黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນໂດເນເຊຍຍົກເລີກຄຳສັ່ງຫ້າມສົ່ງອອກຖ່ານຫີນ

2022-02-02 15:06:51 CRI

ວັນທີ 1 ກຸມພານີ້, ທ່ານຣິດວັນ ຈາມາລຸດດິນ ຫົວຫນ້າກົມບໍ່ແຮ່ແລະຖ່ານຫີນ ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ອິນໂດເນເຊຍ ໄດ້ອອກປະກາດ ໂດຍຍົກເລີກຄຳສັ່ງຫ້າມສົ່ງອອກຖ່ານຫີນ.

ທ່ານຣິດວັນ ກ່າວວ່າ: ການຍົກເລີກຄຳສັ່ງຫ້າມສົ່ງອອກຖ່ານຫີນ ໄດ້ພິຈາລະນາເຖິງ ສະພາບການບໍລິສັດສະຫນອງຖ່ານຫີນ ແລະ ລັດວິສາຫະກິດພະລັງງານໄຟຟ້າອິນໂດເນ ເຊຍ. ໃນໄລຍະປະຕິບັດຄຳສັ່ງຫ້າມສົ່ງອອກຖ່ານຫີນ, ຫລາຍພາກສ່ວນລັດຖະບານ ເຊັ່ນ: ກະຊວງພະລັງງານແລະຊັບພະຍາກອນບໍ່ແຮ່ເປັນຕົ້ນ, ລັດວິສາຫະກິດພະລັງງານໄຟຟ້າອິນ ໂດເນເຊຍ, ສະມາຄົມເຈົ້າຂອງເຮືອແຫ່ງຊາດອິນໂດເນເຊຍ ແລະ ບໍລິສັດສະຫນອງ ຖ່ານຫີນ ໄດ້ພະຍາຍາມໂດຍຕະຫລອດເພື່ອຮັບປະກັນການສະຫນອງຖ່ານຫີນ. ສະນັ້ນ, ນັບແຕ່ວັນທີ 1 ກຸມພານີ້ເປັນຕົ້ນໄປ, ລັດຖະບານອິນໂດເນເຊຍໄດ້ອະນຸມັດໃຫ້ບໍລິສັດທີ່ໄດ້ ປະຕິບັດພັນທະຂອງຕົນດ້ານການສະຫນອງຖ່ານຫີນໃຫ້ລັດວິສາຫະກິດພະລັງງານໄຟຟ້າທັງ ຫມົດແລ້ວ ແລະໄດ້ຍື່ນຖະແຫລງການໃຫ້ລັດຖະບານວ່າຍິນດີຈ່າຍຄ່າປັບໃຫມ ຫລື ຈ່າຍຄ່າ ຊົດເຊີຍຕາມປະລິມານການຂາດຖ່ານຫີນໃນປີ 2021 ແລ້ວນັ້ນ ໃຫ້ຟື້ນຟູການສົ່ງອອກ ຖ່ານຫີນໄດ້.

ຄຳ​ເຫັນ

0