徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເທດຈີນໄດ້ມອບຢາພື້ນເມືອງຈີນໃຫ້ກຳປູເຈຍ

2022-01-29 15:47:37 cri

ປະເທດຈີນໄດ້ມອບຢາພື້ນເມືອງຈີນໃຫ້ກຳປູເຈຍ_fororder_WechatIMG238

ຕາມຂ່າວCRI: ວັນທີ 28 ມັງກອນນີ້,​ ພິທີມອບຮັບຢາພື້ນເມືອງຈີນທີ່ຈີນໃຫ້ການຊ່ວຍເຫຼືອກຳປູເຈຍໄດ້ຈັດຂຶ້ນຢູ່ກະຊວງສາທາລະນະສຸກຂອງກຳປູເຈຍ, ທ່ານຫວາງເວີນທ່ຽນ, ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ, ທ່ານຮໍນານຮົງ, ຮອງນາຍົກລັດຖະມົນຕີກຳປູເຈຍພ້ອມດ້ວຍທ່ານມາມ ບຸນ ເຮັງ, ລັດຖະມົນຕີກະຊວງສາທາລະນະສຸກແຫ່ງກຳປູເຈຍໄດ້ເຂົ້າຮ່ວມພິທີແລະກ່າວຄຳປາໄສ.

 

ທ່ານຫວາງເວີນທ່ຽນກ່າວວ່າ, ຢາພື້ນເມືອງຈີນງວດນີ້ແມ່ນໝາກຜົນທີ່ສຳຄັນໃນການເດີນທາງຢ້ຽມຢາມກຳປູເຈຍຂອງທ່ານຫວາງຢີ້,ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໃນປີ 2021 ແລ້ວນີ້, ນີ້ໄດ້ສະແດງໃຫ້ເຫັນມິດຕະພາບອັນເລິກເຊິ່ງຂອງປະຊາຊົນຈີນທີ່ມີຕໍ່ປະຊາຊົນກຳປູເຈຍອ້າຍນ້ອງ. ຈີນຈະສືບຕໍ່ເປັນທີ່ເພິ່ງດ້ານຍຸດທະສາດໃນການສະໜອງວັກຊີນໃຫ້ແກ່ກຳປູເຈຍ, ການຊຸກຍູ້ການນຳໃຊ້ຢາພື້ນເມືອງຈີນແລະວັກຊີນຈີນແບບປະສົມປະສານກັນ, ເປັນການເສີມຂະຫຍາຍບົດບາດຢ່າງຕັ້ງໜ້າຂອງຈີນເຂົ້າໃນການຊ່ວຍເຫຼືອຕ້ານການແຜ່ລະບາດຂອງສະພາບພະຍາດໂຄວິດ-19 ຢູ່ກຳປູເຈຍ .

 

ທ່ານຮໍນານຮົງ: ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດການຮ່ວມມືຕ້ານການແຜ່ລະບາດຂອງພະຍາດລະຫວ່າງກຳປູເຈຍກັບຈີນໄດ້ກ້າວເຂົ້າສູ່ລວງເລິິກຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການສະໜັບສະໜູນດ້ານຍຸດທະສາດທີ່ສຳຄັນໃຫ້ກັບກຳປູເຈຍບັນລຸເປົ້າໝາຍການສັກວັກຊີນທີ່ກວມອັດຕາສູງຢ່າງສູງ. ກຳປູເຈຍສະແດງຄວາມຂອບໃຈນຳຈີນທີ່ໄດ້ບໍລິຈາກຢາພື້ນເມືອງຈີນຢ່າງຫຼວງຫຼາຍໃຫ້ແກ່ກຳປູເຈຍ. ຢາງວດນີ້ຈະໃຫ້ຊ່ວຍກຳປູເຈຍຕ້ານການແຜ່ລະບາດຂອງພະຍາດແລະຊ່ວຍປິ່ນປົວຜູ້ເປັນພະຍາດຢູ່ກຳປູເຈຍ.

 

ຄຳ​ເຫັນ

0