覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ2

2022-01-30 17:45:15 cri


 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ2_fororder_看望三河村民
 

ເດືອນ​ກຸມ​ພາ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານຢູ່​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ. ທ່ານ​ໄດ້​ໄປ​ຢ້ຽມ​ຢາມ​ເຮືອນ​ຂອງ​ທ້າວ​ຈີ​ຫາວ​ເຢ​ຊິວທີ່​ເປັນ​ຄົນທຸກ​ຍາກ ເພື່ອ​ສຳຫຼວດ​​ເບິ່ງສະ​ພາບ​ຕົວ​ຈິງ ​ພ້ອມ​ທັງຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ອົບ​ອຸ່ນ ແລະ ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ. ມາ​ຮອດ​ປັດຈຸ​ບັນ​ນີ້, ຢູ່​ບ້ານ​ສ່ານ​ເຫີ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຄື​ແນວ​ໃດ? ຊີ​ວິດ​ການ​ເປັນ​ຢູ່​ຂອງທ້າວ​ຈີ​ຫາວ​ເຢ​ຊິວ​ມີ​ສະ​ພາບ​ເປັນ​ແນວ​ໃດ?

 

ໃນ​ເມື່ອ​ກ່ອນ, ​ປະ​ຊາ​ຊົນຢູ່​ບ້ານ​ສ່ານ​ເຫີ​ມີ​ຊີ​ວິດ​ການ​ເປັນ​ຢູ່​ໃນ​ລະ​ດັບ​ຕ່ຳ, ເງື່ອນ​ໄຂ​ດ້ານ​ສາ​ທາ​ລະ​ນະ​ສຸກ​ບໍ່​ດີ. ເມື່ອ​ຫວ​ນ​ຄືນ​ເຖິງ​ສະ​ພາບ​ການ​ຕອນ​ທ່ານ​ສີ​ຈິ້ນ​ຜິງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ໃນ​ບ້ານ, ທ້າວ​ຈີ​ຫາວ​ເຢ​ຊິວເວົ້າ​ວ່າ: “ໃນ​ເມື່ອ​ກ່ອນ, ຄົນ​ໃນຄອບ​ຄົວ​ຂ້ອຍ​ເປັນ​ໄຂ້​ຫຼືເປັນ​ເຈັບ​ປ່ວຍ​ແລ້ວ ຖ້າ​ຢາກ​ໄປ​ໂຮງ​ໝໍ​ກໍ​ໄກຫຼາຍ, ຄ່າ​ປິ່ນ​ປົວ​ກໍ​ແພງຫຼາຍ, ຈຶ່ງ​ໄດ້​ເຊີນ​ໝໍ​​ຜີ​ມາ​ຈັດ​ພິ​ທີ​ຢູ່​ເຮືອນ, ​ໝໍ​ຜີບອກວ່າ​ເປັນ ​ຍ້ອນຜີ​ເຮັດ​ ຄົນ​ຈຶ່ງ​ເປັນໄຂ້ ແລະ​​ເຈັບປ່ວຍ. ໃນ​ເວ​ລາ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມາ​ຢ້ຽມ​ຢາມ ​ເພິ່ນບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ, ໃນ​ອະ​ດີດ​ແມ່ນ​ມີ​ຜີ​ແທ້, ຄວາມ​ງົມ​ງວາຍ, ຄວາມຫຼ້າຫຼັງ ແລະ ຄວາມ​ທຸກ​ຍາກ​ກໍ​ແມ່ນ ຜີ. ຫຼັງ​ຈາກ​ບັນ​ຫາ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ, ມີ​ວັດ​ທະ​ນະ​ທຳ, ມີ​ຄວາມ​ສະ​ອາດ, ໄດ້​ດຳ​ລົງ​ຊີ​ວິດ​ທີ່​ດີ​ແລ້ວ, ຜີ ກໍ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ​ຢ່າງ​ແນ່ນອນ.”

