秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານກິລາໂອລິມປິກລະດູໜາວປັກກິ່ງທີ່ຫຼາກຫຼາຍສີສັນ

2022-02-02 16:38:38 cri

ງານກິລາໂອລິມປິກລະດູໜາວປັກກິ່ງທີ່ຫຼາກຫຼາຍສີສັນ_fororder_2959295dcbc1e95e668e8c4fbe31523

ໂລກ​ນີ້​ແມ່​ນ​ປະ​ກອບ​ດ້ວຍຫຼາຍ​ສິ່ງຫຼາຍ​ຢ່າງ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ກໍມີຫຼາກຫຼາຍ​ສີ​ສັນ​ເຊັ່ນ​ກັນ. ສ່ວ​ນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ມີຫຼາກຫຼາຍ​ສີສັນ, ຈຶ່ງ​ແມ່ນ​​ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ສະ​ແຫວງ​ຫາ ແລະ​ເຝົ້າ​ຮັກ​ສາ.

ງານກິລາໂອລິມປິກລະດູໜາວປັກກິ່ງທີ່ຫຼາກຫຼາຍສີສັນ_fororder_2780e4bb2a63291411d6d6924bc32bc

​ຕາມ​ປະ​ເພ​ນີ​ຈີນ​ແລ້ວ, ສີ​ແດງ​ໝາຍ​ເຖິງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ​ສິ​ລິ​ມຸງ​ຄຸນ. ໃນ​ໄລ​ຍະ​ສະຫຼອງ​ບຸນ​ກຸດ​ຈີນ, “ສີ​ແດງແບບ​ຈີນ”​ ໄດ້​ເພີ່ມ​ສີ​ສັນ​ໃຫ້​ກັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ ແລະ​ສົ່ງ​ພອນໄຊ​ອັນ​ປະ​ເສີດ​ໄປ​ຍັງ​ງານມະ​ໂຫລານ​ດັ່ງ​ກ່າວ. ສີ​ຂຽວ​​ເປັນ​ສັນ​ຍະ​ລັກ​ແຫ່ງ​ຊີ​ວິດ, ​ສີ​ຂຽວ​ໝາຍ​ເຖິງສິ່ງ​ແວດ​ລ້ອມ​ທີ່​ດີ. ​​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ແນວ​ຄິດ​ທີ່​ວ່າ: “ສີ​ຂຽວ, ຊົມ​ໃຊ້​ຮ່ວມ​ກັນ​, ເປີດ​ກວ້າງ ແລະ​ປອດ​ໃສ​ໄຮ້​ມົນ​ທິນ”, ໃນ​ນັ້ນ, ສີ​ຂຽວ​ແມ່ນ​ຢູ່​ໃນ​ອັນ​ດັບ​ທຳ​ອິດ. ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງເປັນ​ງານ​ມະ​ໂຫລານລະ​ດັບ​ໂລກ, ​ທັງ​ເປັນ​ເວ​ທີ​​ທີ່ສະ​ແດງ​ໃຫ້​ເຫັນ​ເຖິງເຕັກ​ນິກວິ​ທະ​ຍາ​ສາດ​​ທີ່​ກ້າວ​ໜ້າ​ເຊັ່ນ​ກັນ. ສ່ວ​ນ​ສີ​ຂາວ​ບໍ່​ພຽງ​ແຕ່​ໝາຍ​ເຖິງ​ນ້ຳ​ກ້າມ ແລະ​ຫິ​ມະ​ທີ່​ຂາວ​ສະ​ອາດ ແລະ​ບໍ​ລິ​ສຸດ​ເທົ່າ​ນັ້ນ, ​​ແຕ່​ຍັງ​ເປັນ​ສີພື້ນ​ຂອງ​ທຸງ​ຫ້າ​ຫ່ວງໂອ​ລິມ​ປິກ ເຊິ່ງ​​ເປັນ​ສັນ​ຍະ​ລັກ​ແຫ່ງ​ສັນ​ຕິ​ພາບ.

ງານກິລາໂອລິມປິກລະດູໜາວປັກກິ່ງທີ່ຫຼາກຫຼາຍສີສັນ_fororder_fb6dbf7b7e4e93bd509a23537d1a307

ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ສິ​ລະ​ປະ, ເຕັກ​ນິກວິ​ທະ​ຍາ​ສາດ….​ຄວາມ​ສວຍ​ງາມ​ຕ່າງໆ​ນາ​ນາຂອງມວນ​ມະ​ນຸດ​ຜັນ​ແປງ​ປ່ຽນ​ແປງ​ໄປ​ຢ່າງ​ມະ​ຫັດ​ສະ​ຈັນ ແລະກາຍ​ເປັນ​ສີ​ສັນຫຼາກຫຼາຍ​ທີ່​ຫາ​ອັນ​ປຽບ​ທ​ຽບ​ບໍ່​ໄດ້ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້.

ຄຳ​ເຫັນ

0