ວັນທີ 27 ມັງກອນນີ້, ບ້ານພັກນັກກິລາໂອລິມປິກລະດູໜາວປັກກິ່ງຢູ່ນະຄອນຫຼວງປັກກິ່ງ, ເມືອງຢຽນຊິ້ງ ແລະນະຄອນຈ່າງເຈ່ຍໂຂໄດ້ເປີດບໍລິການຢ່າງເປັນທາງການແລ້ວ. ທີມຊາດຊຸດທຳອິດທັງໝົດ 6 ທິມຂອງຄະນະນັກກິລາຈີນໄດ້ປະຕິບັດຕາມຄວາມຮຽກຮ້ອງຂອງຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໃນດ້ານການປ້ອງກັນ ແລະ ຄວມຄຸມພະຍາດ ກໍຄື ຂັ້ນຕອນການເຂົ້າໄປປະຈຳຢູ່ບ້ານພັກນັກກິລາຢ່າງເຂັ້ມງວດ, ແລະຈະດຳເນີນການເຝິກຊ້ອມເພື່ອສ້າງຄວາມຊີນເຄີຍກັບສະໜາມກິລາຢ່າງເປັນລະບຽບຮຽບຮ້ອຍ.
ຄຳເຫັນ
0