 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ2_fororder_三河村民新房

 

ເຮືອນ​ໃໝ່​ຂອງ​ປະ​ຊ​າ​ຊົນ​ບ້ານ​ສ່ານ​ເຫີ

 

ໃນ​ການ​ປະ​ຕິ​ບັດ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ກໍ​ຕ້ອງ​ຕັ້ງ​ໜ້າ​ຊຸກ​ຍູ້​ກາຍ​ປັບ​ປຸງ​ຮີດ​ຄອງ​ປະ​ເພ​ນີ​ໃຫ້​ດີ​ຂຶ້ນ. ທ່ານຫຼີ​​ຂ້າຍ ເລ​ຂາ​​ທີ​ໜຶ່ງ​ປະ​ຈຳ​ບ້ານ​ສ່ານ​ເຫີ​ກ່າວ​ວ່າ,​ປັດ​ຈຸ​ບັນ​ນີ້ ປະ​ຊາ​ຊົນ​ບ້ານ​ສ່ານ​ເຫີ​ໄດ້​ມີ​ແພດ​ໝໍ​ທີ່​​ໃຫ້​ບໍ​ລິ​ການ​​ສະ​ເພາະ​ຕາມສັນ​ຍາ​ທີ່​ໄດ້​ເຊັນ​ກັນ, ຄອບ​ຄົວ​​ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້​ມີ​ການ​ຮັບ​ປະ​ກັນ​ດ້ານ​ການ​ປິ່ນ​ປົວ 100%, ​ສາ​ມາດ​ສະ​ກັດ​ກັ້ນ​​ໄດ້ກໍ​ລະ​ນີ​ທີ່​ຕົກ​​ຢູ່ໃນ​ຄວາມ​ທຸກ​ຍາກ​ຍ້ອນ​ເຈັບ​ເປັນ. ທ່ານຫຼີ​​ຂ້າຍ​ເວົ້າ​ຕື່ມ​ວ່າ : “​ປັດ​ຈຸ​ບັນ ພວກ​ເຮົາ​ໄດ້​ສ້າງ​ຄວາມ​ຊິນ​ເຄີຍ​ທີ່​ເນັ້ນ​​ໃສ່ຄວາມ​ສະ​ອາດ, ​ແລະຮ່າງ​ກາຍ​ກໍ​ເຂັ້ມ​ແຂງ​ຂຶ້ນຫຼາຍ.”

 

ນອກ​ນີ້, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກິ່ງ​ແຂວງ​ລຽງ​ສ່ານ​ໄດ້​ຍຶດ​ໝັ້ນ​ພັດ​ທະ​ນາ​ແບບຫຼາຍ​ເຄົ້າ ແລະ​ມີ​ເອ​ກະ​ລັກ​ທີ່​ແຕກ​ຕ່າງ, ໂດຍ​ເນັ້ນ​​ໃສ່ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ, ປູກ​ຝັງ ແລະ ລ້ຽງ​ສັດ​ຕາມ​ເງື່ອນ​ໄຂ​ເອື້ອຍ​ອຳ​ນວຍ​ຂອງ​ທ້ອງ​ຖິ່ນ​ຕົນ, ພະ​ຍາ​ຍາມ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ເປັນ​ໄລ​ຍະ​ຍາວ​ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ. ທ່ານຫຼີ​​ຂ້າຍ ເລ​ຂາ​ທີ​ໜຶ່ງ​ປະ​ຈຳ​ບ້ານ​ສ່ານ​ເຫີ​ກ່າວ​ຕື່ມ​ວ່າ, ເມື່ອ​ຜ່ານ​ການ​ທົດ​ລອງ​ປູກ​ຝັງ​​ຂະ​ໜາດ​ນ້ອຍ ແລະ​ຜູ້​ຊ່ຽວ​ຊານ​ສຳຫຼວດ​ຄົ້ນ​ຄວ້າ​ຢູ່​ກັບ​ທີ່​ໃນ​ໄລ​ຍະ​ເບື້ອງ​ຕົ້ນ, ຢູ່​ໃນ​ບ້ານ​ສ່ານ​ເຫີ​ໄດ້​ປູກຢູນ​ມູ້​ຊ່ຽງ ຫຼື Saussurea costus ເຊິ່ງ​ເປັນ​ຢາ​ພື້ນ​ເມືອງ​ຈີນ​ໃນ​ເນື້ອ​ທີ່ 1000ມູ ເຊິ່ງ​ເປັນ​ຫົວ​ໜ່ວຍ​ວັດ​ແທກ​ເນື້ອ​ທີ່​ຂອງ​ຈີນ ຫຼື ປະ​ມານ ຫຼາຍກວ່າ 66 ​ເຮັກ​ຕາ), ໝາກ​ຄາຍ 370 ມູຫຼື ປະ​ມານ 24 ເຮັກ​ຕາ, ແລະ ໝາກ​ມາ​ດ 2800 ມູຫຼືປະ​ມານ 186 ເຮັກ​ຕາ, ຄາດ​ວ່າ​ອີກ ສອງ​ສາມ​ປີ, ​ແຕ່​ລະ​ຄອບ​ຄົວ​​ຈະສາ​ມາດ​ມີ​ລາຍ​ຮັບ​​ສະ​ເລ່ຍເພີ່ມ​ຂຶ້ນຫຼາຍກວ່າ 2 ໝື່ນຢວນ.

