郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຂວງ​ຣະ​ຍອງ​ໄດ້​ສັ່ງ​ປິດຫາດ​ຊາຍທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກອຸ​ບັດ​​ເຫດ​ທໍ່​ສົ່ງ​ນ້ຳ​ມັນ​ຢູ່​ພື້ນ​ທະ​ເລ​ຮົ່ວໄຫຼ

2022-01-30 17:07:10 cri

ວັນ​ທີ29ມັງ​ກອນນີ້ ​ແຂວງ​ຣະ​ຍອງ​ຂອງ​ໄທໄດ້​ອອກ​ແຈ້ງ​ການ​ວ່າ: ອຸ​ບັດ​​ເຫດ​ທໍ່​ສົ່ງ​ນ້ຳ​ມັນດິບຢູ່​ພື້ນ​ທະ​ເລ​ຮົ່ວໄຫຼທີ່​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ແຂວງ​ຣະ​ຍອງໃນ​ຫວ່າງ​ມໍ່ໆ​ມານີ້ ໄດ້ກະ​ທົບຕໍ່​ບໍ​ລິ​ເວນ​ເຂດ​ໃກ້​ຄຽງ​ຊາຍ​ຝັ່ງ.

ຫາດ​ຊາຍ​​ທະ​ເລ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ອຸ​ບັດ​​ເຫດ​ດັ່ງ​ກ່າວ​ໄດ້ສັ່ງ​ປິດ​ໂດຍ​ດ່ວນ, ​ຫ້າມບໍ່​ໃຫ້​ຄົນ​ເຂົ້າ​ອອກ, ທຸ​ລະ​ກິດ​ຕ່າງໆເຊົາ​ໃຫ້​ບໍ​ລິ​ການ​​ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄ​າບ​ນ້ຳ​ມັນສ້າງ​ຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ. ຂະ​ນະ​ດຽວ​ກັນ,ແຂວງ​ຣະ​ຍອງ​ໄດ້​ສັ່ງ​ໃຫ້​ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ທ້ອງ​ຖິ່ນ​ປິ່ນ​ປົວ​ປະ​ຊາ​ຊົນ​ຜູ້ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄາບ​ນ້ຳ​ມັນ​ຢ່າງ​ທັນ​ເວ​ລາ​ແລ້ວ.

ແຂວງ​ຣະ​ຍອງ​ໄດ້​ສັ່ງ​ປິດຫາດ​ຊາຍທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກອຸ​ບັດ​​ເຫດ​ທໍ່​ສົ່ງ​ນ້ຳ​ມັນ​ຢູ່​ພື້ນ​ທະ​ເລ​ຮົ່ວໄຫຼ_fororder_378940811

ແຂວງ​ຣະ​ຍອງ​ໄດ້​ສັ່ງ​ປິດຫາດ​ຊາຍທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກອຸ​ບັດ​​ເຫດ​ທໍ່​ສົ່ງ​ນ້ຳ​ມັນ​ຢູ່​ພື້ນ​ທະ​ເລ​ຮົ່ວໄຫຼ_fororder_417473044

 

ຄຳ​ເຫັນ

0