ຕະຫຼາດ​ຕ່າງໆ. ໃນ​ຂະ​ນະ​ດຽວ​ກັນ, ສະ​ມາ​ຄົມ​ກາ​ເຟ​ລາວ​ກໍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ບໍ​ລິ​ສັດ​ 2 ແຫ່ງ​ດັ່ງ​ກ່າວ​ຂອງ​ຈີນ​ເຊັ່ນ​ກັນ, ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ຍີ່​ຫໍ້​ກາ​ເຟ​ລາວ​ຢູ່​ຕະຫຼາດ​ຈີນ.

ໃນ​ຖາ​ນະ​ເປັນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ສົ່ງ​ອອກ​ທີ່​ສຳ​ຄັນ​ຂອງ​ປະ​ເທດ​ລາວ, ກາ​ເຟ​ໄດ້​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະ​ເທດ​ລາວ​ເກືອບ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຕໍ່​ປີ, ການ​ພັດ​ທະ​ນາ​ຕະຫຼາດ​ບໍ​ລິ​ໂພກ​ກາ​ເຟ​ຢູ່​ປະ​ເທດ​ຈີນ ໄດ້​ລະ​ບຸ​ໄວ້​ໃນ​ແຜນ​ພັດ​ທະ​ນາ​​ເສດ​ຖະ​ກິດ​ສັງ​ຄົມແຫ່ງ​ຊາດ​ລາວ ໃນ​ຖາ​ນະ​ເປັນ​ຍຸດ​ທະ​ສາດ​ດ້ານ​ເສດ​ຖະ​ກິດ​ທີ່​ສຳ​ຄັນ. ​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ຢ່າງ​ເປັນ​ທາງ​ການ ແມ່ນ​ໂອ​ກາດ​ອັນ​ໃຫຍ່ຫຼວງ​ສຳ​ລັບ​​ການສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຕ່າງໆ​ຂອງ​ປະ​ເທດ​ລາວສູ່​ປະ​ເທດ​ຈີນ, ເຊັ່ນ: ກາ​ເຟ​ເປັນ​ຕົ້ນ​.

ຕາມ​ຂ່າວ​ແຈ້ງວ່າ: ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພະ​ຈິກ​ປີ 2021, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ລາວ​ແລະ​ຈີນ​ໄດ້​ບັນ​ລຸ​ເຖິງ 3,98 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ​ເປັນ​​ຕົວເລກບວກ ເຖິງວ່າ​ຜະ​ເຊີນ​ກັບສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ​ຕາມ, ໃນ​ນັ້ນ, ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກ​ະ​ສິ​ກຳ ແມ່ນ​ພາກ​ສ່ວນ​ສຳ​ຄັນ​ໃນ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ. ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ບໍ່​ພຽງ​ແຕ່​ສາ​ມາດ​ເພີ່ມ​ລາຍ​ໄດ້​ດ້ານ​ພາ​ສີ​ໃຫ້​ແກ່​ລັດ​ຖະ​ບານ​ລາວ​ແລະ​​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ສາ​ມາດ​ສ້າງ​ໂອ​ກາດ​​ການປະ​ກອບ​ອາ​ຊີບ ແລະ ເພີ່ມ​ໄດ້​ຮັບ​​ໃຫ້​ກັບປະ​ຊາ​ຊົນ​ລາ​ວໄດ້​ອີກ​ດ້ວຍ.

“ເສັ້ນ​ທາງລົດ​ໄຟ​ນຳ​ໂຊກ” ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ຢ່າງ​ຕໍ່​ເນື່ອງ_fororder_微信图片_20220127165350

ທ່ານ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ເຄີຍ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ບານຫຼາຍ​ເທື່ອ​ ໂດຍ​ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ລ້ຽງ​ງົວ​ພັນ​ຊີ້​ນ​ພາຍ​ໃນ​ປະ​ເທດ​ລາວ. ຍ້ອນ​ວ່າ​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ. ໄດ້ເຮັດ​ໃຫ້​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ບົກ​ມີ​ຄວາມ​ສະ​ດວກ​ກວ່າ​ເກົ່າ ແລະ ​ຕົ້ນ​ທືນ​ໃນ​ການ​ຂົນ​ສົ່ງ​ຕ່ຳ​ລົງ, ນີ້​ກໍ​ເປັນ​ໂອ​ກາດ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ການ​ສົ່ງ​ອອກ​ງົວ​ພັນ​ຊີ້ນ.