 

ໃນ​ເວ​ລາ​ທີ່​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ບ້ານ​ສ່ານເຫີ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ສິ່ງ​ສຳ​ຄັນ​ທີ່​ສຸດ ຄື ຕ້ອງ​ພັດ​ທະ​ນາ​ການ​ສຶກ​ສາ​ຢ່າງ​ທ່ວງ​ທັນ​ກັບສະ​ພາບ​ການ, ບໍ່​ຄວນ​ໃຫ້​ເດັກ​ນ້ອຍ​ເສຍ​ໂອ​ກາດ​ຢູ່​ເສັ້ນ​ເລີ່ມ​ຕົ້ນ​ຢ່າງ​ເດັດ​ຂາດ.

 

ໃນ​ອະ​ດີດ, ປະ​ຊາ​ຊົນ​ເຜົ່າ​ອີ​ສ່ວນຫຼາຍ​ຮູ້​ແຕ່​ພາ​ສາ​ເຜົ່າ​ອີ​ເທົ່າ​ນັ້ນ, ເຊິ່ງ​ໄດ້​ຈຳ​ກັດ​ການ​ແລກ​ປ່ຽນ​ລະ​ຫວ່າງ​ເຂົາ​ເຈົ້າ​ກັບ​ພາຍນອກ, ​ການປະ​ກອບ​ອາ​ຊີບ​​ກໍປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ການ​ພັດ​ທະ​ນາ​ກໍ​ປະ​ເຊີນ​ກັບ​ອຸ​ປະ​ສັກ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກິ່ງ​ແຂວງ​ລຽງ​ສ່ານ​ໄດ້​ນຳ​ໃຊ້​ນະ​ໂຍ​ບາຍ “ບ້ານ​ໜຶ່ງ​ມີ​ໂຮງ​ອະ​ນຸ​ບານ​ແຫ່ງ​ໜຶ່ງ”, ເຊິ່ງ​ເຮັດ​ໃຫ້​ພວກ​ເດັກ​ນ້ອຍ​ສາ​ມາດ ​ໄດ້​ຮັບ​ການ​ສຶກ​ສາ​ເປັນ​ພາ​ສາ​ຈີນ​ກາງ​ກ່ອນ​ການ​ເຂົ້າ​ໂຮງ​ຮຽນ​ປະ​ຖົມ. ທ່ານຫຼີ​​ຂ້າຍກ່າວ​​ຕື່ມວ່າ: “ບ້ານ​ສ່ານ​ເຫີ​ມີ​ແຜນ​ຈະ​ສ້າງ​ໂຮງ​ອະ​ນຸ​ບານ 4 ແຫ່ງ​ຢູ່​ໃນ​ທົ່ວ​ບ້ານ, ເດັກ​ນ້ອຍ 90 ກວ່າ​ຄົນ​ສາ​ມາດ​​ໄດ້​ຮັບ​ການ​ບໍ​ລິ​ການ​ສຶກ​ສາ​ຄື​ກັນ​ກັບ​ໂຮງ​ອະ​ນຸ​ບານ​ໃນ​ຕົວ​ເມືອງ​ຢູ່​ໃກ້​ເຮືອນ​​ຂອງຕົນ. ເດັກ​ນ້ອຍ​ທີ່​ຢູ່​ໃນ​​ເກນອາ​ຍຸ​ກະ​ສຽນ​ເຂົ້າ​ໂຮງ​ຮຽນ​ນັ້ນ​ບໍ່​ມີ​ຜູ້​ໃດ​ປະ​ລະການ​ຮຽນ​ເລີຍ.” ປັດ​ຈຸ​ບັນ​ນີ້, ເດັກ​ນ້ອຍ​ເຜົ່າ​ອີ​ຢູ່​ກິ່ງ​ແຂວງ​ລຽງ​ສ່ານ​ສາ​ມາດ​​ເວົ້າ​ພາ​ສາ​ຈີນ​ກາງ​ໄດ້​ດີ, ​ພ້ອມທັງ​ໄດ້​ຊຸກ​ຍູ້​​ໃຫ້ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເວົ້າ​ພ​າ​ສາ​ຈີນ​ກາງ​ນຳ​ກັນ.

