ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android

ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງເປີດເຜີຍວ່າ: ນັບມາຮອດວັນທີ 30 ມັງກອນນີ້, ການຂົນສົ່ງຜູ້ໂດຍສານແລະສິນຄ້າຂອງທາງລົດໄຟລາວ-ຈີນໄດ້ມີຄວາມຄືບໜ້າ ສຳຄັນ, ໄດ້ສົ່ງຜູ້ໂດຍສານຫຼາຍກວ່າ 1 ລ້ານເທື່ອຄົນແລະສິນຄ້າຂ້າມຊາດຫຼາຍກວ່າ 1 ແສນໂຕນ.
ຂ່າວແຈ້ງວ່າ: ທາງລົດໄຟລາວ-ຈີນຕອນຢູ່ໃນປະເທດຈີນໄດ້ມີລົດໄຟໄປກັບສະເລ່ຍ 28,5 ຂະບວນຕໍ່ມື້, ເພີ່ມຂຶ້ນ 9 ຂະບວນເມື່ອທ່ຽບໃສ່ໄລຍະກ່ອນການຂົນສົ່ງຜູ້ໂດຍສານໄລຍະ ບຸນກຸດຈີນ, ສະເລ່ຍແລ້ວໄດ້ເພີ່ມບ່ອນນັ່ງແລະຕຽງນອນ 3 ໝື່ນ 9 ພັນບ່ອນຕໍ່ມື້, ເພີ່ມຂຶ້ນ 40%; ສ່ວນທາງລົດໄຟລາວ-ຈີນຕອນຢູ່ໃນປະເທດລາວກໍໄດ້ເພີ່ມຂະບວນລົດໄຟໄປກັບ 1 ຫຼື 2 ຂະບວນຕໍ່ມື້ ໂດຍອີງຕາມສະພາບຄວາມຕ້ອງການດ້ານຂົນສົ່ງຜູ້ໂດຍສານ.
ທ່ານຊູເຈຍເຟີງ ຫົວໜ້າພະແນກການຕະຫລາດຂອງສະຖານີລົດໄຟຄຸນມິງຕາເວັນອອກຂອງ ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງກ່າວວ່າ: ປັດຈຸບັນ, ປະເພດສິນຄ້າທີ່ຂົນສົ່ງດ້ວຍທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ປັດຈຸບັນ, ການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນ ມີປະເພດຕ່າງໆ ເຊິ່ງໄດ້ເພີ່ມຂຶ້ນເລື້ອຍໆ, ການຂົນສົ່ງອາຫານ ແລະ ເຄື່ອງໃຊ້ປະຈຳວັນຊະນິດຕ່າງໆ ເຊັ່ນ: ເຂົ້າສານ, ເບຍ ແລະອື່ນໆ ໄດ້ເພີ່ມຂຶ້ນເປັນກ້າວໆ.
ຄຳເຫັນ
0