ບ້ານເສີນສ່ານໃນທຸກມື້ນີ້
“ຈັ່ງແມ່ນປ່ຽນແປງແບບໜ້າມືເປັນຫຼັງມືແທ້ໆ!” ນີ້ິຄືຄຳເວົ້າທີ່ນັກຂ່າວໄດ້ຍິນຫຼາຍທີ່ສຸດຢູ່ບ້ານເສີນສ່ານ. ເມື່ອເວົ້າເຖິງສາເຫດທີ່ເຮັດໃຫ້ເກີດການປ່ຽນແປງແບບນີ້ແມ່ນຕ້ອງຫວນຄືນເຖິງ ວັນທີ 2 ກຸມພາປີ2016 ທີ່ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານເສີນສ່ານ.
ຊາວບ້ານທັງຫຼາຍຍັງຈື່ໄດ້ຢ່າງຄັກແນ່ວ່າ: ມື້ນັ້ນກົງກັບມື້ແຮມ 9 ຄ່ຳເດືອນ 12 ຕາມຈັນທະຄະຕິຈີນ, ຫ່າງຈາກວັນສິ້ນປີຫຼືມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ບຸນກຸດຈີນ ຍັງເຫຼືອເວລາບໍ່ຮອດໜຶ່ງອາທິດ, ທ່ານສີຈິ້ນຜິງໄດ້ແຂ່ງອາກາດທີ່ໜາວຈັດເດີນທາງໄປເຖິງບ້ານເສີນສ່ານ ບ້ານນ້ອຍໆທີ່ທຸກຍາກຢູ່ເຂດພູດອຍ, ເພື່ອສົ່ງເຂົ້າຂອງເຄື່ອງໃຊ້ຍາມບຸນກຸດຈີນແລະອວຍພອນປີໃໝ່ໃຫ້ພວກຊາວບ້ານ.
ຫຼາຍປີຜ່ານໄປແລ້ວ, ຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມ, ຄຳໃຫ້ກຳລັງໃຈອັນອົບອຸ່ນ ແລະຄຳສັ່ງສອນອັນດູດດື່ມຂອງທ່ານສີຈິ້ນຜິງໄດ້ຈາລຶກໄວ້ໃນດວງໃຈຂອງພີ່ນ້ອງປະຊາຊົນບ້ານເສີນສ່ານ ຈົນໄດ້ກາຍເປັນຄວາມຊົງຈຳອັນສຸກໃຈທີ່ສຸດຂອງເຂົາເຈົ້າ.
ພໍ່ເຖົ້າເຜີງສຸ້ຍເສິ່ງ ອະດີດເລຂາໜ່ວຍພັກບ້ານບໍ່ນຶກບໍ່ຝັນເລີຍວ່າ, ທ່ານສີຈິ້ນຜິງຈະເດີນທາງໄປບ້ານເສີນສ່ານ ເຊິ່ງເປັນບ້ານນ້ອຍໆທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກໃນປີນັ້ນ. ບ້ານນີ້ຕັ້ງຢູ່ເທິງພູສູງທີ່ສູງກວ່າລະດັບໜ້ານ້ຳທະເລຢ່າງຫຼວງຫຼາຍ, ອຸນຫະພູມຕະຫຼອດປີແມ່ນຕ່ຳກວ່າອຸນຫະພູມຢູ່ຕີນພູຫຼາຍອົງສາ, ສະເລ່ຍແລ້ວ, ຊາວບ້ານແຕ່ລະຄົນມີເນື້ອທີ່ດິນປູກຝັງພຽງເຄິ່ງມູ ເຊິ່ງເປັນຫົວໜ່ວຍວັດແທກເນື້ອທີ່ຂອງຈີນ ຫຼືປະມານ0.03ເຮັກຕາເທົ່ານັ້ນ, ຊາວບ້ານທັງຫຼາຍພາກັນອອກຈາກບ້ານໄປເຮັດວຽກຢູ່ຕ່າງຖິ່ນ, ປະຊາກອນທີ່ດຳລົງຊີວິດປະຈຳຢູ່ໃນບ້ານເຫຼືອພຽງ 26 ຄົນເທົ່ານັ້ນ.
