吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານມຽນມາຢືນຢັນ ທູດພິເສດຂອງອາຊຽນຜູ້ໃໝ່ຈະໄດ້ພົບປະກັບຝ່າຍທີ່ກ່ຽວຂ້ອງກັບບັນຫາທັງໝົດ

2022-01-30 15:01:14 CRI

    ວັນທີ 29 ມັງກອນນີ້, ກະຊວງການຕ່າງປະເທດມຽນມາໄດ້ອອກຖະແຫຼງການເພື່ອຢືນຢັນວ່າ, ທູດພິເສດຂອງອາຊຽນກ່ຽວກັບບັນຫາມຽນມາຜູ້ໃໝ່ຈະໄດ້ພົບປະກັບຝ່າຍທີ່ກ່ຽວຂ້ອງກັບບັນຫາທັງໝົດຂອງມຽນມາ ເຊິ່ງລວມທັງກຸ່ມປະກອບອາວຸດ. ຖະແຫຼງການລະບຸຕື່ມວ່າ: ການທີ່ທ່ານຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍຢ້ຽມຢາມມຽນມາໃນຖານະປະເທດປະທານໝູນວຽນອາຊຽນ ເປັນການເປີດທາງໃຫ້ທູດພິເສດອາຊຽນມີໂອກາດເຈລະຈາສັນຕິພາບກັບກຸ່ມປະກອບອາວຸດ

ຊົນເຜົ່າທ້ອງຖິ່ນຢູ່ມຽນມາ.


    ຖະແຫຼງການຍັງກ່າວຕື່ມວ່າ, ມຽນມາໄດໃຫ້ຄວາມສົນໃຈນຳການຢ້ຽມຢາມຂອງນຳທ່ານນາຍົກຮຸນເຊັນທີ່ພະຍາຍາມແກ້ໄຂຂໍ້ຂັດແຍ້ງພາຍໃນອາຊຽນໂດຍຜ່ານການສົນທະນາ, ໃນຂະນະທີ່ປົກປັກຮັກສາ “ກົດບັດອາຊຽນ” ຍັງໄດ້ຮັກສາຄວາມສາມັກຄີພາຍໃນອາຊຽນ ແລະ ຕິດຕໍກັບຝ່າຍທີ່ກ່ຽວຂ້ອງກັບບັນຫາເພື່ອປະຕິບັດຂໍ້ສະເໜີຂອງອາຊຽນ 5 ຂໍ້.

 

ລັດຖະບານມຽນມາຢືນຢັນ ທູດພິເສດຂອງອາຊຽນຜູ້ໃໝ່ຈະໄດ້ພົບປະກັບຝ່າຍທີ່ກ່ຽວຂ້ອງກັບບັນຫາທັງໝົດ_fororder_柬埔寨


    ຖະແຫຼງການຍັງຊົມເຊີຍກຳປູເຈຍທີ່ໄດ້ສະເໜີ ທ່ານປຼາກ ໂຊຄອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍເປັນທູດພິເສດຜູ້ໃໝ່ຂອງອາຊຽນ ແລະ ຫວັງວ່າລັດຖະມົນຕີກະຊວງການຕ່າງປະເທດຂອງບັນດາປະເທດອາຊຽນຈະຮັບຮອງການແຕ່ງຕັ້ງທູດພິເສດອາຊຽນໂດຍໄວ ເພື່ອສືບຕໍ່ຕິດຕໍ່ພົວພັນກັນທີ່ມີລັກສະນະສ້າງສັນພາຍໃນອາຊຽນ.

ຄຳ​ເຫັນ

0