 

ຢູ່​ບົນ​ພື້ນ​ຖານ​ດັ່ງ​ກ່າວ, ກິ່ງ​ແຂວງ​ລຽງ​ສ່ານ​ໄດ້​​ປົວ​ແປງເງື່ອນ​ໄຂ​ດ້ານ​ການ​ສຶກ​ສາ​ຂັ້ນ​ພື້ນ​ຖານ​ຂອງ​ໂຮງ​ຮຽນ​ທີ່​ມີ​ຄວາມ​ອ່ອນ​ແອ​​ດ້ານ​ການ​ສຶກ​ສາ​ພາກ​ບັງ​ຄັບ; ອອກ​ແຮງ​ປະ​ຕິ​ບັດ​ໂຄງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ການ​ສຶກ​ສາ ແລະ​ໂຄງ​ການ​ອື່ນໆ, ສ້າງ​ໂຮງ​ຮຽນ​ໃຈ​ກາງມາດ​ຕະ​ຖານ​ຂັ້ນ​ຕາ​ແສງ​ໄດ້ 667 ແຫ່ງ, ເປົ້າ​ໝາຍ​ທີ່ “ທຸກ​ຄົນ​ສາ​ມາດ​ເຂົ້າ​ໂຮງ​ຮຽນ​ໄດ້, ທຸກ​ຄົນ​ສາ​ມາດ​ເຂົ້າ​ໂຮງ​ຮຽນ​ທີ່​ດີ” ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ.

 

​ທ້າວ​ຈີ​ຫາວ​ເຢ​ຊິວເວົ້າ​ວ່າ, ຄວາມ​ປາ​ຖະ​ໜາ​ສູງ​ສຸດ​ຂອງ​ຕົນ​ກໍ​ແມ່ນ ພວກ​ເດັກ​ນ້ອຍ​ສາ​ມາດ​ໄດ້​ຮັບ​ການ​ສຶກ​ສາ​, ມີ​ຄວາມ​ຮູ້​ມີ​ຄວາມ​ສາ​ມາດ​ສະ​ເພາະ​ຕົວ, ສາ​ມາດ​ຫັນ​ປ່ຽນ​ຊາ​ຕາ​ກຳ​ຂອງ​ຕົນ​ໄດ້. ​ທ້າວ​ຈີ​ຫາວ​ເຢ​ຊິວເວົ້​າ​ຕື່ມ​ວ່າ: “​ຂ້ອຍ​ເອງ​ບໍ່​ເຄີຍ​ໄດ້​ເຂົ້າ​ໂຮງ​ຮຽນ​ຈັກ​ເທື່ອ, ເຖິງ​ຈະ​ແມ່ນ​ຊື່​ຂອງ​ຕົນ​ແຕ່​ກໍ​ຂຽນບໍ່​ຖືກ, ເສຍ​ປຽບ​ຍ້ອນ​ບໍ່​ມີ​ຄວາມ​ຮູ້. ຫວັງ​ວ່າ ພວກ​ເດັກ​ນ້ອຍ​ຈະ​ສາ​ມາດ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​​ໄດ້ທັງ​ໝົດ, ​ມີຄວາມ​ຮູ້​ຄວາມ​ສາ​ມາດຫຼາຍກວ່າ​ເກົ່າ, ເພື່ອ​ຮັບ​ໃຊ້​ພີ່​ນ້ອງ​ປະ​ຊາ​ຊົນ ແລະປະ​ກອບ​ສ່ວນ​ໃຫ້​ກັບ​ປະ​ເທດ​ຊາດ.”
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ2_fororder_记号也果唱歌
 