ພໍ່ເຖົ້າເຜີງສຸ້ຍເສິ່ງຫວນຄືນຫຼັງວ່າ: “ກ່ອນທີ່ທ່ານເລຂາທິການໃຫຍ່ມາຢາມບ້ານເຮົາ, ຫິມະຕົກຫຼາຍມື້ລຽນຕິດ, ຫິມະປົກຫຸ້ມແຄມທາງຫຼວງແຫ່ງຊາດທີ່ໃກ້ບ້ານແມ່ນມີຄວາມໜາກາຍຫົວເຂົ່າແລ້ວ, ຕົ້ນໄຜ່ຢູ່ຂ້າງທາງຖືກຫິມະນ້ຳກ້າມທັບເຕັງຈົນງໍລົງ.” “ບໍ່ນຶກເລີຍວ່າ ທ່ານເລຂາທິການໃຫຍ່ຈະແຂ່ງອາກາດທີ່ໜາວຈັດມາຢາມບ້ານເຮົາ.”
ເມື່ອໄດ້ພົບກັບທ່ານເລຂາທິການໃຫຍ່ສີຈິ້ນຜິງ, ພໍ່ເຖົ້າເຜີງສຸ້ຍເສິ່ງໄດ້ຈັບມືເພິ່ນທັງເວົ້າດ້ວຍຄວາມຕື່ນເຕັ້ນໃຈວ່າ: “ອາກາດໜາວແບບນີ້, ເສັ້ນທາງຍາວໄກປານນີ້, ແຕ່ທ່ານຍັງເດີນທາງມາບ້ານທຸກຍາກເຂດພູດອຍພວກເຮົາ, ນີ້ເປັນບຸນວາສະໜາຂອງບ້ານທຸກຍາກພວກເຮົາແທ້ໆ, ທ່ານນ່າ ຈັ່ງແມ່ນດີເລີດປະເສີດແທ້!”
ເມື່ອຫວນຄືນເຖິງສະພາບການທີ່ພົບກັບທ່ານສີຈິ້ນຜິງ,ພໍ່ເຖົ້າເຜີງສຸ້ຍເຊິ່ງໄດ້ເລົ່າສູ່ຟັງດ້ວຍຮ້ອຍຍີ້ມຢ່າງມີຄວາມສຸກວ່າ: “ທ່ານເລຂາທິການໃຫຍ່ໄດ້ເອົາສອງມືຂອງເພິ່ນຈັບມືຂ້ອຍດ້ວຍໃບໜ້າຍີ້ມແຍ້ມແຈ່ມໃສ ແລ້ວຄ່ອຍໆຕົບຫຼັງມືຂ້ອຍ. ຝາມືຂອງທ່ານເລຂາທິການໃຫຍ່ແມ່ນອົບອຸ່ນຫຼາຍ.”
ພໍ່ເຖົ້າໂຈຊິ້ວຟ່າ ຄົນຮຸ່ນຫຼັງຂອງນັກຮົບກອງທັບແດງຜູ້ເສຍສະຫຼະກໍຮູ້ສຶກເຖິງຄວາມອົບອຸ່ນແບບນີ້ເຊັ່ນດຽວກັນ. ເມື່ອແນມເຫັນທ່ານເລຂາທິການໃຫຍ່ສີຈິ້ນຜິງຍ່າງມາຕາມທາງນ້ອຍໃນບ້ານ, ພໍ່ເຖົ້າກັບເມຍແລະຫຼານຊາຍກໍຟ້າວໄປຕ້ອນຮັບທ່ານທັນທີ. ພໍ່ເຖົ້າຫວນຄືນຫຼັງວ່າ: “ມື້ນັ້ນອາກາດໜາວຫຼາຍ, ແຕ່ມືຂອງທ່ານເລຂາທິການໃຫຍ່ອົບອຸ່ນຫຼາຍ. ຕອນຈັບມືກັບເພິ່ນ, ນ້ຳຕາຂ້ອຍເກືອບຊຶມອອກມາ.”
