秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານີນາເຕີຍຂອງທາງລົດໄຟລາວ-ຈີນຈະເປີດບໍລິການຂົນສົ່ງຜູ້ໂດຍສານໃນໄວໆນີ້

2022-02-01 14:24:18 cri

ຫວ່າງ​ມໍ່ໆ​ມ​າ​ນີ້, ບໍ​ລິ​ສັດ​ທາ​ງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ ແຈ້ງ​ໃຫ້​ຮູ້​ວ່າ: ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ການຂົນ​ສົ່ງ​ຜູ້​ໂດຍ​ສານ​ທີ່​ນັບ​ມື້​ນັບ​ເພີ່ມ ​ຂຶ້ນ ແລະ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງວຽກ​ງານ​ທີ່​ກ່ຽວ​ຂ້ອງ​ຂອງ​ແຂວງຫຼວງ​ນ້ຳ​ທາ​ປະ​ເທດລາວ, ບໍ​ລິ​ສັດ​ທາ​ງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ ໄດ້​ຕົກ​ລົງ​ວ່າ: ນັບ​ແຕ່​ວັນ​ທີ 6 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ, ສະ​ຖາ​ນີ​ນາ​ເຕີຍ​ຕາມ​ທາງ​ລົດ​ໄຟ​ລາວ​-ຈີນຕອນ​ຢູ່​ປະ​ເທດ​ລາວ​ຈະ​ເລີ່ມ​ເປີດ​ບໍ​ລິ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ, ພ້ອມ​ກັນ​ນັ້ນ, ເວ​ລາ​ການ​ເດີນ​ລົດ​ກໍ​ຈະ​ມີ​ການ​ປັບ​ປຸງ​ເຊັ່ນ​ດຽວ​ກັນ. ຈາກ​ນັ້ນ, ສະ​ຖາ​ນີ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນຢູ່​ປະ​ເທດ​ລາວ ທີ່​ໄດ້​ເປີດ​ບໍ​ລິ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈະ​ເພີ່ມ​ຂຶ້ນ​ຈາກ 6 ສະ​ຖາ​ນີ ເປັນ 7 ສະ​ຖາ​ນີ ເຊິ່ງ​ເປັນ​ການ​ຮັບ​ປະ​ກັນ​ຄວາມ​ຕ້ອງ​ການ​ຂອງ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ.

ພາຍຫຼັງ​ສະ​ຖາ​ນີ​ນາ​ເຕີຍ​ເປີດ​ບໍ​ລິ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ແລ້​ວ, ເວ​ລາ​ການ​ເດີນ​ລົດ​​ຂອ​ງ​ສະ​ຖາ​ນີ​ບໍ່​ເຕັນ ແລະ​ສະ​ຖາ​ນີ​ນາ​ເຕີຍ​ກໍ​ຈະ​ມີ​ການ​ປັບ​ປຸງ​ຈຳ​ນວນ​ໜຶ່ງ. ປັດ​ຈຸ​ບັນ, ພາກ​ສ່ວນ​ທີ່​ກ່ຽ​ວ​ຂ້ອງ​ກຳ​ລັງ​ປະ​ຕິ​ບັດ​ວຽກ​ງານ​ກະ​ກຽ​ມ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ ແລະ​ວຽກ​ງານ​ບໍ​ລິ​ການ​ຜູ້​ໂດຍ​ສານ ແລະ​ອື່ນໆ​ຢູ່​ສະ​ຖາ​ນີ​ນາ​ເຕີຍ ເພື່ອ​ຮັບ​ປະ​ກັນ​ໃຫ້​ສາ​ມາດ​ເປີດ​ບໍ​ລິ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຕາມ​ແຜນ​ການ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ ແລະ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​​ດ້ານ​ການຂົນ​ສົ່ງ​ຜູ້​ໂດຍ​ສານ.

ຄຳ​ເຫັນ

0