覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດເຫດນ້ຳມັນດິບຮົ່ວໄຫຼປະມານ 180.000 ລິດໃນເຂດທະເລພາກຕາເວັນ ອອກຂອງປະເທດໄທ

2022-01-27 14:18:41 cri

ເກີດເຫດນ້ຳມັນດິບຮົ່ວໄຫຼປະມານ 180.000 ລິດໃນເຂດທະເລພາກຕາເວັນ ອອກຂອງປະເທດໄທ_fororder_泰国石油泄漏

   ເວລາປະມານ 21 ໂມງຂອງວັນທີ 25 ມັງກອນນີ້, ຢູ່ເຂດທະເລຂອງແຂວງ  ລະຍອງ ທາງພາກຕາເວັນອອກຂອງປະເທດໄທໄດ້ເກີດເຫດທໍ່ສົ່ງນ້ຳມັນຢູ່ພື້ນ ທະເລຮົ່ວໄຫຼ. ວັນທີ 26 ມັງກອນນີ້, ບໍລິສັດສະຕາປີໂຕລຽມ ຣີຟາຍນິງຈຳກັດ ມະຫາຊົນປະເທດໄທທີ່ມີສ່ວນກ່ຽວຂ້ອງໃນເຫດການໄດ້ອອກຖະແຫຼງການວ່າ: ບໍລິສັດຕົນໄດ້ສ້ອມແປງທໍ່ສົ່ງນ້ຳມັນທີ່ຮົ່ວໄຫຼດີແລ້ວໃນເວລາປະມານສູນໂມງ 18 ນາທີຂອງວັນທີ 26 ມັງກອນນີ້, ທັງໄດ້ສົ່ງເຮືອໄປພົ່ນສານເຄມີເພື່ອກຳຈັດຄາບ ນ້ຳມັນດິບທີ່ຮົ່ວໄຫຼນັ້ນ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມນິເວດຂອງທະເລ. ບໍລິສັດສະຕາປີໂຕລຽມ ຣີຟາຍນິງຈຳກັດມະຫາຊົນປະເທດໄທໄດ້ກ່າວຂໍໂທດ ຕໍ່ເຫດການນ້ຳມັນຮົ່ວໄຫຼໃນຄັ້ງນີ້ວ່າ: ຈະສືບສວນຫາສາເຫດທີ່ເຮັດໃຫ້ນ້ຳມັນ ຮົ່ວໄຫຼນັ້ນຢ່າງເຖິງຖອງ. ບໍລິສັດດັ່ງກ່າວໄດ້ອ້າງວ່າ: ນ້ຳມັນດິບທີ່ຮົ່ວໄຫຼອອກ ມານັ້ນມີປະມານ 2 ໂຕນຫຼືປະມານ 20.000 ລິດ, ແຕ່ວ່າ ຕາມພາກສ່ວນ ສິ່ງແວດລ້ອມປະເທດໄທສຳຫຼວດ ແລະ ປະເມີນໃນເບື້ອງຕົ້ນວ່າ:ນ້ຳມັນດິບ ທີ່ຮົ່ວໄຫຼອາດຈະມີປະມານ 180.000 ລິດ.
 

   ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມໄທໄດ້ ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 26 ມັງກອນນີ້ວ່າ: ບໍລິສັດທີ່ ກ່ຽວຂ້ອງຕ້ອງຮັບຜິດຊອບເຫດການຄັ້ງນີ້, ຕ້ອງສ້າງຕັ້ງກອງທຶນສະເພາະ ເພື່ອແກ້ໄຂບັນຫານີ້. ເມື່ອໃດເກີດມີຜົນກະທົບທີ່ທຳລາຍສິ່ງແວດລ້ອມຢ່າງໜັກ ໜ່ວງກໍຈະຕ້ອງຮັບໂທດຕາມກົດໝາຍແນ່ນອນ.

ຄຳ​ເຫັນ

0