ທ່ານສີຈິ້ນຜິງຮ່ວມກັບຊາວບ້ານຕຳເຂົ້າເພື່ອເຮັດເຂົ້າໜົມ"ສືປ່າ"
ພໍ່ເຖົ້າໂຈຊິ້ວຟ່າເລົ່າສູ່ຟັງພາບທີ່ອົບອຸ່ນຕ່າງໆໃນມື້ນັ້ນວ່າ: “ທ່ານເລຂາທິການໃຫຍ່ໄດ້ເຫັນພວກຊາວບ້ານກຳລັງຕຳເຂົ້າເພື່ອເຮັດເຂົ້າໜົມ‘ສືປ່າ’ຢູ່ໜ້າປະຕູເຮືອນຂ້ອຍ, ເພິ່ນກໍເຂົ້າໄປລອງຕຳເຂົ້າດ້ວຍຕົນເອງ ທັງເວົ້າຢອກວ່າ ‘ຄັນຕຳເຂົ້າແບບນີ້ທຸກມື້ ຍັງສາມາດຫັດກາຍບໍລິຫານໄດ້ອີກໄດ໋’, ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່ໄດ້ຍ່າງເຂົ້າໄປໃນເຮືອນຂ້ອຍ, ກວດເບິ່ງສະພາບການກຽມເຂົ້າຂອງເຄື່ອງໃຊ້ຍາມບຸນກຸດຈີນຢ່າງລະອຽດ,ຮັບຮູ້ສະພາບການດັດສ້າງເຮືອນດິນແລ້ວ,ຖາມຂ້ອຍວ່າ ຍັງມີຄວາມຫຍຸ້ງຍາກຫຍັງບໍ່? ເພິ່ນຍັງໄດ້ມອບກະເປົາໜັງສືແລະເຄື່ອງຮຽນໃຫ້ພວກຫຼານຂອງຂ້ອຍ,ໃຫ້ກຳລັງໃຈເຂົາເຈົ້າວ່າຈົ່ງຕັ້ງໃຈຮ່ຳຮຽນ,ເມື່ອໃຫຍ່ຂຶ້ນແລ້ວຈະເສັງເຂົ້າມະຫາວິທະຍາໄລໄດ້ໝົດທຸກຄົນ…”
ເມື່ອໄດ້ເຫັນນັກຂ່າວມາຢ້ຽມຢາມເອົາຂ່າວຢູ່ບ້ານ, ລຸງຈ່າງເສີງເຕີ ຊາວບ້ານບ້ານເສີນສ່ານໄດ້ຍ້ອງຍໍຢ່າງບໍ່ເຊົາປາກວ່າ: “ທ່ານເລຂາທິການໃຫຍ່ເອົາໃຈໃສ່ນຳພີ່ນ້ອງປະຊາຊົນ, ຈັ່ງແມ່ນເພິ່ນເປັນຜູ້ນຳທີ່ດີຂອງປະຊາຊົນ!”
ວັນທີ 2 ກຸມພາປີ2016, ທ່ານສີຈິ້ນຜິງໄດ້ຢ້ຽມຢາມເຮືອນຂອງລຸງຈ່າງເສີງເຕີ
ຕອນທີ່ທ່ານເລຂາທິການໃຫຍ່ສີຈິ້ນຜິງໄປເຖິງປະຕູເຮືອນລຸງຈ່າງເສີງເຕີ, ລຸງພ້ອມກັບເມຍໄດ້ຈູງແຂນທ່ານສີຈິ້ນຜິງຄົນລະເບື້ອງເຊີນເຂົ້າເຮືອນ. ປ້າ ເຜີງເຊ້ຍຢີ່ງ ເມຍຂອງລຸງຈ່າງເສີງເຕີຫວນຄືນຫຼັງວ່າ: “ທ່ານເລຂາທິການໃຫຍ່ເພິ່ນນັ່ງຢູ່ຂ້າງໂຕະໃນຫ້ອງໂຖງ, ຮ່ວມກັບສອງຜົວເມຍຂ້ອຍຄິດໄລ່ລາຍຮັບລາຍຈ່າຍຂອງຄອບຄົວ, ເພິ່ນໄດ້ຖາມວ່າ ໃນບ້ານໄດ້ປູກພືດຫຍັງ? ໄດ້ລ້ຽງສັດຫຍັງ? ດ້ານການກິນການຢູ່ການນຸ່ງຖືແລະການເດີນທາງຍັງມີຄວາມຫຍຸ້ງຍາກຫຍັງຫຼືມີຄວາມຕ້ອງການຫຍັງບໍ່? ເພິ່ນຍັງໄດ້ຊິມເຂົ້າໜົມ ‘ມີ໋ໂກ’ ທີ່ເຮັດດ້ວຍແປ້ງເຂົ້າໜຽວທີ່ຫາກໍ່ໜຶ້ງສຸກໃໝ່ແບບສົດໆຮ້ອນໆໃນເຮືອນ. ຫຼັງຈາກນັ້ນ, ເພິ່ນໄດ້ຍ່າງເຂົ້າໄປໃນຫ້ອງດ້ານໃນເປີດເບິ່ງວ່າໂທລະພາບສາມາດເບິ່ງລາຍການໄດ້ຈັກຊ່ອງ, ພ້ອມທັງຈັບຜ້າຫົ່ມຢູ່ເທິງຕຽງແລະຖາມວ່າຜ້າຫົ່ມໃນຍາມກາງຄືນຫົ່ມອົບອຸ່ນບໍ່? ເພິ່ນຍັງໄດ້ໄປລອງເປີດນ້ຳໃນຫ້ອງນ້ຳວ່າໃຊ້ສະດວກຫຼືບໍ່? ແລະຍັງໄດ້ໄປກວດເບິ່ງຄອກແບ້ແລະສະລ້ຽງສະລາແມນເດີອີກດ້ວຍ.
