刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈະ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງຊາວ​ກະ​ສິ​ກອນ​ກ້າວ​ໄປ​ສູ່​ຄວາມ​ທັ​ນ​ສະ​ໄໝ ແລະ ມີຄວາມ​ຫວັງ​ເພີ່ມ​ຂຶ້ນເລື້ອຍໆ

2022-01-28 10:28:41 cri

ຕອນ​ບ່າຍ​ວັນ​ທີ 26 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ບ້ານ​ຕ້ວນ​ຊຸ່ນ ເມືອງ​ເຟີນ​ຊີ່ ແຂວງ​ສ່ານ​ຊີ່, ທ່ານ​ໄປ​ສຳຫຼວດກວດ​ກາ​ວຽກງານ​ຢູ່​ສູນ​ບໍ​ລິ​ການ​ປະ​ຊາ​ຊົນ, ແລະ​ໄປ​ຢາມ​ເຮືອນ​ປະ​ຊາ​ຊົນ. ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ກັບ​ພີ່​ນ້ອງ​ປະ​ຊາ​ຊົນ​ວ່າ, ເມື່ອ​ເຫັນ​ພີ່​ນ້ອງ​ປະ​ຊາ​ຊົນ​ມີ​ຄວາມ​ພໍ​ໃຈ​ຕໍ່​ກັບ​ຊີ​ວິດ​ການ​ເປັນ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້, ຂ້າ​ພະ​ເຈົ້າຮູ້​ສຶກ​ດີ​ໃຈຫຼາຍ. ໃນ​ບາດ​ກ້າວ​ຕໍ່​ໄປ, ພວກ​ເຮົາ​ຍັງ​ຕ້ອງ​ເດີນ​ຕາມ​ເສັ້ນ​ທາງ​​ອັນ​ຍາວ​ໄກ, ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ ປະ​ການ​ທຳ​ອິດ​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ​ແລ້ວ, ຂະ​ບວນ​ການ​ໃໝ່​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ 2 ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ແລ້ວ, ພວກ​ເຮົາ​ຈະ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມທີ່​ທັ​ນ​ສະ​ໄໝ​ຢ່າງ​ຮອບ​ດ້ານ. ການ​ຫັນ​ເປັນ​ທັນ​ສ​ະ​ໄໝ​ບໍ່​ສາ​ມາດ​ປາ​ສະ​ຈາກ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ທີ່​ທັນ​ສະ​ໄໝ​ໄດ້, ຕ້ອງ​ເຊື່ອມ​ສານ​ການ​ປັບ​ປຸງ​ໝາກ​ຜົນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ກັບ ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ນັ້ນ​ໃຫ້​ດີ, ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງຊາວ​ກະ​ສິ​ກອນ​ກ້າວ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ ແລະ ມີຄວາມ​ຫວັງ​ເພີ່ມ​ຂຶ້ນເລື້ອຍໆ.

ຄຳ​ເຫັນ

0