蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວປະມົງໄທທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳມັນດິບຮົ່ວໄຫລ ທວງໃຫ້ວິສາຫະກິດທີ່ກ່ຽວຂ້ອງໄຊ້ແທນຄ່່າເສຍຫາຍ

2022-01-31 14:24:16 CRI
ວັນທີ 30 ມັງກອນນີ້, ສະມາຄົມເຮືອປະມົງຂະໜາດນ້ອຍແຂວງຣະຍອງຂອງໄທ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕົນພວມສືບຕໍ່ຕິດຕາມຄວາມຄືບໜ້າຂອງເຫດການທໍ່ສົ່ງນ້ຳມັນດິບພື້ນທະເລຮົ່ວໄຫລ ແລະ ກ່າວວ່າ: 10 ປີກ່ອນ, ເຂດທະເລດັ່ງກ່າວເຄີຍເກີດເຫດການນ້ຳມັນດິບຮົ່ວໄຫລຢ່າງ ຫນັກຫນ່ວງຄັ້ງໜຶ່ງ, ເຖິງວ່າຫລັງຈາກນັ້ນ ໄດ້ໃຊ້ຜະລິດຕະພັນເຄມີລະລາຍຄາບນ້ຳມັນ ທີ່ຟູຢູ່ໜ້ານ້ຳທະເລແລ້ວກໍຕາມ ແຕ່ກໍໄດ້ສ້າງຜົນກະທົບຕໍ່ສິ່ງແວດລ້ອມນິເວດທາງທະເລ ເປັນໄລຍະຍາວນານ. ຫວັງວ່າ, ເຫດການນ້ຳມັນດິບຮົ່ວໄຫລຄັ້ງນີ້ຈະບໍ່ໄດ້ສ້າງຜົນຮ້າຍ ຄືຄັ້ງກ່ອນ. ສະມາຄົມດັ່ງກ່າວຫວັງວ່າ, ອຳນາດການປົກຄອງທ້ອງຖິ່ນຈະປຶກສາຫາລືກັບວິສາຫະກິດທີ່ກ່ຽວຂ້ອງກ່ຽວກັບເລື່ອງ ການໄຊ້ແທນ. ຍ້ອນວ່າ, ເຫດການນ້ຳມັນດິບຮົ່ວໄຫລທີ່ເກີດຂຶ້ນໃນຫວ່າງມໍ່ໆມານີ້ ໄດ້ທຳລາຍສິ່ງແວດລ້ອມທ້ອງຖິ່ນແລ້ວ.

ນອກນີ້, ຊາວເນັດໄທໄດ້ເຜີຍແຜ່ວິດີໂອຢູ່ຕາມສື່ສັງຄົມອອນລາຍ ເຊິ່ງສະແດງໃຫ້ເຫັນວ່າ: ໃນສອງມື້ຜ່ານມານີ້, ເຂດທະເລທີ່ຖືກມົນລະພິດຈາກນ້ຳມັນດິບຮົ່ວໄຫລ ໄດພົບສົບຕົ່າທະເລ ແລະ ປາໂລມາ, ແລະສົງໄສວ່າມີສ່ວນກ່ຽວຂ້ອງກັບເຫດການ້ຳມັນດິບຮົ່ວໄຫລຄັ້ງນີ້.

ຄຳ​ເຫັນ

0