ປ້າ ເຜີງເຊ້ຍຢິ່ງ ເລົ່າຄືນຫຼັງຕື່ມວ່າ: “ໃນເວລາກ່າວອຳລາ, ຂ້ອຍໄດ້ເວົ້າວ່າ: ‘ທ່ານເລຂາທິການໃຫຍ່ປົກຄອງບ້ານເມືອງໄດ້ດີຫຼາຍ, ປະຊາຊົນພວກເຮົາຮູ້ສຶກມີຄວາມສຸກຫຼາຍ!’, ທ່ານເລຂາທິການໃຫຍ່ກໍຕອບວ່າ ‘ປະເທດຊາດຂອງພວກເຮົາແມ່ນປະຊາຊົນເປັນເຈົ້າຂອງປະເທດຊາດແລະເປັນເຈົ້າຕົນເອງ, ພະນັກງານການນຳທຸກຄົນເຊິ່ງລວມທັງຂ້າພະເຈົ້າເອງລ້ວນແຕ່ເປັນຜູ້ຮັບໃຊ້ປະຊາຊົນ.’ ເມື່ອໄດ້ຟັງຄວາມນີ້ແລ້ວ, ຂ້ອຍຮູ້ສຶກຕື້ນຕັນໃຈທີ່ສຸດ, ຄົນທັງຫຼາຍຢູ່ອ້ອມຂ້າງກໍພາກັນຕົບມືຊົມເຊີຍ.
ມາຮອດປັດຈຸບັນ ຫ່າງຈາກໄລຍະທີ່ທ່ານເລຂາທິການໃຫຍ່ສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ເມືອງຈິງກ່າງສ່ານແມ່ນໄດ້ 5 ປີປາຍແລ້ວ, ແຕ່ວ່າທຸກເທື່ອທີ່ຫວນຄືນເຖິງສະພາບການໃນຕອນນັ້ນ, ທ່ານ ລານເຊິ້ງຮວາ ອະດີດເລຂາຄະນະພັກຕາແສງເໝົາຜິງ, ກຳມະການປະຈຳຄະນະພັກເມືອງຈິງກ່າງສ່ານໃນປັດຈຸບັນຍັງຮູ້ສຶກຕື່ນເຕັ້ນໃຈຈົນອົດກັ້ນບໍ່ໄດ້, ທ່ານກ່າວວ່າ: “ທ່ານເລຂາທິການໃຫຍ່ໄດ້ລົງສູ່ຂັ້ນຮາກຖານ,ລົງໄປຢ້ຽມຢາມບ້ານທຸກຍາກຢູ່ເຂດພູດອຍ ໂດຍໄດ້ໂອ້ລົມກັບພີ່ນ້ອງປະຊາຊົນຢ່າງໃກ້ຊິດຕິດແທດແລະເປັນກັນເອງ, ຄວາມເວົ້າແບບສະໜິດສະໜົມໄດ້ເຮັດໃຫ້ພະນັກງານບ້ານແລະພີ່ນ້ອງປະຊາຊົນບ້ານເສີນສ່ານຮູ້ສຶກອົບອຸ່ນຫຼາຍ.”
ຄຳເຫັນ
0