蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະນະກຳມະການປ້ອງກັນຊາດແລະຄວາມໝັ້ນຄົງມຽນມາຕົກລົງແກ່ຍາວເວລາພາວະສຸກເສີນທົ່ວປະເທດອອກໄປອີກ 6 ເດືອນ

2022-02-01 13:21:56 CRI
ວັນທີ 31 ມັງກອນຜ່ານມານີ້, ຄະນະກຳມະການປ້ອງກັນຊາດແລະຄວາມໝັ້ນຄົງ ມຽນມາໄດ້ຕົກລົງແກ່ຍາວເວລາພາວະສຸກເສີນທົ່ວປະເທດອອກໄປອີກ 6 ເດືອນ ໂດຍອີງຕາມມາດຕາທີ 425 ຂອງລັດຖະທຳມະນູນມຽນມາ.

ອີງຕາມຖະແຫຼງການທີ່ຄະນະກຳມະການດັ່ງກ່າວຖະແຫຼງໃນຕອນຄ່ຳວັນທີ 31 ຜ່ານມານີ້, ໃນກອງປະຊຸມທີ່ຄະນະກຳມະການດັ່ງກ່າວຈັດຂຶ້ນໃນມື້ດຽວກັນ, ທ່ານມິນອອງລາຍ ຜູ້ບັນຊາການກອງທັບປ້ອງກັນຊາດມຽນມາ ໄດ້ສະຫຼຸບສະພາບການ ທັງດ້ານການເມືອງ, ເສດຖະກິດ ແລະ ການພັດທະນາທາງສັງຄົມຂອງມຽນມາ ນັບແຕ່ ເລີ່ມປະຕິບັດພາວະສຸກເສີນທົ່ວປະເທດເປັນຕົ້ນມາ.

ຖະແຫຼງການລະບຸວ່າ, ຍ້ອນວ່າຢູ່ລັດຊິນ ແລະ ບາງເຂດໃນແຂວງສະກາຍ ຍັງມີເຫດການທຳລາຍແລະຫຼອນໂຈມຕີແບບກໍ່ການຮ້າຍ, ຍັງບໍ່ທັນໄດ້ແຕ່ງຕັ້ງເຈົ້າໜ້າ ທີ່ບໍລິຫານຂັ້ນຕາແສງຢູ່ບາງທ້ອງຖິ່ນໃນຂອບເຂດທົ່ວປະເທດ ແລະ ເພື່ອທຳການ ກະກຽມໃຫ້ແກ່ການເລືອກຕັ້ງປະຊາທິປະໄຕຕາມລະບົບຫລາຍພັກ ແລະສາເຫດອື່ນໆ, ສະມາຊິກຄະນະກຳມະການປ້ອງກັນຊາດແລະຄວາມໝັ້ນຄົງໄດ້ປຶກສາຫາລືຂໍ້ສະເໜີຂອງທ່ານມິນອອງລາຍແລ້ວຕົກລົງເປັນເອກະພາບກັນໃຫ້ແກ່ຍາວເວລາພາວະສຸກເສີນທົ່ວປະເທດອອກໄປອີກ 6 ເດືອນ.

ຄຳ​ເຫັນ

0