蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟັງ​ເພງທີ່ມ່ວນ​ຫູ​ຫຼາຍ!ນັກ​ຮ້ອງ​ຈາກ 16 ປະ​ເທດ​ຮ້ອງ​ເພງ “​ກ້າ​ວ​ສູ່​ອະ​ນາ​ຄົດຮ່ວມ​ກັນ”

2022-01-27 17:41:34 CRI

     “一起向未来”

     “ກ້າວສູ່ອະນາຄົດຮ່ວມກັນ”
     “共に未来へ”
     “Ирээдүйн зүг хамтдаа”
‎     “باهم برای آینده مشترک”
     “Pamoja kwa mustakabali wa pamoja”
‎     “יחד לעתיד משותף”
     ……
     ພາ​ສາ​ທີ່​ຕ່າງ​ກັນ​ແຕ່​ມີຄວາມ​ມຸ່ງ​ຫວັງ​ດຽວ​ກັນ​ນັ້ນ​ກໍ​ຄື: “ສາ​ມັກ​ຄີ​ກັນ, ​ກ້າວ​ສູ່​ອະ​ນາ​ຄົດຮ່ວມ​ກັນ!”
     ເນື່ອງ​ໃນ​ໂອ​ກາດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022​ ກຳ​ລັງ​ຈະ​ໄຂ​ຂຶ້ນ​ໃນ​ອີກ​ບໍ່​ດົນ​ນີ້  MV ​ຫຼື​ວິ​ດີ​ໂອ​ເພງ​ທີ່​ມີ​ຊື່ວ່າ “​ກ້າວ​ສູ່​ອະ​ນາ​ຄົດຮ່ວມ​ກັນ”​ທີ່​ເປັນ​ເພງ​ໂຄ​ສະ​ນາ​​ເພື່ອເຜີຍ​ແຜ່​ຄຳ​ຂວັນ​ຫຼັກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງທີ່ຮ້ອງ​ໂດຍໂຄ​ສົກ​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ສະ​ຖາ​ນິ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG ແລະ ​ນັກ​ຮ້ອງ​ຈາກ 15 ປະ​ເທດ​ຂອງ​ພາກ​ພື້ນ​ອາ​ຊີ​-ອາ​ຟ​ຣິ​ກາທັງ​ໝົດ 20 ກວ່າ​ຄົນ​​ໄດ້​ເຜີຍ​ແຜ່​ຢ່າງ​ເປັນ​ທາງ​ການ​ແລ້ວ.
     ​ນັກ​ຮ້ອງ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ມີຜິວ​ສີ​ຕ່າງ​ກັນແລະ​ມີ​ພາ​ສາ​ຕ່າງ​ກັນ​ໄດ້​ມີຄຳ​ຮຽກ​ຮ້ອງ​ທີ່​ຈິງ​ໃຈ​ຄື​ຊື່​ເພງ “ກ້າວ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ” .
     MV ຂອງ​ເພງ “ກ້າວ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ” ສະ​ບັບ​ຫຼາຍ​ພາ​ສາ​ບໍ່​ພຽງ​ແຕ່​ໄດ້​​ສະ​ທ້ອນ​ໃຫ້​ເຫັນ​ຄວາມ​ມຸ່ງ​ຫວັງ​ອັນ​ແຮງ​ກ້າ​ແລະ​ຄວາມ​ອົບ​ອຸ່ນ​ຈາກ​ປະ​ຊາ​ຊົນ​ຂອງ​ຫຼາຍ​ປະ​ເທດໃນ​ອາ​ຊີ-ອາ​ຟ​ຣິ​ກາ​ເທົ່າ​ນັ້ນ,ຫາກ​ຍັງ​ໄດ້​​ສະ​ທ້ອນ​ໃຫ້​ເຫັນ​ເລື່ອງ​ທີ່​ປະ​ທັບ​ໃຈ​ຕ່າງໆ​ໃນ MV​ ນີ້.
     ຢູ່​​ມົງ​ໂກລີ, ອຸນ​ຫະ​ພູມ​ຢູ່ນອກ​ເຮືອນ​ລົບ 30 ອົງ​ສາ, ​ເຖິ​ງວ່ານັກ​ຮ້ອ​ງ​ທັງ​ຫຼາຍນຸ່ງ​ເຄື່ອງ​ໜ້ອຍ​ກໍ​ຕາມ​ແຕ່​ເຂົາ​ເຈົ້າ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ພາກ​ພູມ​ໃຈ​ທີ່​ສຸດ.
     ຢູ່​ອີ​ຣານ, ໃນ​ເວ​ລາ​ຖ່າຍ​ທຳຢູ່​ໃນ​ຫ້ອງ​ອັດ​ສຽງ, ໄຟ​ຟ້າ​ມອດກະ​ທັນ​ຫັນ,ເພື່ອ​ເຮັດ​ໃຫ້​ນັກ​ຮ້ອງ​ທ້ອງ​ຖິ່ນ​ມີ​ອາ​ລົມດີ,ທີມ​ງານ​ຖ່າຍ​ທໍ​າ​ໄດ້​ຊ່ວຍ​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ໃຫ້​ກັບ​ນັກ​ຮ້ອງ​.
     ຢູ່​ເຄັນ​ຢາ,ນັກ​ຮ້ອງ​​ໄດ້​ພາ​ກັນຝຶກ​ຊ້ອມ​ທ່າມ​ກາງ​​ສາຍຝົນ​,​ໃນ​ເວ​ລາ​ຖ່າຍ​ທຳ​ຕົວ​ຈິງ​ມີ​ສະ​ພາບ​ອາ​ກາດ​ດີ ເຂົາ​ເຈົ້າ​ກໍ່​ສາ​ມາດ​ຖ່າຍ​ທຳ​ໄດ້​ດີ​ແລະ​ສຳ​ເລັດ​ຜົນ​ຢ່າງ​ດີ.
     ນອກ​ຈາກຖ່າຍ​ທຳ MV ດ້ວຍ​ຫຼາຍ​ພາ​ສາ​ຮ່ວມ​ກັນ​ແລ້ວ, ​MV ຂອງ​ເພງ “ກ້າວ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ” ເປັນ 16 ພາ​ສາ​ໄດ້​ຖືກ​ເຜີຍ​ແຜ່ຢູ່​ຕາມ​ສື່ມວນ​ຊົນ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ​​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ເຊັ່ນ: ຍີ່​ປຸ່ນ, ມົງ​ໂກ​ລີ, ລາວ, ໄທ, ກຳ​ປູ​ເຈຍ, ມຽນ​ມາ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ປາ​ກິ​ສະ​ຖານ, ເນ​ປານ, ບັງ​ກ​ລາ​ເດັດ, ຕວກ​ກີ, ອິ​ສ​ຣາ​ແອນ, ເຄັນ​ຢາ​ແລະ​ປະ​ເທດ​ອື່ນໆ. ການ​ຮ້ອງ​ເພງ “ກ້າວ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ” ໄດ້​ກາຍ​ເປັນ​ແຟ​ຊັນ​ໃໝ່​ຂອງ​ປະ​ຊາ​ຊົນບັນ​ດາ​ປະ​ເທດ​ໃນ​ໂລກ.

ຄຳ​ເຫັນ

0