ນອກ​ນີ້, ປະ​ເທດ​ລາວ​ຍັງ​ໄດ້​ຮັບໂກ​ຕາ ເພື່ອ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໄປ​ປະ​ເທດ​ຈີນ ເຊັ່ນ: ງົວ​ພັນ​ຊີ້ນ ແລະ ເຂົ້າ​ສານ​ເປັນ​ຕົ້ນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລາວ​ກໍ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ວຽກ​ງານ​ໃນ​ດ້ານ​ນີ້ ເຊັ່ນ: ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະການ​ຄ້າ, ກະ​ຊວງ​ກະ​ສິ​ກຳ​ແລະ​ປ່າ​ໄມ້ ສ​ປ​ປ ລາວ​ກໍ​ໄດ້​ຮ່ວ​ມ​ມື​ກັນ​ຢ່າງ​ແທ້​ຈິງ ເພື່ອ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ເຊັນ​ສັນ​ຍາ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຕ່າງໆ​ໄປ​​ປະ​ເທດຈີນ ເຊັ່ນ: ໝາກ​ຖົ່ວ​ດິນ, ມັນ​ຝ​ຣັ່ງ, ໝາ​ກ​ກ້ວຍ, ໝາກ​ຫຸ່ງ ແລະ ອື່ນໆ. ໃນ​ຂະ​ນະ​ດຽວ​ກັນ, ກໍ​ນຳ​ໃຊ້​ໂອ​ກາດ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ແລະ ໂອ​ກາດ​ອື່ນໆ ເພື່ອ​ຊຸກ​ຍູ້​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​​ໄປ​ສູ່​ຕະຫຼາດ​ຈີນ. ປັດ​ຈຸ​ບັນ, ປະ​ເທດ​ລາວ​ໄດ້​ສົ່ງ​ອອກ​ເຂົ້າ​ສານ 3 ໝື່ນ​ໂຕນ​ໄປ​ສູ່​ປະ​ເທດ​ຈີນ ແລະ ຄາດ​ວ່າ ຈະ​​ສົ່ງ​ອອກ​ຕາມ​ໂກ​ຕາ​ໃຫ້​ສຳ​ເລັດ​ໃນ​ປີ 2022.

“ເສັ້ນ​ທາງລົດ​ໄຟ​ນຳ​ໂຊກ” ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ຢ່າງ​ຕໍ່​ເນື່ອງ_fororder_微信图片_20220127165405

ໂດຍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ປະ​ເທດ​ລາວ​ໄດ້​ປະ​ສົບ​​ກັບສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ​ແຕ່​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ ​ກໍ່ໄດ້​ເປັນ “ພະ​ລັງ​ຂັບ​ເຄື່ອນ​ໃໝ່” ສຳ​ລັບ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ກະ​ສິ​ກຳ​ຂອງ​ລາວ. ຕາມ​ຂ່າວ​ແຈ້ງວ່າ: ​ນັບ​ແຕ່​ເລີ່ມ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນຢ່​າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ທັນ​ວາ​ປີ 2021 ເປັນ​ຕົ້ນ​ມາ, ການ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ນຳ​ໃຊ້ທາງ​ລົດ​ໄຟ​ສາຍ​ນີ້​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ມາ​ຮອດ​ວັນ​ທີ 17 ມັງ​ກອນ​ນີ້, ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ມີ​ເຖິງ 153 ຂະ​ບວນ, ໄດ້​ຂົນ​ສົ່ງ​ສິນ​ຄ້າ 59.500 ໂຕນ ແລະ ມີ​ມູນ​ຄ່າ​ທັງ​ໝົດ 1,068 ຕື້ຢວນ, ນີ້​ກໍ​ໄດ້​ເຮັດ​ໃຫ້​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​​ຂອງປະ​ເທດ​ລາວ​ສູ່​ຕະຫຼາດ​ຈີນມີ​ຄວາມສະ​ດວກ​ກວ່າ​ເກົ່າ. ສະ​ນັ້ນ, ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ສາຍ​ນີ້. ຈິ່ງ​ຖືກ​ປະ​ຊາ​ຊົນ​ລາວຂະ​ໜານ​ນາມ​ວ່າ, “ທາງ​ລົດ​ໄຟ​ນຳ​ໂຊກ”.

​ປະ​ຊາ​ຊົນ​ລາວ​ມັກ​ມີ​ຄຳ​ເວົ້າ​ທີ່​ວ່າ “ໃນ​ນ້ຳ​ມີ​ປາ, ໃນ​ນາ​ມີ​ເຂົ້າ" ເຊິ່ງ​ໄດ້​ວາດ​ພາບ​​ໃຫ້​ເຫັນ​ສະ​ພາບ​ຂອງ​ປະ​ເທດ​ລາວ​ທີ່​ເປັນປະ​ເທດ​ທີ່​ມີ​ອຸ​ດົມ​ສົມ​ບູ​ນ. ປະ​ເທດ​ລາວ​ມີ​​ທ່າ​ແຮງຫຼາຍ​ສິ່ງຫຼາຍ​ຢ່າງ ເຊັ່ນ: ຜັກ​ແລະ​ໝາກ​ໄມ້​ສົດ, ເບຍ​ລາວ​​ທີ່​ນຸ້ມ​ຄໍ, ກາ​ເຟ​ ແລະ ໃບ​ຊາ ທີ່ຫອມ​ຫວນ.​ ນອກ​ຈາກ​ນັ້ນ, ຍັງມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ​ມີຮີດ​ຄອງ​ປະ​ເພ​ນີ​ທີ່​ຫຼາກຫຼາຍ. ພາຍ​ຫຼັງ​ເປີດ​ນຳ​ໃຊ້ “ທາງ​ລົດ​ໄຟ​ນຳ​ໂຊກ” ແລ້ວ, ປະ​ເທດ​ລາວ​ຍ່ອມ​ຈະ​ສາ​ມາດ​ບັນ​ລຸ​ການ​ພັດ​ທະ​ນາ​ໄດ້​ດີກວ່າ​ເກົ່າ.

“ເສັ້ນ​ທາງລົດ​ໄຟ​ນຳ​ໂຊກ” ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ຢ່າງ​ຕໍ່​ເນື່ອງ_fororder_微信图片_20220127165354

ຄຳ​ເຫັນ

0