ວັນ​ທີ 11 ກຸມ​ພາ​ປີ2018, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປຢ້ຽມ​ຢາມ​ເຮືອນ​ຂ​ອງ​ທ້າວ​ຈີ​ຫາວເຢຊິວ,  ນາງ​ຈີ​ຫາວ​ຢິວ​ໂກ ລູກ​ສາວ​ຂອງ​ທ້າວ​ຈີ​ຫາວ​ເຢ​ຊິວ​ໄດ້ຮ້ອງ​ເພງ​“ທຸງ​ຊາດ​​ທຸງ​ຊາດ​ຈັ່ງ​ແມ່ນງາມ​​ອີຫຼີ”

 

ໃນ​ເວ​ລາ​ທີ່​ທ່ານ​ສີ​ຈິ້ນ​ຜິງ​​ໄປສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ບ້ານ​ສ່ານ​ເຫີ, ນາງ​ຈີ​ຫາວ​ຢິວ​ໂກ ລູກ​ສາວ​ຂອງ​ທ້າວ​ຈີ​ຫາວ​ເຢ​ຊິວ​ໄດ້​ຮ້ອງ​ເພງ “ທຸງ​ຊາດ​​ທຸງ​ຊາດ​ຈັ່ງ​ແມ່ນງາມ​​ອີຫຼີ”, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ນຳ​ໜ້າ​ຕົບ​ມື​ຊົມ​ເຊີຍ. ຫຼາຍ​ປີ​ຜ່ານ​ໄປ​ແລ້ວ, ສາວ​ນ້ອຍ​ໄດ້​ເຕີບ​ໃຫຍ່​ຂຶ້ນ, ມີ​ຮອຍ​ຍິ້ມ​ຫວານໆ​ຢູ່​ເທິງ​ໃບ​ໜ້າ​ສະ​ເໝີ, ການ​ຮຽນ​ກໍ​ໄດ້​ຄະ​ແນນ​ທີ່​ດີ. ນາງ​ຈີ​ຫາວ​ຢິວ​ໂກ​ເວົ້າ​ວ່າ: “​ພໍ່​ເຖົ້າ​ສີ​ໄດ້​ໃຫ້​ກຳ​ລັງ​ໃຈ​ແກ່​ພວກ​ເຮົາ. ຂ້ອຍ​ໄດ້​ບອກ​ຕົນ​ເອງ​ຢູ່ເລື້ອຍໆ ຕ້ອງ​ໝັ່ນ​ຮຽນ​, ແລະ ຮຽນ​ໃຫ້​ດີ​ທຸກ​ມື້, ຮຽນ​ເອົາ​ຄວາມ​ຮູ້​ໃຫ້​ໄດ້ຫຼາຍ​ເພື່ອ​ຕອບ​ແທນ​ບຸນ​ຄຸນ​ຂອງ​ປະ​ເທດ​ຊາດ. ຖ້າ​ມີ​ໂອ​ກາດ​ພົບ​ກັບ​ພໍ່​ເຖົ້າ​ສີ​ເທື່ອ​ໜ້າ, ຂ້ອຍ​ຈະ​ລາຍ​ງານ​ຜົນ​ງານ​ຮຽນ​ໃຫ້​​ເພິ່ນໄດ້​ຮັບ​ຊາບ.”
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ2_fororder_2020年 吉有果展示自己给习爷爷写的信
 

ປີ2020, ນາງ​ຈີ​ຫາວ​ຢິວ​ໂກ ສະ​ແດງ​ໃຫ້​ເຫັນ​ຈົດ​ໝາຍ​ທີ່​ຕົນ​ຂຽນ​ເພື່ອ​ສົ່ງ​ໄປ​ຍັງ​ພໍ່​ເຖົ້າ​ສີ.

 

ປັດ​​ຈຸ​ບັນ​ນີ້, ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ກິ່ງ​ແຂວງ​ລຽງ​ສ່ານ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຮອບ​ດ້ານ​ແລ້ວ, ຄວາມ​ທຸກ​ຍາກ​​ທົ່ວ​ໄປ​ໃນ​ເຂດ​ແຄວ້ນ ແລະ ຄວາມ​ທຸກ​ຍາກ​ເດັດ​ຖານ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຮອບ​ດ້ານ. ແຕ່​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ຈຸດ​ສິ້ນ​ສຸດ, ແຕ່​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ອັນ​ໃໝ່​ສຳ​ລັບ​ຊີ​ວິດ​ການ​ເປັນ​ຢູ່​ອັນ​ໃໝ່ ແລະ ການ​ບຸກ​ບືນ​ສູ້​ຊົນ​ຄັ້ງ​ໃໝ່. ​ທ້າວ​ຈີ​ຫາວ​ເຢ​ຊິວມີ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຢ່າງ​ເຕັມ​ປ່ຽມ​ຕໍ່​ກັບ​ອະ​ນາ​ຄົດ. ລາວ​ເວົ້າ​ວ່າ: “​ຂ້ອຍ​ພວມ​ວາງ​ແຜນ​ຈະ​ສ້າງ​ສວນ​​ທ່ອງ​ທ່ຽວ​ຕາມ​ວິ​ຖີ​ຊົນ​ນະ​ບົດ​ມີ​ເອ​ກະ​ລັກ​ພິ​ເສດ, ​ເພື່ອໃຫ້​ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ບ້ານ​​ຂອງພວກ​ເຮົາ​ໄດ້​ຊິມ​ສາ​ລີ, ມັນ​ຝ​ຣັ່ງ, ​ໝີ່​ແປ້ງເຂົ້າ​ສານ​ລ່ຽມ ແລະ​ ອາ​ຫານ​ແຊບໆ​ອື່ນໆ.”


 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ2_fororder_吉好也求在新居前
 

ທ້າວ​ຈີ​ຫາວ​ເຢ​ຊິວ​ຖ່າຍ​ຮູບຢູ່​ໜ້າ​ປະ​ຕູ​ເຮືອນ​ໃໝ່​ຂອງ​ຕົນ

 

​ທ້າວ​ຈີ​ຫາວ​ເຢ​ຊິວຍັງ​ກ່າວ​ຕື່ມ​ວ່າ, “ຊື່​ຂອງ​ລູກ​ສາວ​ເພິ່ນ​ແມ່ນ ຈີ​ຫາວ​ຢິວ​ໂກ ໃນ​ພາ​ສາ​ເຜົ່າ​ອີ​ມີ​ຄວາມ​ໝາຍ​ວ່າ ມີ​ຢູ່​ມີ​ກິນ, ມີ​ຄວາມ​ສະ​ຫງົບ​ສຸກ ແລະ ເປັນສິ​ລິ​ມຸງ​ຄຸນ. ປັດ​​ຈຸ​ບັນ​ນີ້ ຄວາມ​ປາ​ຖະ​ໜາ​ໄດ້​ປາ​ກົດ​ຜົນ​ເປັນ​ຈິງ​ແລ້ວ! ຂໍ​ຂອບ​ໃຈ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່! ​ຂ້ອຍຈະ​ສືບ​ຕໍ່​​ກໍ້​ແຂນ​​ເສື້ອຂຶ້ນ ບຸກ​ບືນ​ຢ່າງ​ສຸດ​ຄວາມ​ສາ​ມາດ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ໃດ້​ນັບ​ມື້​ນັບ​ດີ​ຂຶ້ນ​ບົນ​ເສັ້ນ​ທາງ​ທີ່​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ຫວັງ​ວ່າ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຈະ​ມາ​ຢ້ຽມ​ຢາມ​ບ້ານ​ຂອງ​ພວກ​ເຮົາ​ອີກ​ເທື່ອ​ໜຶ່ງ.”

 

ຄຳ​ເຫັນ

0